![]() |
ລາຍການສາລະຄະດີດັ່ງກ່າວ ຜະລິດໂດຍ ສະຖານີວິທະຍຸ - ໂທລະພາບສູນກາງ ແຫ່ງປະເທດຈີນ ຊຶ່ງໄດ້ເລີ່ມອອກອາກາດໃນສື່ຫຼັກຂອງບັນດາປະເທດສະມາຊິກ SCO ເຊັ່ນ: ຣັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ອີຣານ ແລະ ເບລາຣຸດຊີ, ໂດຍຜູ້ນຳຫຼາຍປະເທດກໍໄດ້ສົ່ງສານສະແດງຄວາມຍິນດີນຳລາຍການນີ້. ຈຸດປະສົງຂອງລາຍການສາລະຄະດີ “ສີຈິ້ນຜິງ ກັບສາຍໃຍວັດທະນະທຳ” ນີ້ ເພື່ອເລືອກເລື່ອງລາວທີ່ເປັນຈິງຂອງປະທານ ສີຈິ້ນຜິງ ເອົາໃຈໃສ່ເພື່ອສືບສານ ແລະ ການພັດທະນາວັດທະນະທຳ ທີ່ສະທ້ອນເຖິງແນວຄິດ “ວັດທະນະທຳ ຈະເລີນຮຸ່ງເຮືອງ ປະເທດຊາດຈະເລີນຮຸ່ງເຮືອງ, ຊາດເຂັ້ມແຂງດ້ວຍວັດທະນະທຳ” ແລະ ສະແດງເຖິງຄວາມຫວງແຫນມໍລະດົກທາງວັດທະນະທຳ ພ້ອມທັງພື້ນຖານວັດທະນະທຳທີ່ເລິກເຊິ່ງໃນການບໍລິຫານປະເທດ.
ທ່ານ ເສິ່ນໃຫ່ສົງ ກ່າວວ່າ: ສື່ເປັນຂົວທີ່ຊ່ວຍເສື່ອມໂຍງ ມິດຕະພາບ ແລະ ການແລກປ່ຽນວັດທະນະທຳ. ການອອກອາກາດຂອງ ສາລະຄະດີນີ້ ຈະຊ່ວຍໃຫ້ປະຊາຊົນຢູ່ປະເທດທີ່ເປັນສະມາຊິກ SCO ເຂົ້າໃຈ ສປ ຈີນ ແລະ ສະ ເໜ່ວັດທະນະທຳຂອງຈີນຫຼາຍຂຶ້ນ ພ້ອມຄວາມໄວ້ວາງໃຈຊຶ່ງກັນ ແລະ ກັນລະຫວ່າງປະເທດ, ພ້ອມນັ້ນຍັງໄດ້ແນະນຳລາຍການເດັ່ນຂອງ CMG ຫຼາຍກວ່າ 20 ລາຍການເຊັ່ນ: ຫົນທາງສູ່ທັນສະໄໝແບບຈີນ, ສ້າງອະນາຄົດ: ຈີນກັບພະລັງງານໃໝ່, ສະບາຍດີຫຸ່ນຍົນ, ຖ່າຍທອດຈີນຈາກມູມສູງ: ຕິເບດ ແລະ ອື່ນໆ ຊຶ່ງຈະອອກອາກາດໃນສື່ຫຼັກຫຼາຍກວ່າ 30 ແຫ່ງ ຂອງບັນດາປະເທດສະມາຊິກ SCO.
ຂ່າວ: ໄມຕຣີ; ພາບ: CMG
ຄໍາເຫັນ