ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ

ສະຫະພັນເຂົ້າມຽນມາ ວາງແຜນຈະນຳໃຊ້ພະລັງງານແສງຕາເວັນ ໃນໂຮງສີເຂົ້າ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ທ່ານ ອູເຍມິນອອງ ປະທານສະຫະພັນເຂົ້າມຽນມາ ເປີດເຜີຍວ່າ: ສະຫະພັນເຂົ້າວາງແຜນທີ່ຈະໃຊ້ພະລັງງານແສງຕາເວັນໃນໂຮງສີເຂົ້າສຳລັບຜະລິດເຂົ້າເພື່ອສົ່ງອອກ.

ທ່ານ ອູເຍມິນອອງ ໃຫ້ຮູ້ວ່າ: ໂຮງສີເຂົ້າແສງຕາເວັນສາມາດຊ່ວຍສົ່ງເສີມຄວາມຍືນຍົງ ແລະ ສະໜັບສະໜູນຂໍ້ລິເລີ່ມການປ່ອຍອາຍພິດເຮືອນແກ້ວສຸດທິເປັນສູນໄດ້ ແລະ ບໍ່ພຽງແຕ່ສະໜັບສະໜູນຄວາມຕ້ອງການໄຟຟ້າເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງຍຸດທະສາດການຜະລິດເຂົ້າທີ່ສະອາດ ແລະ ເປັນມິດກັບສິ່ງແວດລ້ອມອີກດ້ວຍ.

ນອກຈາກນັ້ນ, ພະລັງງານແສງຕາເວັນ ບໍ່ພຽງແຕ່ຈະສ້າງພະລັງງານໃຫ້ແກ່ອຸດສາຫະກຳໂຮງສີເຂົ້າເທົ່ານັ້ນ, ແຕ່ຍັງລວມເຖິງກຸ່ມທີ່ມີການຜະລິດເຂົ້າເຊັ່ນ: ການປູກເຂົ້າ, ຊົນລະປະທານ ແລະ ການລ້ຽງສັດນ້ຳ ອີກດ້ວຍ ຈຶ່ງຊ່ວຍໃຫ້ຊາວກະສິກອນສາມາດເຂົ້າເຖິງພະລັງງານທີ່ເໝາະສົມ ແລະ ສະອາດ ໄດ້.

ທັງນີ້, ສະຫະພັນເຂົ້າໄດ້ສຳເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈກັບບໍລິສັດພະລັງງານແສງຕາເວັນ 17 ແຫ່ງ ຊຶ່ງຖືເປັນສ່ວນໜຶ່ງຂອງຂໍ້ລິເລີ່ມນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

3 ອະນຸສອນສະຖານຂອງກຳປູເຈຍ ໄດ້ເຂົ້າເປັນມໍລະດົກໂລກ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດ ຜ່ານມານີ້ວ່າ: ຖະແຫຼງການຈາກກະຊວງ​ວັດທະນະທຳ​ແລະ ​ວິຈິດ​ສິນ​ຂອງ​ກຳປູ​ເຈຍ​ ລະບຸວ່າ: ອະນຸສອນສະຖານຂອງ​ກຳປູ​ເຈຍ ​(The Cambodian Memorial Sites) ໄດ້ຮັບການຂຶ້ນທະບຽນເປັນ​ມໍລະດົກ​ໂລກ​ ຂອງ​ອົງການ UNESCO ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງ​ທີ 47 ຂອງ​ຄະນະ​ກຳມະການ​ມໍລະດົກ​ໂລກ​ຂອງ​ອົງການ UNESCO ທີ່​ນະຄອນຫຼວງ​ປາຣີ ປະ​ເທດ​ຝຣັ່ງ. ໂດຍການຂຶ້ນທະບຽນຄັ້ງນີ້ເຮັດໃຫ້ກຳປູເຈຍມີຈໍານວນແຫຼ່ງມໍລະດົກໂລກເພີ່ມຂຶ້ນເປັນ 5 ແຫ່ງ.
ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ຂ່າວຕ່າງປະເທດລາຍງານວ່າ: ກະ​ຊວງ​ປ້ອງກັນຄວາມສະຫງົບ​ ຍີ່​ປຸ່ນ ເປີດເຜີຍວ່າ, ຊາວ​ຍີ່​ປຸ່ນ​ຍັງ​ຊັກ​ຊ້າ​ໃນ​ການ​ນຳ​ໃຊ້ Generative AI ແລະ ຊຸກ​ຍູ້​ໃຫ້​ພົນ​ລະ​ເມືອງ​ຝຶກ​ນຳ​ໃຊ້ AI ໃນ​ຊີ​ວິດ​ປະ​ຈຳ​ວັນຫຼາຍຂຶ້ນ.
ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ນາ​ຍົກຫວຽດນາມ ປະ​ຊຸມ​ກັບ​ການ​ນຳ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ກໍລະກົດ ຜ່ານມາ ຢູ່ນະຄອນເກີ່ນເທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບການນຳບັນດາແຂວງ, ນະຄອນ ກ່ຽວກັບສະພາບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ; ຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມ ແລະ ແຜນຮ່າງພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາ ທີ່ບັນລຸຄຸນນະພາບສູງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນັບແຕ່ສັບຊ້ອນຄືນບັນດາແຂວງ, ນະຄອນ ແລະ ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນມາ.
ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ກອງປະຊຸມພົບປະຄັ້ງທີ 17 ຂອງຜູ້ນຳປະເທດສະມາຊິກບຣິກສ ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດີຈາເນໂຣ ປະເທດບຣາຊິນ ໃນລະຫວ່າງວັນທີ 6-7 ກໍລະກົດ ຜ່ານມາ. ນີ້ເປັນກອງປະຊຸມຄົບຄະນະ “11+10” ຄັ້ງທຳອິດຂອງວົງຄະນາຍາດໃຫຍ່ບຣິກສຫຼັງຈາກອິນໂດເນເຊຍເຂົ້າເປັນສະມາຊິກບຣິກສໃນເດືອນມັງກອນ ແລະ ຫວຽດນາມ ເຂົ້າເປັນປະເທດຄູ່ຮ່ວມໃນເດືອນມິຖຸນາປີນີ້.
ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຄວາມມີສະເໜ່ຂອງຈີນຕໍ່ໂລກເພີ່ມສູງຂຶ້ນ

ຫວ່າງມໍ່ໆມານີ້, ຜົນການສຳຫຼວດຄວາມຄິດເຫັນສາກົນສະບັບໜຶ່ງໄດ້ດຶງດູດຄວາມສົນໃຈຢ່າງກວ້າງຂວາງ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມມີສະເໜ່ຂອງຈີນຕໍ່ໂລກໄດ້ເພີ່ມຂຶ້ນເປັນ 8,8 ຄະແນນ, ຜົນການສຳຫຼວດຄວາມຄິດເຫັນສາກົນຫຼາຍສະບັບໃນຊຸມປີຜ່ານມາ ລ້ວນແຕ່ໄດ້ເບິ່ງຈີນດ້ວຍທ່າທີທີ່ເປັນມິດ ແລະ ດ້ານດີນັບມື້ນັບຫຼາຍຂຶ້ນ ແລ້ວຄວາມມີສະເໜ່ຂອງຈີນເປັນຄືແນວໃດ?
ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກ

ວັນທີ 10 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມລະດັບລັດຖະມົນຕີການສົນທະນາລະຫວ່າງອະລິຍະທຳໂລກທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນໃນມື້ດຽວກັນ.
ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ບໍລິສັດ ຍີ່ປຸ່ນ ຫຼຸດລາຄາລົດສົ່ງອອກໄປຍັງ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ໄດ້ເປີດເຜີຍໃນວັນທີ 10 ກໍລະກົດ ຜ່ານມາວ່າ: ບໍລິສັດຜະລິດລົດຂອງຍີ່ປຸ່ນ ໄດ້ຫຼຸດລາຄາລົດທີ່ຈະສົ່ງອອກໄປ ສະຫະລັດ ອາເມຣິກາ ໃນອັດຕາທີ່ຫຼາຍທີ່ສຸດແບບບໍ່ເຄີຍມາກ່ອນ ຊຶ່ງເປັນສັນຍານວ່າບໍລິສັດຍີ່ປຸ່ນຍອມເສຍຜົນກຳໄລເພື່ອຮັກສາຄວາມສາມາດໃນການແຂ່ງຂັນ ເນື່ອງຈາກມາດຕະການອັດຕາພາສີຂອງ ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກຳລົດ.
ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ສິງກະໂປ ຊ່ວຍເຫຼືອບັນດາວິສາຫະກິດ ປັບຕົວກັບການປ່ຽນແປງຂອງອັດຕາພາສີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ຜ່ານມາວ່າ: ທ່ານ ກັນ ຄິມຢົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການທຶນຊ່ວຍເຫຼືອເພື່ອການປັບຕົວທາງທຸລະກິດ (Business Adaptation Grant) ພາຍໃນເດືອນຕຸລາ 2025 ນີ້ ເພື່ອຊ່ວຍໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຂອງອັດຕາພາສີ.
ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ສັນ​ຍາ​ຍົກ​ເວັ້ນ​ວີ​ຊາ​ ​ລະ​ຫວ່າງ​ຈີນ ແລະ ມາ​ເລ​ເຊຍ ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ກໍລະກົດນີ້ວ່າ: ສັນຍາວ່າດ້ວຍການຍົກເວັ້ນວີຊາຕໍ່ຜູ້ຖືໜັງສືຜ່ານແດນທາງລັດຖະການ ແລະ ໜັງສືຜ່ານແດນທົ່ວໄປຂອງກັນ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານມາເລເຊຍ ຈະມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 17 ກໍລະກົດນີ້ເປັນຕົ້ນໄປ.
ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ຫວຽດ​ນາມ ສະ​ເໜີ 3 ການ​ກຳ​ນົດ​ທິດຈຸດສຸມ​ໃຫ້​ແກ່ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນຫວຽດ ນາມ ໃນກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 58 (AMM-58) ທີ່ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະ AMM-58 ຢູ່ສູນກອງປະຊຸມກົວລາລຳເປີ (Kuala Lumpur) ປະເທດມາເລເຊຍ.
ເພີ່ມເຕີມ