ສາລະວັນ ສຸມໃສ່ເຮັດໜ້າປ້ອງກັນຄວາມສະຫງົບ

ສາລະວັນ ສຸມໃສ່ເຮັດໜ້າປ້ອງກັນຄວາມສະຫງົບໃນໄລຍະຈັດງານກິລານັກຮຽນ

ສາລະວັນ ສຸມໃສ່ເຮັດໜ້າປ້ອງກັນຄວາມສະຫງົບໃນໄລຍະຈັດງານກິລານັກຮຽນ
ທ່ານ ພົຈວ ສີເສີດ ສອນລາດາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII

ທີ່ແຂວງສາລະວັນເປັນເຈົ້າພາບ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນວັນທີ 16 ທັນວານີ້ວ່າ: ການຈັດງານມະຫາກຳກິລານັກຮຽນມັດທະຍົມສຶກສາຄັ້ງນີ້ ແມ່ນມີຄວາມສຳຄັນທີ່ສຸດ ຕ້ອງໄດ້ເພີ່ມທະວີໃນການຮັກສາຄວາມສະຫງົບ, ຄວາມປອດໄພ ໂດຍສະເພາະມີນັກກິລາຈາກບັນດາແຂວງໃນທົ່ວປະເທດ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ ເພື່ອຮັບປະກັນດ້ານຄວາມສະຫງົບ, ຄວາມປອດໄພ ໃນໄລຍະການຈັດງານແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຕາມແຜນຍຸດທະສາດ, ຈັດຕັ້ງກຳລັງປ້ອງກັນເວນຍາມໃນແຕ່ລະຈຸດຕ່າງໆທີ່ສຳຄັນ ໄດ້ເລີ່ມປະຕິບັດມາແຕ່ວັນທີ 2 ທັນວາ 2024 ເປັນຕົ້ນມາ, ມີການປະສານສົມທົບກັບບັນດາກຳມະການຕ່າງໆທີ່ກ່ຽວຂ້ອງ, ບັນດາແຂວງໃກ້ຄຽງ, ກະຊວງ ປກຊ-ປກສ ແລະ ໄດ້ນຳເອົາກໍາລັງທັງໝົດ 1,114 ສະຫາຍ ທັງສູນກາງ ແລະ ທ້ອງຖິ່ນ ກະກຽມຄວາມພ້ອມຢ່າງເປັນລະບົບ, ຄົບຊຸດ ເປັນຕົ້ນ: ໄດ້ປະກອບພາຫະນະ, ອຸປະກອນຮັບໃຊ້ໃນດ້ານວິຊາສະເພາະ, ຖືກກັບຫຼັກວິຊາການ ແນໃສ່ຈັດຕັ້ງປະຕິບັດໃຫ້ວ່ອງໄວ, ຮັດກຸມ ແລະ ຮອບດ້ານ. ກໍານົດເອົາ 22 ຈຸດ ໂດຍສະເພາະຈຸດສະຖານທີ່ພັກເຊົາຂອງນັກກິລາ, ສະໜາມກິລາ, ບັນດາເຮືອນພັກ, ໂຮງແຮມ, ສຳນັກງານຫ້ອງການ ແລະ ບັນດາພື້ນຖານໂຄງລ່າງຂອງປະຊາຊົນ, ພິເສດ ໄດ້ສຸມໃສ່ການປ້ອງກັນຄວາມສະຫງົບ ຢູ່ທີ່ສະໜາມເປີດ-ປິດ (ໃນວົງໃນ), ທັງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ນຳໃຊ້ອຸປະກອນວິຊາສະເພາະ ເປັນຕົ້ນ: ເຄື່ອງສະແກນທາດເຫຼັກ, ທາດລະເບີດ, ສະແກນພາຫະນະທຸກຊະນິດ ແລະ ຄົນເຂົ້າ-ອອກ ຢ່າງເປັນລະບົບ, ທັງໄດ້ນຳໃຊ້ກຳລັງວິຊາສະເພາະ, ນຳໃຊ້ໝາ ວິຊາສະເພາະ ເພື່ອນຳສືບຄົ້ນຫາ ແລະ ບັນຫາອາດຊະຍາກຳຕ່າງໆ, ໃນສະຖານທີ່ດັ່ງກ່າວໄດ້ນຳໃຊ້ກຳລັງທັງໝົດ 350 ສະຫາຍ, ມາຮອດປັດຈຸບັນເຫັນວ່າ ມີຄວາມສະຫງົບ ຮັບປະກັນ 100%.
ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະແດງຄວາມຊົມເຊີຍຕໍ່ກັບທຸກພາກສ່ວນໃນສັງຄົມ ທີ່ໄດ້ເອົາໃຈໃສ່ໃນການຮັກສາຄວາມສະຫງົບ, ຄວາມເປັນລະບົບຮຽບຮ້ອຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ແລະ ຮຽກຮ້ອງທຸກຊັ້ນຄົນທີ່ໄດ້ມາຮ່ວມງານ, ມາທ່ຽວ ຫຼື ມາຊົມການແຂ່ງຂັນ ຂໍໃຫ້ເອົາໃຈໃສ່ມີສະຕິລະວັງຕົວ ເພື່ອປົກປ້ອງຕົນເອງໃຫ້ມີຄວາມປອດໄພໃນການເດີນທາງໄປ-ມາ ໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ບໍ່ແກ້ວ ສະຫຼຸບວຽກງານຈັດຕັ້ງທົ່ວແຂວງ ຄັ້ງທີ VII

ກອງປະຊຸມວຽກງານຈັດຕັ້ງທົ່ວແຂວງບໍ່ແກ້ວ ຄັ້ງທີ VII ຈັດຂຶ້ນໃນວັນທີ 22 ກັນຍາຜ່ານມານີ້ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີບັນດາພະແນກການ, ຕາງໜ້າຄະນະນໍາຈາກ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ IV ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກ, ກຳມະການພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ເລ​ຂາ​ພັກແຂວງ​ຄຳ​ມ່ວນໂອ້ລົມກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ

ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການການສູນການພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນ ແຂວງຄໍາມ່ວນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທົ່ວແຂວງຄໍາມ່ວນໃນ​ວັນ​ທີ 22ກັນ​ຍາ​ຜ່ານ​ມາ, ໂດຍມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ອັດຕະປື ສະຫຼຸບຜົນງານກວດກາ 5 ປີ ແລະ ວາງທິດທາງ ຕໍ່ໜ້າ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ພາຍໃຕ້ຄຳຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ແກ່ນທ້າວ ທຳລາຍສິນຄ້າໝົດອາຍຸ-ສິນ​ຄ້າ​ຕ້ອງ​ຫ້າມ

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ໃນ​ວັນ​ທີ 22 ກັນ​ຍາ​ຜ່ານ​ມາ,ໂດຍມີທ່ານ ສົມສີ ຊາວພິລາຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງ​ການແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ຊຸກຍູ້ວຽກງານຢູ່ກອງຮ້ອຍທະຫານຊາຍແດນ 157

ວັນທີ 21 ກັນຍາຜ່ານມາ, ຄະນະຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ, ນໍາໂດຍ ສະຫາຍ ພັນໂທ ບຸນທະວີ ຖານະວັນ ຮອງຫົວໜ້າຫ້ອງທະຫານຊາຍແດນ, ຜູ້ຊີ້ນໍາວຽກງານພັກ-ວຽກງານການເມືອງ ຫ້ອງຊາຍແດນ ກອງບັນຊາການທະຫານແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 157, ມີຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ຫົວໜ້າກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ

ວັນທີ 22 ກັນຍາຜ່ານມາ, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ວຽກງານຢູ່ກອງບັນຊາການທະຫານແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ.
ເພີ່ມເຕີມ