ສະຫະພັນແມ່ຍິງແຂວງບໍລິຄຳໄຊ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ

ສະຫະພັນແມ່ຍິງແຂວງບໍລິຄຳໄຊ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ
ໂດຍ: ພູວັນ
    ປີ 2024 ນີ້ ສະຫະພັນແມ່ຍິງ (ສຍຂ) ແຂວງບໍລິຄຳໄຊ ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼາຍດ້ານ ໂດຍສະເພາະສືບຕໍ່ຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ, ແມ່ຍິງບັນດາເຜົ່າໃຫ້ມີແນວຄິດຫຼັກໝັ້ນ, ອຸ່ນອ່ຽນທຸ່ນທ່ຽງເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄຸນສົມບັດ-ສິນທໍາປະຕິວັດດ້ວຍການຈັດຕັ້ງປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ, ເຜີຍແຜ່ປະຫວັດມູນເຊື້ອວັດທະນະທໍາອັນດີງາມຂອງແມ່ຍິງ, ເອົາໃຈໃສ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ໂດຍສຸມໃສ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃຫ້ສໍາເລັດຕາມກໍານົດເວລາ.
    ທ່ານນາງ ວິລະພອນ ພົມມະວົງສາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ ທີ່ສຳນັກງານດັ່ງກ່າວວ່າ: ປັດຈຸບັນທົ່ວແຂວງມີສະມາຊິກແມ່ຍິງ 35.029 ຄົນ, ຂັ້ນແຂວງມີ 26 ຮາກຖານ, ມີ 5 ຈຸຂຶ້ນກັບຮາກຖານອ້ອມຂ້າງແຂວງ, ຂັ້ນເມືອງມີ 60 ຮາກຖານ, 151 ໜ່ວຍ, 284 ບ້ານ, 7 ສະຫະພັນແມ່ຍິງເມືອງ, ມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງສະໄໝທີ VIIຈໍານວນ 25 ສະຫາຍ.
    ທ່ານນາງ ວິລະພອນ ພົມມະວົງສາ ກ່າວໃຫ້ຮູ້ອີກວ່າ: ສໍາລັບການຫ້າງຫາກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ສະຫະພັນແມ່ຍິງແຂວງໄດ້ອີງຕາມຄໍາແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 557/ສສຍລ, ລົງວັນທີ 25 ສິງຫາ 2023 ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງສະຫະພັນແມ່ຍິງແຂວງ, ນະຄອນຫຼວງ ຊຶ່ງໄດ້ອອກຄໍາແນະນໍາເລກທີ 825/ສຍຂ, ລົງວັນທີ 13 ກັນຍາ 2023.ປັດຈຸບັນສະຫະພັນແມ່ຍິງແຕ່ລະຂັ້ນພວມສຸມໃສ່ລົງຊຸກຍູ້ຕິດຕາມວຽກງານຮອບດ້ານ, ຊຸກຍູ້ການຜະລິດເປັນສິນຄ້າ, ກຸ່ມທ້ອນເງິນຂອງເອື້ອຍນ້ອງແມ່ຍິງ ຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຢ່າງເປັນຂະບວນຟົດຟື້ນ, ຊຸກຍູ້ວຽກງານຮາກຖານຕາມສາຍຕັ້ງສໍາເລັດ 7 ເມືອງ ພ້ອມທັງປັບປຸງ ແລະ ດໍາເນີນກອງປະຊຸມໃຫຍ່ສະມາຊິກແມ່ຍິງທີ່ຮອດກໍານົດເວລາ, ສໍາເລັດຂັ້ນແຂວງໄດ້ 9ຮາກຖານ, 6ໜ່ວຍ, ຂັ້ນເມືອງ 186 ບ້ານ, 49 ຮາກຖານ, 72ໜ່ວຍ, ຂະຫຍາຍສະມາຊິກແມ່ຍິງໄດ້ 5.701ຄົນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະສະຫະພັນແມ່ຍິງເມືອງໄດ້ລົງຮາກຖານປະຈໍາຢູ່ເມືອງ, ເຂດ, ບ້ານ ຕາມຂະບວນການລວມຂອງແຂວງ, ຂອງເມືອງ ແລະ ໄດ້ກໍານົດໃຫ້ບ້ານ, ຮາກຖານ, ໜ່ວຍ ແລະ ສະຫະພັນແມ່ຍິງເມືອງດໍາເນີນກອງປະຊຸມໃຫຍ່ສະມາຊິກແມ່ຍິງຂັ້ນຕົນໃຫ້ສໍາເລັດໃນທ້າຍເດືອນມິຖຸນາ 2024 ນີ້. ສໍາຫຼັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄໍາໄຊຄາດໝາຍທ້າຍປີ 2025 ນີ້ຈະໃຫ້ສຳເລັດ.
    ຕໍ່ກັບການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍ,ດ້ວຍການໂຄສະນາເຜີຍແຜ່ກົດໝາຍເອກະສານ, ນິຕິກໍາຕ່າງໆທີ່ກ່ຽວພັນກັບແມ່ຍິງ ແລະເດັກນ້ອຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຜັນຂະຫຍາຍສົນທິສັນຍາສາກົນຕ່າງໆ, ການພັດທະນາແມ່ຍິງທາງດ້ານວິຊາສະເພາະ, ວິຊາການເຕັກໂນໂລຊີ, ສ້າງວຽກເຮັດງານທໍາຜະລິດເປັນສິນຄ້າ ເພື່ອປັບປຸງຊີວິດການເປັນຢູ່ຂອງແມ່ຍິງໃຫ້ດີຂຶ້ນ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ແມ່ຍິງທີ່ທຸກຍາກຂາດເຂີນໄດ້ຝຶກອົບຮົມວິຊາຊີບຕັດຫຍິບ, ເສີມສວຍ, ປຸງແຕ່ງອາຫານ ແລະ ອື່ນໆສືບຕໍ່ນໍາພາຈັດຕັ້ງປະຕິບັດຄໍາຂວັນຂອງແມ່ຍິງລາວ ‘‘ພັດທະນາຄວາມສະເໜີພາບຍິງ-ຊາຍຕິດພັນກັບການພັດທະນາປະເທດຊາດ’’ແລະ ວຽກງານຂະບວນການຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວໃຫ້ເປັນຂະບວນກວ້າງຂວາງຟົດຟື້ນ, ຮັກສາໃຫ້ໄດ້ນາມມະຍົດສະຫະພັນແມ່ຍິງແຂວງ 3 ດີ, ການພົວພັນຮ່ວມມືກັບຕ່າງປະເທດ, ບັນດາປະເທດເພື່ອນມິດສາກົນດ້ວຍການໂຄສະນາເຜີຍແຜ່ແນວທາງການຕ່າງປະເທດຂອງພັກ, ຂອງແຂວງໃຫ້ສະມາຊິກແມ່ຍິງ, ແມ່ຍິງບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ພົບປະແລກປ່ຽນບົດຮຽນກັບປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນເພື່ອຍາດແຍ່ງທຶນມາພັດທະນາແມ່ຍິງໃຫ້ດີຂຶ້ນເທື່ອລະກ້າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ