ສະກາຍເວ ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ສະຫວັນນະເຂດ-ນະຄອນຫຼວງວຽງຈັນ

ສະກາຍເວ ເປີດຖ້ຽວບິນນະຄອນຫຼວງວຽງຈັນ-ສະຫວັນນະເຂດ-ນະຄອນຫຼວງວຽງຈັນ
ວັນທີ 2 ເມສາຜ່ານມາ ທີ່ສະໝາມບິນແຂວງສະຫວັນນະເຂດ, ບໍລິສັດລັດວິສາຫະກິດລາວເດີນອາກາດ ໄດ້ເປີດຖ້ຽວບິນປະຖົມມະລຶກເສັ້ນບິນນະຄອນຫລວງວຽງຈັນ-ສະຫວັນນະເຂດ-ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ສີວຽງທອງ ກອນນີວົງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດລາວເດີນອາກາດ (ສະກາຍເວ), ມີແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໂອກາດນີ້, ທ່ານ ສີວຽງທອງ ກອນນີວົງ ໄດ້ກ່າວວ່າ: ສຳລັບການເປີດເສັ້ນບິນໃໝ່ຄັ້ງນີ້, ແມ່ນຈະນໍາໃຊ້ເຮືອບິນ MA 60 ຂະຫນາດ 56 ບ່ອນນັ່ງ ຊຶ່ງຮັບໃຊ້ໃນເບື້ອງຕົ້ນແມ່ນ 3 ຖ້ຽວຕໍ່ອາທິດ ຄື: ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ອອກເດີນທາງຈາກນະຄອນຫຼວງວຽງຈັນ ເວລາ 8:30 ແລະ ກັບຈາກສະຫວັນນະເຂດ ເວລາ10:15 ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 15 ນາທີ. ບໍລິສັດຈະພິຈາລະນາການເພີ່ມຖ້ຽວບິນຕື່ມ; ພາຍຫຼັງການບິນຮັບໃຊ້ໄປໄລຍະໜຶ່ງ ບົນພື້ນຖານຄວາມຕ້ອງການເດີນທາງຂອງຜູ້ໂດຍສານແຕ່ລະໄລຍະ, ອີງໃສ່ສະພາບການພັດທະນາເສດຖິກິດ-ສັງຄົມທີ່ເຕີບໂຕ ແລະ ຂະຫຍາຍຕົວຂອງແຂວງສະຫວັນນະເຂດ, ບໍລິສັດເຊື່ອໝັ້ນວ່າ ການເປີດບໍລິການສາຍການບິນໃນຄັ້ງນີ້ ຈະອຳນວຍຄວາມສະດວຍໃນການເດີນທາງຂອງພໍ່ແມ່ປະຊາຊົນ, ພະນັການ, ນັກທຸລະກິດ ແລະ ນັກທ່ອງທ່ຽວ ຊຶ່ງເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສກລ ອວຍພອນວັນສ້າງຕັ້ງ ໜັງສືພິມປະຊາຊົນ ຄົບຮອບ 75 ປີ

ສກລ ອວຍພອນວັນສ້າງຕັ້ງ ໜັງສືພິມປະຊາຊົນ ຄົບຮອບ 75 ປີ

ໃນຕອນບ່າຍວັນທີ 11 ສິງຫານີ້ ທີ່ ສຳນັກງານໜັງສືພິມ ປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ພອນປະເສີດ ກິ່ງວົງສາ ຫົວໜ້າກົມຂ່າວສານ ສູນກາງກຳມະບານລາວ (ສກລ) ພ້ອມຄະນະ ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນໜັງສືພິມ ປະຊາຊົນ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມ ປະຊາຊົນ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025).
ປະກາດແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່

ປະກາດແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງວ່າການຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າຜູ້ໃໝ່ ຈັດຂຶ້ນໃນວັນທີ 11 ສິງຫານີ້ ທີ່ຫ້ອງການດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີເລຂາພັກເມືອງໂພນທອງ, ພະແນກການຂອງແຂວງ, ຂະແໜງການອ້ອມຂ້າງດ່ານເຂົ້າຮ່ວມ.
ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ຂະບວນແຂ່ງຂັນແລ່ນສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ

ໃນຕອນເຊົ້າວັນທີ 10 ສິງຫານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາລາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸທົກກະໄພຈາກພາຍຸວິພາ ໂດຍມີບັນດາການນຳຈາກສະພາແຫ່ງຊາດ, ກະຊວງ, ອົງການ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ສສຍລ ກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ກອງປະຊຸມວິຊາການ ເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໃຫ້ກຽດເຂົ້າຮ່ວມມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ, ສະມາຄົມນັກທຸລະກິດແມ່ຍິງລາວ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວສລ ເສວະ​ນາ​ໃນ​ຫົວ​ຂໍ້ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນ

ວັນທີ 11 ສິງຫານີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ຈັດກອງປະຊຸມເສວະ​ນາ​ໃນ​ຫົວ​ຂໍ້: ສິ່ງ​ທ້າ​ທາຍ ແລະ ທິດ​ທາງ​ພັດ​ທະນາ​ວຽກງານວິ​ທະ​ຍຸໃນ​ຍຸກ​ດີ​ຈີ​ຕອນພາຍໃຕ້ການເປັນປະທານຂອງທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີອະດີດຮອງລັດຖະມົນຕີພ້ອມດ້ວຍຫົວ​ໜ້າ​ກົມ, ຮອງ​ກົມ, ​ແຂກ​ຮັບເຊີນ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸທ້ອງຖິ່ນໃນທົ່ວປະເທດ ແລະ ນັກ​ຂ່າວ​ຈາກ​ບັນ​ດາ​ແຂວງ ແລະ​ ນະ​ຄອນຫຼວງ​ວຽງຈັນເຂົ້າຮ່ວມ.
ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ສສຊ, ສສຂ ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງໄຊບູລີ.

ເມື່ອບໍ່ດົນມານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງໄຊບູລີ ໄດ້ລົງເຄື່ອນໄຫວພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ຢູ່ 4 ຈຸດຂອງເມືອງໄຊບູລີ ຄື:
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 11 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຕິດຕາມ ກວດກາກອງປະຊຸມຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາອານຸກຳມະການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX ເຂົ້າຮ່ວມ.
ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ຍທຂ ຜົ້ງສາລີ ສ້າງຂະບວນການສ້ອມແປງທາງ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝ XII

ໃນວັນທີ 8 ສິງຫາຜ່ານມານີ້, ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາ ທິການ ແລະຂົນສົ່ງ (ຍທຂ) ແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກ ຍທຂ ໄດ້ສ້າງຂະບວນການອອກແຮງງານລວມ. ຊຶ່ງການອອກແຮງງານຄັ້ງນິ້,
ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຍ່າງມາລາທອນສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດ

ຂະບວນຍ່າງມາລາທອນ ເພື່ອສະເຫຼີມສະຫຼອງ 3 ວັນສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນຄົບຮອບ 34 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ສິງຫານີ້ ທີ່ເດີ່ນສວນສາທາລະນະ ທ່ານ ສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມພິທີມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ໄລຍະ 6 ເດືອນຕົ້ນປີ 2025 ແຂວງອັດຕະປື ໄດ້ມີຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ອັນທີ່ພົ້ນເດັ່ນແມ່ນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ, ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນວຽກງານ 3 ສ້າງ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ. ຄຽງຄູ່ກັນນັ້ນ, ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ, ກຸ່ມຄົນບໍ່ຫວັງດີ ຍັງສືບຕໍ່ໃສ່ຮ້າຍປ້າຍສີການນຳພາຂອງພັກ ຢ່າງບໍ່ລົດລະຄວາມພະຍາຍາມ.
ເພີ່ມເຕີມ