ສາລະວັນ ປຶກສາຫາລື ນິຕິກຳໃຕ້ກົດໝາຍ 5 ປີ

ສາລະວັນ ປຶກສາຫາລື ນິຕິກຳໃຕ້ກົດໝາຍ 5 ປີ

ສາລະວັນ ປຶກສາຫາລື ນິຕິກຳໃຕ້ກົດໝາຍ 5 ປີ
ວັນທີ 15 ກັນຍານີ້, ແຂວງສາລະວັນ ຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລືກ່ຽວກັບຮ່າງໂຄງການດຳເນີນງານຂອງອົງການປົກຄອງແຂວງສາລະວັນ, ຮ່າງຂໍ້ຕົກລົງວ່າດ້ວຍການປະສານງານ ແລະ ນິຕິກຳໃຕ້ກົດໝາຍ 5 ປີ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ຮອງເຈົ້າແຂວງສາລະວັນ.
ສາລະວນ ປກສາຫາລ ນຕກຳໃຕກດໝາຍ 5 ປ - image 1
 

ກອງປະຊຸມ, ໄດ້ຜ່ານຮ່າງໂຄງການດຳເນີນງານຂອງກຳມະການປົກຄອງແຂວງສາລະວັນ 5 ປີ ຄັ້ງທີ XI (2026-2030), ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງວຽກຊີ້ນໍາລະຫວ່າງປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ຮ່າງຂໍ້ຕົກລົງວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການແຂວງ ກັບ ຄະນະເລຂາທິການສະພາປະຊາຊົນແຂວງ, ບັນດາພະແນກການຂອງແຂວງ, ອົງການລັດທຽບເທົ່າຂັ້ນແຂວງ, ອົງການປົກຄອງເມືອງ ແລະ ອົງການຈັດຕັ້ງມະຫາຊົນ, ຮ່າງນິຕິກຳໃຕ້ກົດໝາຍ 5 ປີ. ພ້ອມນັ້ນ ບັນດາຜູ້ເຂົ້າຮ່ວມ ກໍໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດ ຄໍາເຫັນກ່ຽວກັບຮ່າງນິຕິກຳຕ່າງໆ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ. ທັງນີ້ ກໍເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ແລະ ແຜນງົບປະມານແຫ່ງລັດ ແຕ່ປີ 2026-2030 ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ວາງໄວ້ ເຮັດໃຫ້ບົດບາດຂອງອົງການປົກຄອງແຂວງ ໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ, ເຮັດໃຫ້ການເຄື່ອນໄຫວຂອງອົງການປົກຄອງແຂວງ ມີຄວາມເຂັ້ມແຂງ ແລະ ມີແບບແຜນໃນການປະຕິບັດ ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ. ຮັບປະກັນວຽກງານ ການຄຸ້ມຄອງລັດ - ຄຸ້ມຄອງສັງຄົມ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເນື້ອໃນແນວທາງນະໂຍບາຍຂອງພັກ-ລັດ ແລະ ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ເຮັດໃຫ້ການຕິດຕາມ - ກວດກາ, ການສະຫຼຸບ-ລາຍງານວຽກງານອົງການປົກຄອງແຂວງ ທີ່ວາງອອກແຕ່ລະຄັ້ງ, ສາມາດສະຫຼຸບໄດ້ດ້ານຕັ້ງໜ້າ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂຢ່າງຖືກຕ້ອງຕາມພາວະຄວາມເປັນຈິງ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະອົງການຈັດຕັ້ງ, ໃຫ້ມີຄວາມເຂັ້ມແຂງ, ວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ສອດຄ່ອງ, ກົມກຽວ ແລະ ມີປະສິດທິຜົນສູງ.

(ພາບ-ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ