![]() |
ຊຸດຝຶກອົບຮົມ ຄັ້ງນີ້ ໂດຍແມ່ນນັກວິທະຍາກອນ ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນຜູ້ບັນຍາຍ ອະທິບາຍຊີ້ແຈງ ຈາກຄວາມຮູ້ ແລະ ປະສົບການຕົວຈິງ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ 5 ຫົວຂໍ້ ທີ່ສໍາຄັນ ເປັນຕົ້ນ: ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ຄວາມຮູ້ພື້ນຖານກ່ຽວກັບເສນາທິການທີ່ດີ ໃຫ້ແກ່ການນໍາ; ຄວາມຮູ້ກ່ຽວກັບວຽກງານເລຂານຸການ; ຄວາມຮູ້ກ່ຽວກັບວຽກງານພິທີການ; ຄວາມຮູ້ກ່ຽວກັບວຽກງານ ຮ່າງໜັງສືທາງການ ແລະ ໜັງສືທາງລັດຖະການ.
ຊຸດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນແຂວງສາລະວັນ ມີແບບແຜນວິທີເຮັດວຽກທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການຕາມແນວທາງ ການປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານ.
ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ