![]() |
ສະຫາຍ ສີສູນໄທ ແກ້ວໂພໄຊ, ຫົວໜ້າກົມເລຂານຸການ-ການນໍາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງກົມເລຂານຸການ-ການນໍາທີ່ໄດ້ປະຕິບັດໜ້າທີ່, ພາລະບົດບາດ ຊ່ວຍຄະນະພັກ-ຄະນະຫ້ອງວ່າການສູນກາງພັກ ໃນການເປັນເສນາທິການດ້ານເນື້ອໃນ, ເປັນໃຈກາງປະສານງານ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາທິການໃຫຍ່ ແລະ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເຊິ່ງເຫັນວ່າສາມາດຍາດໄດ້ຜົນສຳເລັດ ແລະ ມີຜົນງານພົ້ນເດັ່ນຫຼາຍດ້ານ ໃນໄລຍະຜ່ານມາ. ໃນໂອກາດດັ່ງກ່າວ ສະຫາຍ ເພັດ ພົມພີພັກ ໄດ້ສະແດງຄວາມຢື້ຢາມຖາມຂ່າວ, ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງບັນດາສະມາຊິກພັກ ແລະ ພະນັກງານພາຍໃນກົມ ທີ່ສາມາດຍາດໄດ້ຜົນສຳເລັດດັ່ງກ່າວ ພ້ອມທັງໃຫ້ທິດຊີ້ນໍາທີ່ສໍາຄັນຈຳນວນໜຶ່ງ ເພື່ອເປັນຈຸດສຸມໃນການຈັດຕັ້ງປະຕິບັດວຽກງານຂອງກົມໃນຕໍ່ໜ້າ ຄື :
1. ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ນໍາພາເຊື່ອມຊຶມບັນດາກົດໝາຍຂອງລັດ, ລະບຽບຂອງພັກ, ແຜນພັດທະນາຕ່າງໆ ແລະ ນິຕິກໍາອື່່ນໆທີ່ກ່ຽວຂ້ອງ;
2. ສືບຕໍ່ປັບປຸງ, ສັບຊ້ອນ ແລະ ຈັດວາງບຸກຄະລາກອນພາຍໃນກົມໃຫ້ຖືກຕ້ອງ, ຕົວຈິງ ແລະ ພາວະວິໄສຄຽງຄູ່ກັບການ ກໍ່ສ້າງ ແລະ ນໍາໃຊ້ພະນັກງານໃຫ້ເປັນມືອາຊີບ ໂດຍການຝຶກອົບຮົມ, ແລກປ່ຽນບົດຮຽນວຽກງານ ເພື່ອສ້າງການຫັນປ່ຽນ ແລະ ປັບປຸງກົນໄກແບບແຜນວິທີເຮັດວຽກ ໃຫ້ມີຄວາມທັນສະໄໝທັນສະໄໝ, ປະດິດສ້າງ, ຫັນເປັນດີຈີຕອນ, ການນໍາເອົາເຕັກໂນໂລຊີມານໍາໃຊ້ເຂົ້າໃນວຽກງານ, ການນໍາໃຊ້ປັນຍາປະດິດ AI, ການຫັນເປັນວິທະຍາສາດ ແລະ ອື່ນໆ ໃຫ້ມີຄວາມເຂັ້ມແຂງຂຶ້ນ.
3. ຍົກສູງວຽກງານເສນາທິການ ແລະ ອຳນວຍຄວາມສະດວກ ໃຫ້ການນໍາດ້ວຍຄວາມຮັບປະກັນ ແລະ ປອດໄພຮອບດ້ານ, ເພີ່ມທະວີຄວາມສັດຊື່ບໍລິສຸດ, ຄວາມຈົງຮັກພັກດີ, ບໍ່ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ, ສ້າງຕົນໃຫ້ເປັນຄົນເກັ່ງ, ວ່ອງໄວ, ຮັກສາຄວາມລັບ ແລະ ສ້າງໄດ້ຄວາມເປັນແບບຢ່າງນຳໜ້າ ຢ່າງໜັກແໜ້ນ ແລະ ເປັນປົກກະຕິ.
![]() |
4. ສ້າງກົນໄກປະສານງານກັບບັນດາກົມ, ບັນດາອົງການທີ່ກ່ຽວຂ້ອງ ທັງສູນກາງ ແລະທ້ອງຖິ່ນໃຫ້ມີຄວາມວ່ອງໄວ, ໂລ່ງລ່ຽນ ແລະ ຊັດເຈນສູງຂຶ້ນ
5. ສືບຕໍ່ຂະຫຍາຍເສີມຂະຫຍາຍຄວາມສາມັກຄີ ແລະ ມູນເຊື້ອອັນດີງາມຂອງກົມ ຄຽງຄູ່ກັບການສ້າງກຳລັງມະຫາຊົນ ທີ່ເປັນແບບຢ່າງ ແລະ ສ້າງຂະບວນການໃຫ້ມີບັນຍະກາດທີ່ຟົດຟື້ນ ແລະ ມີເນື້ອໃນທີ່ໜັກ
ແໜ້ນ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກກົມເລຂານຸການ-ການນໍາ ສຳເລັດຕາມຄາດໝາຍທີ່ວາງໄວ້. ຂ່າວ:ຫສພ


ຄໍາເຫັນ