ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບຄົບຮອບ 5 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບຄົບຮອບ 5 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບຄົບຮອບ 5 ປີ (22 ພຶດສະພາ 2019-22 ພຶດສະພາ 2024), ໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ ນີ້ , ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະອຳນວຍການ, ບັນດາແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງທົ່ວໂຮງຮຽນທິດສະດີການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜຶອ ເລຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນທີດສະດີການເມືອງກອງທັບ, ໄດ້ຫວນຄືນມູນເຊຶ້ອປະຫວັດຄວາມເປັນມາ ຂອງໂຮງຮຽນທິດສະດີການເມືອງກອງທັບ ໂດຍຫຍໍ້ຕະຫຼອດໄລຍະ 5 ປີຜ່ານມາວ່າ: ໂຮງຮຽນ ໂດຍໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 22 ພຶດສະພາ 2019 ແມ່ນມີຄວາມໝາຍສໍາຄັນ ສໍາລັບກອງທັບປະຊາຊົນລາວ, ມັນກາຍເປັນເບົ້າຫຼໍ່ ດ້ານແນວຄິດການເມືອງທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ກາຍເປັນບ່ອນຝຶກຝົນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ໃນນີ້ ໄດ້ເອົາໃຈໃສ່ສຸມໃສ່ທາງດ້ານການເມືອງໃຫ້ໜັກແໜ້ນ, ເຮັດໃຫ້ສະມາຊິກພັກ ມີຫຼັກໝັ້ນ ທາດແທ້ປະຕິວັດ, ມີອຸດົມການສັງຄົມນິຍົມ, ກຳແໜ້ນ 5 ຫຼັກການ ແລະ 3 ທິດນໍາ ໃນການກໍ່ສ້າງພັກ, ດ້ານການຈັດຕັ້ງແມ່ນເລັ່ງໃສ່ສ້າງໃຫ້ຄະນະພັກ, ໜ່ວຍພັກ, ສະມາຊິກພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເດັດດ່ຽວຜ່ານຜ່າຂໍ້ຫຍຸ້ງຍາກ, ເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍ, ພ້ອມທັງເອົາໃຈໃສ່ກໍ່ສ້າງແຜນກໍານົດບໍາລຸງກໍ່ສ້າງພະນັກງານ, ຄູ-ອາຈານ ໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ ຮັບປະກັນລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ສ້າງພະນັກງານນໍາພາໃຫ້ມີຄວາມຮັບຮູ້ດ້ານວຽກງານພັກ-ວຽກງານການເມືອງ, ມີຄວາມສາມາດດ້ານວິຊາສະເພາະຢ່າງສໍານິຊຳນານ, ຊຶ່ງນັບແຕ່ມື້ສ້າງຕັ້ງໂຮງຮຽນທິດສະດີການເມືອງກອງທັບທໍາອິດເເຕ່ປີ 2019 ມາ ມີພະນັກງານ ຄູ-ອາຈານພຽງແຕ່ 147 ສະຫາຍ, ມາຮອດປັດຈຸບັນ ມີປະມານ 600 ສະຫາຍ, ມີນັກຮຽນ-ນັກສຶກສາປະມານ 1000 ກວ່າສະຫາຍ, ສ້າງພະນັກງານຈົບຢູ່ພາຍໃນປະເທດ 63 ສະຫາຍ ຍິງ 1 ສະຫາຍ, ສ້າງພະນັກງານບຳລຸງຢູ່ຕ່າງປະເທດ 20 ສະຫາຍ, ໄດ້ເປີດເປົ້າໝາຍການຮຽນ-ການສອນ ໄດ້ 14 ເປົ້າໝາຍ, 4 ຊຸດຮຽນ, ບຳລຸງ-ກໍ່ສ້າງສຳເລັດປະມານ 1200 ກວ່າສະຫາຍ, ຈາກນັ້ນໃນພິທີ ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດປະດັບຫຼຽນໄຊ ພິລາອາດຫານຊັ້ນ II ໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບຢ່າງສົມກຽດ.
ໂອກາດນີ້,​ ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ຍ້ອງຍໍຊົມເຊີຍຜົນງານຂອງວັນທີມີຄວາມໝາຍຄວາມສຳຄັນຄັ້ງນີ້ ພ້ອມທັງເນັ້ນໜັກຫຼາຍບັນຫາໃຫ້ຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກຮຽນ-ນັກສຶກສາທຸກສະຫາຍ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ ຕໍ່ແນວທາງແຜນ ນະໂຍບາຍຂອງພັກ, ລະບຽບ-ກົດໝາຍຂອງລັດ, ທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ແນໃສ່ເຮັດໃຫ້ພາຍໃນມີຄວາມສະຫງົບໜັກແໜ້ນ, ມີຫຼັກໝັ້ນການເມືອງຈະແຈ້ງ, ຊີ້ນໍາ-ນໍາພາໂຮງຮຽນ, ພະນັກງານ ຄູ-ອາຈານ ປະຕິບັດໜ້າທີ່ໃຈກາງຂອງຕົນ ເປັນຕົ້ນແມ່ນການອົບຮົມສິດສອນ, ບຳລຸງ-ກໍ່ສ້າງນາຍທະຫານໃຫ້ຮັບປະກັນໄດ້ຄຸນນະພາບຕາມມາດຖານທີ່ກະຊວງໄດ້ວາງອອກ ແນໃສ່ເພື່ອຮັບປະກັນໃຫ້ກົມກອງມີຄວາມສະຫງົບ ແລະ ປອດຄະດີໃນທຸກດ້ານ.
ຂ່າວ: ສຸກສາຄອນ ຜົງໄຊຜົນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ