![]() |
ນອກນັ້ນ, ເຈົ້າໜ້າທີ່ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວກວດກາສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ, ສິນຄ້າລອກລຽນແບບ, ສິນຄ້າຕິດສະຫຼາກ ແລະ ບໍ່ຕິດສະຫຼາກ ພາສາລາວ ຢູ່ໃນ 4 ເມືອງຄື: ເມືອງສາລະວັນ, ຄົງເຊໂດນ, ວາປີ ແລະ ເມືອງລະຄອນເພັງ ສາມາດກວດພົບສິນຄ້າໝົດອາຍຸ-ເຊື່ອມຄຸນ 175 ລາຍການ, ມີຈໍານວນ 1,795 ກ່ອງ/ແພັກ/ຫໍ່ ລວມມູນຄ່າ 39,085,000 ກີບ, ສິນຄ້າລອກຮຽນແບບ ປະເພດຜະລິດຕະພັນນໍ້າອັດລົມ ນໍາເຂົ້າບໍ່ຖືກຕ້ອງ ມີຢູ່ໃນ 4 ເມືອງ, ຈໍານວນ 77 ແກັດ, ມູນຄ່າ 5 ລ້ານກວ່າກີບ, ສິນຄ້າລອກລຽນແບບ ປະເພດອຸປະກອນຮັບສັນຍານຈານດາວທຽມ ມີ 2 ເມືອງຄື: ເມືອງຄົງເຊໂດນ ແລະ ເມືອງຄອນລະເພັງ ໄດ້ລົງກວດກາທັງໝົດ 9 ຮ້ານ. ໃນນັ້ນ, ກວດພົບສິນຄ້າລອກລຽນແບບ 6 ຮ້ານ, ມີ 3 ລາຍການ, ມູນຄ່າ 21 ລ້ານກວ່າກີບ. ສໍາລັບສິນຄ້າ ທີ່ບໍ່ຕິດສະຫຼາກພາສາລາວ ກວດພົບຈໍານວນ 72 ລາຍການ, ມູນຄ່າ 391,813,000 ກີບ ຊຶ່ງໃນກໍລະນີດັ່ງກ່າວ, ຂະແໜງການ ຍັງໄດ້ສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນ ກັບ ຜູ້ປະກອບການ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ ແລະ ໄດ້ແນະນໍາ ກ່ອນຈະຮັບເອົາສິນຄ້າເຂົ້າມາຈໍາໜ່າຍ ຫຼື ວາງຂາຍຕາມທ້ອງຕະຫຼາດນັ້ນ, ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ຈຶ່ງຖືກຕ້ອງຕາມລະບຽບການ.
ພິທີທຳລາຍ ໄດ້ຈັດຂຶ້ນໃນວັນທີ 7 ມັງກອນ 2026 ທີ່ເດີ່ນບິນແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ພອນໃຊ ເທບວົງສາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຜູ້ຊີ້ນໍາຂະແໜງການຄ້າພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ)

ຄໍາເຫັນ