ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສາລະວັນ

ສາລະວັນ ຕີລາຄາວຽກງານຫຼາຍດ້ານສໍາຄັນ

ສາລະວັນ ຕີລາຄາວຽກງານຫຼາຍດ້ານສໍາຄັນ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສາລະວັນເປີດກວ້າງຄັ້ງທີ 16 ສະໄໝທີ IX, ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ

ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ກອງກໍ່ສ້າງຮາກຖານການເມືອງຂັ້ນແຂວງ ປະຈຳ 8 ເມືອງ ແລະ ຄະນະພັກຮາກຖານອ້ອມຂ້າງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ດາວວົງ ພອນແກ້ວ ໄດ້ຍົກໃຫ້ເຫັນວ່າ: ໂດຍປະຕິບັດຕາມລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ໂຄງການດໍາເນີນງານຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX, ທີ່ໄດ້ພ້ອມກັນຕີລາຄາໃນການໍາພາ-ຊີ້ນຳວຽກງານໃນແຕ່ລະຂົງເຂດ, ສະແດງໃຫ້ເຫັນດ້ານຕັ້ງໜ້າ, ຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອໃຫ້ມີເນື້ອໃນເລີກເຊີ່ງ ສາມາດຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ ແລະ ຄັດຈ້ອນເອົາແຕ່ບັນຫາທີ່ສໍາຄັນ, ອັນຮີບດ່ວນ ເຂົ້າມາຄົ້ນຄວ້າປຶກສາຫາລື ຢ່າງລະອຽດຖີ່ຖ້ວນ ແລະ ຮອງຮັບໃຫ້ແກ່ການຄົ້ນຄວ້າໃນກອງປະຊຸມອົງການປົກຄອງແຂວງ ຕື່ມອີກ. ພ້ອມນັ້ນ, ສະຫາຍໄດ້ຮຽກຮ້ອງໃຫ້ບັນດາຄະນະບໍລິຫານງານພັກແຂວງ, ຄະນະພັກຮາກຖານ ທີ່ກ່ຽວຂ້ອງ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຄົ້ນຄວ້າໃຫ້ທັດສະນະທີ່ເປັນທາງອອກ ແລະ ວິທີແກ້ໄຂບັນຫາສິ່ງທີ່ຍັງອຸດຕັນກົນໄກການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ຢ່າງມີປະສິດທິພາບ.

ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024, ໂດຍຍົກໃຫ້ເຫັນວ່າ: ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ເປັນບູລິມະສິດ, ຫັນກໍາລັງລົງຊ່ວຍເມືອງ, ບ້ານ ແລະ ການສ້າງບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ເຮັດໃຫ້ທົ່ວສັງຄົມ ມີຄວາມສະຫງົບໂດຍພື້ນຖານ. ດ້ານວຽກງານເສດຖະກິດ ລວມມູນຄ່າຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 5,119 ຕື້ກີບ ເທົ່າກັບ 59.95%, ເສດຖະກິດຂະຫຍາຍຕົວໃນລະດັບ 4.3%, ສາມາດດຶງດູດການລົງທຶນ ໃນໄລຍະ 9 ເດືອນ ປະຕິບັດໄດ້ 1,128 ຕື້ກວ່າກີບ, ເທົ່າກັບ 61.6%, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 187 ຕື້ກີບ ເທົ່າກັບ 90.91%. ດ້ານວຽກງານວັດທະນະທໍາສັງຄົມ ໄດ້ຂຸ້ນຂ້ຽວເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ຊັ້ນປະຖົມ ແລະ ມັດທະຍົມ, ຍົກສູງຄຸນນະພາບການສຶກສາ ໃຫ້ບັນລຸໃນ 12 ຕົວຊີ້ບອກ, ສຸມໃສ່ກໍ່ສ້າງ, ປັບປຸງສະຖານທີ່ຕ່າງໆ ກຽມຄວາມພ້ອມເປັນເຈົ້າພາບງານກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII, ຍົກສູງດ້ານການບໍລິການສາທາລະນະສຸກ, ສະຖານທີ່ທ່ອງທ່ຽວ, ທີ່ພັກແຮມ, ບໍລິການໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຊຶ່ງມີ 1 ແສນກວ່າເທື່ອຄົນ ເທົ່າກັບ 97.20%, ສ້າງລາຍຮັບໄດ້ 16 ລ້ານກວ່າໂດລາສະຫະລັດ ພ້ອມທັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນຂົງເຂດດ້ານອື່ນໆ ເຊັ່ນ: ວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ວຽກງານແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ, ວຽກງານການຕ່າງປະເທດ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕື່ມອີກ.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການລາຍງານກະກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງຕະໂອ້ຍ, ຊຶ່ງເປັນເມືອງທຳອິດຂອງແຂວງສາລະວັນ ຈະໄດ້ໄຂຂຶ້ນໃນລະຫວ່າງຕົ້ນເດືອນມັງກອນ 2025 ນີ້ ແລະ ວຽກງານກວດກາພັກ-ກວດກາລັດແຂວງ ປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2024, ພ້ອມທັງມີການປະກອບຄໍາຄິດເຫັນ, ເຈາະຈີ້ມບາງເນື້ອໃນຈາກສະຫາຍປະທານຕື່ມອີກ.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ