mjko xtmko

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແລະ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ແລະ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
ເນື່ອງໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ການນຳຂັ້ນສູງ ເດີນທາງມາເຂົ້າຮ່ວມພິທີໄວ້ອາໄລ ແລະ ງານຊາປະນະກິດ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ລະຫວ່າງ ວັນທີ 25-26 ກໍລະກົດ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ໂຕເລິມ ປະທານປະເທດ ສສ ຫວຽດນາມ. ການພົບປະຄັ້ງນີ້ໄດ້ດຳເນີນ ໃນບັນຍາກາດທີ່ໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ຊຶ່ງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ກ່າວບາງຕອນສຳຄັນວ່າ: ໃນນາມ ພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມໂສກເສົ້າເສຍໃຈ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງແມ່ນການສູນເສຍອັນຍິ່ງໃຫຍ່, ສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ.

ໃນນາມ ພັກປະຊາຊົນ ປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມໂສກເສົ້າເສຍໃຈ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຶ່ງແມ່ນການສູນເສຍອັນຍິ່ງໃຫຍ່, ສູນເສຍຜູ້ນໍາປະຕິວັດທີ່ອົງອາດກ້າແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ.

Content

ສະຫາຍ ທອງລນ ສສລດ ພບປະກບ ສະຫາຍ ໂຕເລມ ປະທານປະເທດ ແລະ ສະຫາຍ ຟາມມງຈງ ນາຍກລດຖະມນຕ ແຫງ ສສ ຫວຽດນາມ - image 1
 

ສະຫາຍ ໂຕເລິມ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ໄດ້ເດີນທາງມາຮ່ວມພິທີໄວ້ອາໄລ ແລະ ແບ່ງເບົາຄວາມທຸກໂສກນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສອງຝ່າຍໄດ້ຫວນຄືນເຖິງຄຸນງາມຄວາມດີຂອງ ສະຫາຍ ຫງວຽນຝູຈ້ອງ ຕໍ່ການພັດທະນາ ແລະ ປົກປັກຮັກສາປະເທດຫວຽດນາມ ແລະ ການເພີ່ມພູນຄູນສ້າງ ສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ, ຈະພ້ອມກັນສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນຟູຈ້ອງ ໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.

file-sample150kb.pdf

ໃນຕອນເຊົ້າວັນທີ 26 ກໍລະກົດ ນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມຄະນະ ຍັງໄດ້ພົບປະກັບ ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ໃນການພົບປະຄັ້ງນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວສະແດງຄວາມເສຍໃຈນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ໄດ້ສູນເສຍຜູ້ນຳທີ່ອົງອາດ ເດັດດ່ຽວໃນການປະຕິບັດລະບຽບຫຼັກການຂອງພັກ, ໂດຍສະເພາະ ແມ່ນວຽກງານປັບປຸງ ແລະ ກໍ່ສ້າງພັກໃຫ້ເຂັ້ມແຂງ, ປອດໃສ ກໍຄືວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ. ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ກ່າວຂອບໃຈຕໍ່ການຊ່ວຍເຫຼືອຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ປະຊາຊົນລາວ. ຍົກໃຫ້ເຫັນບັນດານະໂຍບາຍຕ່າງໆ ທີ່ລັດຖະບານລາວກຳລັງສຸມໃສ່ເພື່ອແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ.

ຕໍ່ການສູນເສຍອັນໃຫຍ່ຫຼວງຄັ້ງນີ້, ສອງຝ່າຍ ໄດ້ຖືເອົາການສູນເສຍ ດັ່ງກ່າວ ກາຍເປັນກໍາລັງແຮງ ເພື່ອສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ສ້າງປະໄວ້ໃຫ້ສືບຕໍ່ແຕກດອກອອກຜົນ, ສືບຕໍ່ຮັດແໜ້ນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; ຫວຽດນາມ-ລາວ ໃຫ້

ໜັກແໜ້ນຂຶ້ນຕື່ມ, ສຸມໃສ່ປະຕິບັດບັນດາຂໍ້ຕົກ ລົງໃນລະດັບສູງຂອງ ສອງພັກ, ສອງລັດ ໃຫ້ປະກົດຜົນເປັນຈິງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

(ຂ່າວ: ຄຕພ - ພາບ: ຕຸໄລເພັດ )

ຄໍາເຫັນ

ຂ່າວເດັ່ນ

ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ເປີດງານສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ເປີດງານສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ພາຍໃຕ້ຄໍາຂັວນ: ພັດທະນາຄວາມສະເໝີພາບຍິງ-ຊາຍຕິດພັນກັບການພັດທະນາປະເທດຊາດຂຶ້ນໃນວັນທີ 10 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ແລະ ມີບັນດາຄອບຄົວການນໍາ,​ ລັດຖະມົນຕີ-ຮອງລັດຖະມົນຕີ, ມີການນຳພັກ-ລັດ, ທຸຕານຸທູດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ກໍລະກົດ ນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-11 ກໍລະກົດ 2025.
ເລຂາທິການໃຫຍ່ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ກໍລະກົດນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຈີ້ ຢຸງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 9-11 ກໍລະກົດ 2025.
ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ  ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ ນີ້ ທີ່ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະນໍາກະຊວງ, ຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ປະດັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1) ໃຫ້ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຮັບຫຼຽນກຽດຕິຄຸນ ອາທິດອຸໄທ (ຊັ້ນ 1), ເປັນກຽດປະດັບຫຼຽນ ໂດຍ ທ່ານ ໂຄອິຊຶມີ ຊິໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຫຼຽນກຽດຕິຍົດອັນສູງສົ່ງ ຊຶ່ງປະທານໂດຍສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ ຜ່ານມານີ້ ທີ່ເຮືອນພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາການນໍາຂັ້ນສູງ, ແຂກຖືກເຊີນ ພ້ອມດ້ວຍ ຄອບຄົວຂອງ ທ່ານ ສອນໄຊ ສີພັນດອນ.
ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ພະນັກງານການນໍາຫຼັກແຫຼ່ງ ຂອງແຂວງອັດຕະປື

ໃນຕອນເຊົ້າວັນທີ 2 ກໍລະກົດ ຜ່ານມາ ທີ່ຫ້ອງວ່າການແຂວງອັດຕະປື, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມຕໍ່ພະນັກງານການນຳຫຼັກແຫຼ່ງ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາຄະນະນຳຂອງແຂວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງ ຈາກ ທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 2 ກໍລະກົດ ນີ້ ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 4 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

ໃນວັນທີ 1 ກໍລະກົດຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.
6 ເດືອນຕົ້ນປີນີ້ ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ໃນທົ່ວປະເທດ

6 ເດືອນຕົ້ນປີນີ້ ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ໃນທົ່ວປະເທດ

6 ເດືອນຕົ້ນປີ 2025 ຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ແກ້ໄຂສະພາບຂາດແຄນແຮງງານ ໂດຍສາມາດພັດທະນາສີມືແຮງງານເພື່ອນໍາເຂົ້າສູ່ຕຳແໜ່ງງານ, ຈັດຫາວຽກເຮັດງານທໍາຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ລື່ນແຜນການປີ 80.15%. ໃນນັ້ນ, ຍັງສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ໃນທົ່ວປະເທດ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ເພີ່ມເຕີມ