ສະຫາຍທອງລຸນສີສຸລິດພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ

ສະຫາຍທອງລຸນສີສຸລິດພົບປະໂອ້ລົມພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ
ໃນວັນທີ 27 ທັນວານີ້ິ້, ທີ່ຫ້ອງວ່າການສູນກາງພັກ, ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ ມີສະຫາຍທອງສະລິດມັງໜໍ່ເມກຄະນະເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ, ຄະນະກົມແລະຄະນະພະແນກຢູ່ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ສະຫາຍທອງສະລິດມັງໜໍ່ເມກໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງຫ້ອງວ່າການສູນກາງພັກແລະໄດ້ຕີລາຄາຜົນການເຄື່ອນໄຫວໃນໄລຍະຜ່ານມາ, ຊີ້ໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ສິ່ງທ້າທາຍແລະສະຫຼຸບຖອດຖອນໄດ້ 5 ບົດຮຽນທີ່ເປັນມູນເຊື້ອ, ເປັນອຸດົມການ, ຄະຕິເຕືອນໃຈໃຫ້ສະມາຊິກພັກ-ພະນັກງານທົ່ວຫ້ອງວ່າການສູນກາງພັກສືບຕໍ່ຮັກສາແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ; ພ້ອມທັງໄດ້ລາຍງານກ່ຽວກັບທິດທາງແຜນວຽກຈຸດສຸມຂອງຫ້ອງວ່າການສູນກາງພັກໃນຕໍ່ໜ້າ.
ໃນໂອກາດນີ້ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍແລະຕີລາຄາສູງຕໍ່ການນໍາພາຊີ້ນໍາແລະການເຄື່ອນໄຫວວຽກງານຂອງຄະນະພັກ, ຄະນະນຳ, ບັນດາສະຫາຍການນຳຫຼັກແຫຼ່ງແລະພະນັກງານທັງໝົດຂອງຫ້ອງວ່າການສູນກາງພັກ; ຍົກໃຫ້ເຫັນມູນເຊື້ອຂອງຫ້ອງວ່າການສູນກາງພັກ, ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ການປັບປຸງແລະຍົກລະດັບຄຸນນະພາບໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງຫ້ອງວ່າການສູນກາງພັກທີ່ເປັນເສນາທິການໃກ້ຊິດໃຫ້ແກ່ສູນກາງພັກ, ໂດຍໄດ້ເນັ້ນໜັກບາງເນື້ອໃນສຳຄັນຄື:ໜື່ງ,ຕ້ອງສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດຂອງຫ້ອງວ່າການສູນກາງພັກທັງ 5 ດ້ານຄື:ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ພາລະກິດປະຕິວັດຂອງພັກ, ຕໍ່ອຸດົມການ, ເສັ້ນທາງກ້າວເດີນແລະຈຸດໝາຍກ້າວຂຶ້ນຂອງປະເທດຊາດ; ເປັນນໍ້າໜຶ່ງໃຈດຽວກັນ, ສາມັກຄີປຸ້ມລຸມຊ່ວຍເຫຼືອຊຶ່ງກັນແລະກັນຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ;ເປັນແບບຢ່າງນໍາໜ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ;ເປັນເສນາທິການຊ່ວຍການນໍາຂອງພັກດ້ວຍຄວາມຊື່ສັດບໍລິສຸດ, ຮັບປະກັນຄວາມລັບຂອງພັກ, ຂອງຊາດ; ແລະເປັນເບົ້າຫຼໍ່ຝຶກຝົນ, ກໍ່ສ້າງບຸກຄະລາກອນທີ່ສໍາຄັນຂອງພັກ;ສອງ,ຕ້ອງຍົກສູງບົດບາດເປັນເສນາທິການຊ່ວຍສູນກາງພັກແລະການນໍາຂອງພັກໃຫ້ສູງຂຶ້ນຕື່ມ, ຮັບປະກັນປະສິດທິຜົນ, ຕ້ອງເປັນເສນາທິການທີ່ປຽບເໝືອນ“ແຂນ, ຂາແລະມັນສະໝອງ” ທີ່ເຂັ້ມແຂງໃຫ້ແກ່ສູນກາງພັກ; ສາມ,ສືບຕໍ່ຍົກສູງບົດບາດໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງແລະທິດຊີ້ນຳຂອງສູນກາງພັກ;ສີ່, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການສູນກາງພັກໃຫ້ກະທັດຮັດ, ເຂັ້ມແຂງ,ໜັກແໜ້ນແລະປອດໃສ; ເອົາໃຈໃສ່ຍົກສູງຄຸນນະພາບຂອງຖັນແຖວບຸກຄະລາກອນໂດຍສະເພາະໃນຂົງເຂດຄົ້ນຄວ້າ, ວິເຄາະ, ວິໄຈ, ສະຫຼຸບສັງລວມ;ຫ້າ,ເກັບກໍາ, ຄຸ້ມຄອງ, ນໍາໃຊ້ແລະເຜີຍແຜ່ເອກະສານຂອງພັກຕາມທິດຫັນໄປສູ່ດີຈີຕອນ; ຫົກ,ສືບຕໍ່ເພີ່ມທະວີການຍົກລະດັບການພົວພັນຮ່ວມມືກັບຫ້ອງວ່າການສູນກາງພັກຂອງບັນດາປະເທດເພື່ອນມິດຍຸດທະສາດໃຫ້ນັບມື້້ເຂົ້າສູ່ລວງເລິກ. 
ນອກຈາກນັ້ນ, ສະຫາຍເລຂາທິການໃຫຍ່ຍັງໄດ້ໃຫ້ທິດຊີ້ນຳແລະແບ່ງປັນບົດຮຽນຕົວຈິງໃນການຊ່ວຍການນຳໃນການກະກຽມເອກະສານຕ່າງໆໃຫ້ມີຄຸນນະພາບສູງ, ມີເນື້ອໃນເລິກເຊິ່ງແລະສະແດງຄວາມເຊື່ອໝັ້ນວ່າຫ້ອງວ່າການສູນກາງພັກຈະສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດແລະມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນດ້ວຍຜົນສຳເລັດແລະຍົກສູງບົດບາດການເປັນເສນາທິການໃຫ້ສູນກາງພັກໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI  ຂອງພັກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສ້າງພື້້ນຖານອັນໜັກແໜ້ນແລະກະກຽມຄວາມພ້ອມຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ  XII ຂອງພັກດ້ວຍຜົນສໍາເລັດໃໝ່.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ