ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະໜຶ່ງເດືອນ ແລະ ວາງແຜນວຽກຈຸດສຸມໃນຕໍ່ໜ້າ

ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະໜຶ່ງເດືອນ ແລະ ວາງແຜນວຽກຈຸດສຸມໃນຕໍ່ໜ້າ

ສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະໜຶ່ງເດືອນ ແລະ ວາງແຜນວຽກຈຸດສຸມໃນຕໍ່ໜ້າ
ວັນທີ 17 ມີນານີ້ ທີ່ສະໂມສອນແຂວງ, ຄະນະກໍາມະການປົກຄອງແຂວງສາລະວັນ ຕີລາຄາການຈັດຕັ້ງປະຕິບັດວຽກງານປະຈຳເດືອນມີນາ 2026 ແລະ ຄົ້ນຄວ້າວຽກງານທີ່ເຄັ່ງຮ້ອນ ພ້ອມທັງວາງແຜນວຽກຈຸດສຸດຕ່າງໆ ໃນຕໍ່ໜ້າ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງສາລະວັນ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ປະທານຄະນະກຳມະການປົກຄອງເມືອງ 8 ເມືອງ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ສາລະວນ ຕລາຄາການຈດຕງປະຕບດວຽກງານໄລຍະໜງເດອນ ແລະ ວາງແຜນວຽກຈດສມໃນຕໜາ - image 1
 

ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການແຂວງໄດ້ຕີລາຄາຄືນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ທີ່ໄດ້ເອກະພາບຄົ້ນຄວ້າວາງແຜນປະຕິບັດ 9 ວຽກຫຼັກ. ໃນນີ້, ສາມາດປະຕິບັດແລ້ວ 3 ວຽກເປັນຕົ້ນ: ໄດ້ສຳເລັດແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງປະຕິບັດ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຂັ້ນແຂວງ, ປັບປຸງກົນໄກ, ລະບົບການເຮັດວຽກ ໃຫ້ມີຄວາມເຂັ້ມແຂງ ເຮັດວຽກຕາມພາລະບົດບາດ ເພື່ອເປັນທີ່ປຶກສາ ໃຫ້ນັກທຸກລະກິດ ແລະ ເປັນຜູ້ປົກປ້ອງນັກທຸລະກິດພາຍໃນແຂວງ, ເອົາໃຈໃສ່ ຄຸ້ມຄອງວຽກງານການທ່ອງທ່ຽວ ຕອບຮັບຄວາມຕ້ອງການຂອງສັງຄົມ, ໂດຍໄດ້ຈັດລຽງບູລິມະສິດໃນການພັດທະນາແຕ່ລະຈຸດ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາແຂວງ ໃຫ້ຫຼາຍຂຶ້ນ. ປັດຈຸບັນ, ເອົາໃຈໃສ່ຕິດຕາມສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆໃນທົ່ວແຂວງ ເພື່ອຮອງຮັບໃຫ້ແກ່ການສະເຫຼີມສະຫຼອງງານບຸນປີໃໝ່ລາວ ປີ 2026 ແລະ ວຽກຈະສືບຕໍ່ປະຕິບັດ 6 ວຽກຄື: ສືບຕໍ່ສົມທົບກັບເມືອງສາລະວັນ ໃນການຄົ້ນຄວ້າ, ທົບທວນຫັນເປັນໂຄງການ, ໜ້າວຽກອັນລະອຽດ ໃນການກຳນົດແຜນຜັງພັດທະນາຕົວເມືອງສາລະວັນ ເປັນເມືອງໃຈກາງທາງດ້ານເສດຖະກິດ, ວັດທະນະທໍາ ແລະ ການທ່ອງທ່ຽວຂອງແຂວງ, ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃນການກະກຽມຈັດກອງປະຊຸມພົບປະນັກທຸລະກິດທີ່ລົງທຶນຢູ່ແຂວງສາລະວັນ ໃນເດືອນມີນາ 2026 ເພື່ອຖອດຖອນບົດຮຽນ ກ່ຽວກັບສະພາບການລົງທຶນ, ຂໍ້ສະດວກ, ຫຍຸ້ງຍາກ ແລະ ວາງທິດທາງ, ສົມທົບກັບບັນດາເມືອງ ວາງແຜນການພັດທະນາແຫຼ່ງທ່ອງທ່ຽວຂອງເມືອງ ຢ່າງໜ້ອຍ ເມືອງໜຶ່ງ ຕ້ອງ ມີ 1-2 ສະຖານທີ່ທ່ອງທ່ຽວ ເພື່ອເກັບກຳຂໍ້ມູນ ແລ້ວສົ່ງໃຫ້ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນແຂວງ ເພື່ອໂຄສະນາດຶງດູດນັກລົງທຶນມາພັດທະນາ, ເກັບກຳຂໍ້ມູນຄາດຄະເນຕົວເລກແຮງງານທີ່ໄປ ເຮັດວຽກຢູ່ຕ່າງປະເທດ, ຕົວເລກຕຳຫຼວດ, ທະຫານ ທີ່ປະຈຳຄ້າຍຕ່າງໆ ເຂົ້າຕື່ມໃນຕົວເລກສໍາຫຼວດພົນລະເມືອງ ຄັ້ງທີ V ຂອງແຂວງ. ນອກນັ້ນ, ແຜນວຽກຈຸດສຸດເດືອນ ມີນາ 2026 ມີທັງໝົດ 6 ວຽກ, ປະຕິບັດສໍາເລັດ 3 ວຽກ ເປັນຕົ້ນ: ຄົ້ນຄ້ວາ ແລະ ນໍາສະເໜີຫົວຂໍ້ ທີ່ຈຳເປັນ ເຂົ້າພິຈາລະນາໃນກອງປະຊຸມປະຈຳເດືອນ ເຊັ່ນ: ວຽກຄຸ້ມຄອງການສົ່ງອອກມັນຕົ້ນດິບ, ການຂົນສົ່ງສິນຄ້າເຂົ້າ-ອອກຜ່ານ ທ່າແກ້ງຄອງຫຼວງ, ວຽກງານສັກຢາ-ຢອດຢາ, ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ງວດທີ 1 ປະຈຳປີ 2026. ທັງໄດ້ສົມທົບກັບເມືອງລະຄອນເພັງ ລົງສໍາຫຼວດຜົນກະທົບ ສິ່ງແວດລ້ອມເບື້ອງຕົ້ນຂອງໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 6 ເພື່ອລາຍງານກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຕິດຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ ບ້ານບົວລະພາ ເມືອງຄົງເຊໂດນ ຕາມໜ້າວຽກຕ່າງໆໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນວຽກງານທີ່ເຄັ່ງຮ້ອນໃນປັດຈຸບັນ ແລະ ຊອກວິທີທາງແກ້ໄຂພາຍໃນແຂວງສາລະວັນ ເປັນຕົ້ນ: ລາຍງານສະພາບຜົນກະທົບ ແລະ ມາດຕະການ ໃນ ການຄຸ້ມຄອງລາຄາ ແລະ ການສະໜອງນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆ ພາຍໃນແຂວງ ທີ່ຖືກຜົນກະທົບ ຈາກສະພາບລາຄານໍ້າມັນຕະຫຼາດໂລກ. ລາຍງານຜົນການກວດກາການເງິນ ຢູ່ຫ້ອງການການເງິນເມືອງຄົງເຊໂດນ, ເມືອງເລົ່າງາມ, ລະຄອນເພັງ ແລະ ເມືອງວາປີ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານ ງວດ 1, ທິດທາງຈຸດສຸມງວດ 2 ແລະ ແຜນການ 9 ເດືອນ 2026, ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາດໍາລົງຊີວິດ ແລະ ເຮັດວຽກຢູ່ ແຂວງສາລະວັນ, ການຈັດຕັ້ງປະຕິບັດວຽກງານສັກຢາ-ຢອດຢາ ກັນພະຍາດ, ກອງທຶນຢາໝູນວຽນ, ວຽກແກ້ໄຂພະນັກງານແພດ-ໝໍ ອາສາສະໝັກ ແລະ ປັບປຸງພື້ນຖານໂຄງລ່າງໂຮງໝໍຂອງແຂວງ, ສະພາບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານທ່າຄອງຫຼວງ ແລະ ທິດທາງແກ້ໄຂໃນການຫັນ ການຂົນສົ່ງສິນຄ້າ ມາເຂົ້າ-ອອກຜ່ານທ່າດ່ານສາກົນ ປາກຕາພານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຕ່ລະວຽກງານມີຜົນສຳເລັດເປັນກ້າວໆ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ