![]() |
ກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ແລະຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກໍາມະບານຮອບດ້ານ ປະຈໍາປີ 2025 ໃນໄລຍະຜ່ານມາ ມີທັງດ້ານດີ, ດ້ານອ່ອນ ແລະ ບົດຮຽນຖອດຖອນໄດ້. ຜ່ານການຈັດຕັ້ງປະຕິບັດ ແລະ ຜ່ານການກວດກາປະເມີນຜົນການຈັດຕັ້ງກໍາມະບານ ໄດ້ຮັບການຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2025 ໄດ້ທັງໝົດ 357 ຮາກຖານ.ໃນນີ້, ມີກໍາມະບານຮາກຖານອ້ອມຂ້າງແຂວງ 38 ຮາກຖານ ແລະ 13 ສະຫະພັນກໍາມະບານ, ເທົ່າກັບ 94.44% ຂອງການຈັດຕັ້ງກໍາມະບານ; ສະມາຊິກກໍາມະບານໄດ້ຮັບຢັ້ງຢືນ 8,376 ຄົນຍິງ 3,938 ຄົນ.ໃນນີ້, ມີສະມາຊິກກໍາມະບານອ້ອມຂ້າງແຂວງ 2,214 ຄົນຍິງ 935 ຄົນ, ເທົ່າກັບ 99.17%, ຂອງຈໍານວນສະມາຊິກກໍາມະບານທັງໝົດ; ເຄື່ອນໄຫວຊຸກຍູ້, ກວດກາການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງການຈັດຕັ້ງກໍາມະບານແຕ່ລະຂັ້ນ ໄດ້ 7 ຄັ້ງ, ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 216 ຄົນຍິງ 85 ຄົນ, ເທົ່າກັບ 87,5% ຂອງແຜນການປີ.ຊຸກຍູ້ສົ່ງເສີມຕົວແບບດ້ານການຜະລິດກະສິກໍາ, ປູກຝັງ-ລ້ຽງສັດ, ຜູ້ອອກແຮງງານດີເດັ່ນ ແລະ ມີຫົວຄິດປະດິດສ້າງຕໍ່ກັບອາຊີບ ໃນການສ້າງພື້ນຖານເສດຖະກິດຄອບຄົວຂອງຕົນໄດ້ຢ່າງເຕີບໃຫຍ່ແຮງແຂງ ສາມາດສ້າງຕົວແບບດ້ານຕ່າງໆໄດ້ 3 ຕົວແບບ, ເທົ່າກັບ 80% ຂອງແຜນການປີ.
ຜົນສຳເລັດດັ່ງກ່າວ, ຍ້ອນການເຄື່ອນໄຫວວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດກົດໝາຍ, ມີລະບຽບວິໄນໃນການອອກແຮງງານ, ມີຄວາມຕື່ນຕົວສະໝັ້ກໃຈ ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງກຳມະບານ. ນອກນັ້ນ,ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະຕິບັດໜ້າທີ່ການເມືອງຂອງຕົນໃນແຕ່ລະຂົງເຂດວຽກງານຢ່າງເປັນຂະບວນ ແລະ ໄດ້ເອົາໃຈໃສ່ຕິດຕາມການປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ. ຈາກນັ້ນ, ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຈຳປີ 2025, ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ພ້ອມທັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ ຕີລາຄາບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂວຽກງານກຳມະບານໃຫ້ດີຂຶ້ນເປັນກ້າວໆ.
(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ