ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ສະຫະພັນແມ່ຍິງກະຊວງ ຮສສ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ
ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8/3/1910-8/3/2026) ຄົບຮອບ 116 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມກະຊວງ ຮສສ ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຮສສ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີສະຫາຍ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງ ຮສສ ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ສະຫະພນແມຍງກະຊວງ ຮສສ ສະຫອງວນແມຍງສາກນ ຄບຮອບ 116 ປ - image 1
 

 

ສະຫາຍ ນາງ ແກ້ວ ຈັນທະວີໄຊ ໄດ້ຍົກໃຫ້ເຫັນການກໍາເນີດວັນທີ 8 ມີນາ, ຊຶ່ງທຸກໆປີເອື້ອຍນ້ອງແມ່ຍິງໄດ້ພາກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ຕິດພັນກັບປະຫວັດສາດຂອງໂລກ ບໍ່ພຽງແຕ່ປະຊາຊົນລາວ ກໍຄືແມ່ຍິງລາວເທົ່ານັ້ນ ຍັງໄດ້ຕິດພັນກັບຂະບວນການກົດຂີ່ຂູດຮີດຂອງພວກຈັກະພັດ. ພາຍຫຼັງປ່ຽນຈາກລະບອບສັກດີນາ ມາເປັນລະບອບນາຍທຶນ ພວກມັນຍິ່ງກົດຂີ່ຂູດຮີດແຮງງານຂອງແມ່ຍິງ ເພື່ອສ້າງຮັ່ງຄູນມີໃຫ້ພວກເຂົາ, ພວກນາຍທຶນໃຊ້ແຮງງານແມ່ຍິງໄປເປັນກໍາມະກອນຢູ່ຕາມໂຮງຈັກ-ໂຮງງານເປັນຂ້າທາດ, ເປັນນາງບໍາເລີໃຫ້ພວກເຂົາ ໂດຍບໍ່ຄໍານຶງເຖິງຊີວິດການເປັນຢູ່ຂອງແມ່ຍິງເຫຼົ່ານັ້ນ. ຈາກເຫດການດັ່ງກ່າວ, ແມ່ຍິງຈຶ່ງເພີ່ມຄວາມເຈັບແຄ້ນເປັນທະວີຄູນ ຕໍ່ພວກນາຍທຶນທີ່ກົດຂີ່ຂູດຮີດແຮງງານ ຈຶ່ງພາກັນລຸກຮື້ຂຶ້ນຕໍ່ສູ້ ທວງເອົາສິດ ແລະ ເອກະລາດຄືນມາ ຍ້ອນແນວນັ້ນໃນໂຮງຈັກ-ໂຮງງານຂອງສະຫະລັດອາເມຣິກາ ຈຶ່ງໄດ້ຢຸດການເຮັດວຽກ ເພື່ອທວງໃຫ້ນາຍທຶນ ຕ້ອງໄຊ້ຄ່າແຮງງານຢ່າງເໝາະສົມ, ແຕ່ການຕໍ່ສູ້ດັ່ງກ່າວກໍບໍ່ໄດ້ຮັບໄຊຊະນະ, ແຕ່ມັນໄດ້ສ່ອງແສງເຖິງກະແສຟອງຂອງຄວາມຄຽດແຄ້ນໄປທົ່ວໂລກ, ໂດຍສະເພາະ ແມ່ນແມ່ຍິງຢູ່ທະວີບອາເມຣິກາ ແລະ ທະວີບເອີຣົບ ໄດ້ທວງເອົາເວລາເຮັດວຽກມື້ໜຶ່ງ 8 ຊົ່ວໂມງ, ທວງເອົາການຮັບປະກັນສິດທິພື້ນຖານດ້ານສະຫວັດດີການສັງຄົມ, ການເບິ່ງແຍງໃນເວລາເຈັບ-ປ່ວຍ, ການອອກລູກ ແລະ ທວງເອົາສິດອື່ນໆ.

ສະຫະພນແມຍງກະຊວງ ຮສສ ສະຫອງວນແມຍງສາກນ ຄບຮອບ 116 ປ - image 2
 

ພາຍຫຼັງໄດ້ຮັບຮອງເອົາວັນທີ 8 ເດືອນ 3 ເປັນວັນແມ່ຍິງສາກົນ ນັບແຕ່ນັ້ນມາຈົນເຖິງປັດຈຸບັນ ແມ່ນຄົບຮອບ 116 ປີ, ການສະເຫຼີມສະຫຼອງແຕ່ລະປີ ເປັນການລະນຶກເຖິງແມ່ຍິງ ທີ່ໄດ້ເສຍສະຫຼະຊີວິດຕົນເອງເພື່ອຊາວກໍາມະກອນໃນທົ່ວໂລກ ຊຶ່ງບໍ່ພຽງແຕ່ເອື້ອຍນ້ອງແມ່ຍິງເທົ່ານັ້ນ ແຕ່ຍັງລວມເຖິງກໍາມະກອນທີ່ເປັນເພດຊາຍ ກໍໄດ້ຮັບຜົນປະໂຫຍດເຊັ່ນກັນ. ຈາກນັ້ນໃນແຕ່ລະປີ ກໍໄດ້ຈັດກອງປະຊຸມຕ່າງໆ ເພື່ອປຶກສາຫາລືກ່ຽວກັບວຽກງານແມ່ຍິງເປັນອັນສະເພາະ ແລະ ໄດ້ວາງຄໍາຂັວນ ເພື່ອສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ເປັນຕົ້ນ ສົນທິສັນຍາແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແລະ ອື່ນໆ ໃນທົ່ວໂລກ ໄດ້ມີຄະນະກໍາມະການສາກົນທີ່ເວົ້າເລື່ອງວຽກແມ່ຍິງ.

ສໍາລັບ ສປປ ລາວ ພັກ, ລັດ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽກງານຂອງແມ່ຍິງ-ເດັກນ້ອຍ, ໃຫ້ສິດສະເໝີພາບລະຫວ່າງຍິງ-ຊາຍ ທັງໄດ້ຍົກບົດບາດຂອງແມ່ຍິງສູ່ລະດັບສູງ, ມີຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ແຕ່ລະໄລຍະໄດ້ວາງທິດທາງນໍາພາແມ່ຍິງໄດ້ມີການເຄື່ອນໄຫວ, ຊຶ່ງຄໍາຂວັນ ວັນແມ່ຍິງສາກົນປີ 2026 ຄົບຮອບ 116 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”,. ນັບຕັ້ງແຕ່ມີພັກນໍາພາ ພັກໄດ້ວາງແນວທາງ, ກໍານົດແຕ່ຫົວທີ ຖ້າຢ້ອນໄປເບິ່ງໂຄງການ ການເມືອງ 12 ຂໍ້ ຂອງພັກ ກໍໄດ້ມີໂຄງການ ການເມືອງໜຶ່ງທີ່ເວົ້າເຖິງຄວາມສະເໝີພາບ ຈຶ່ງເຮັດໃຫ້ແມ່ຍິງດໍາລົງຊີວິດພາຍໃຕ້ພັກນໍາພາ ຊີວິດການເປັນຢູ່ນັບມື້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ແມ່ຍິງໄດ້ມີສິດ ແລະ ປະກອບສ່ວນໃນທຸກຂົງເຂດວຽກງານ ເປັນຕົ້ນ ດ້ານການເມືອງ, ການທະຫານ, ດ້ານເສດຖະກິດ-ສັງຄົມ ນັບມື້ໄດ້ປະກອບສ່ວນຢ່າງເຕັມສ່ວນ.

ສະຫະພນແມຍງກະຊວງ ຮສສ ສະຫອງວນແມຍງສາກນ ຄບຮອບ 116 ປ - image 3
 

ທ່ານ ນາງ ມອນທອງ ອິນທະວົງ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ເຜີຍແຜ່ກົດລະບຽບຂອງສະຫະພັນແມ່ຍິງລາວ ຄັ້ງທີ IX, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮສສ.

ໃນພິທີໄດ້ມີກິດຈະກຳຖາມ-ຕອບ ແລະ ທ່ຽວຊົມຮ້ານວາງສະແດງຜະລິດຕະພັນ, ອາຫານຂອງເອື້ອຍນ້ອງໜ່ວຍແມ່ຍິງກະຊວງ ຮສສ ຕື່ມອີກ. (ຂ່າວສານຮສສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ