ພິທີສະເຫຼີມສະຫຼອງ“ວັນໄວໜຸ່ມສາກົນ” ປະຈຳປີ 2024ໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້

ສະເຫຼີມສະຫຼອງວັນ​ໄວໜຸ່ມ​ສາ​ກົນປະຈຳປີ 2024

ສະເຫຼີມສະຫຼອງວັນ​ໄວໜຸ່ມ​ສາ​ກົນປະຈຳປີ 2024
ພິທີສະເຫຼີມສະຫຼອງ“ວັນໄວໜຸ່ມສາກົນ” ປະຈຳປີ 2024ໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ໂດຍການເຂົ້າຮ່ວມຂອງທ່ານມອນໄຊລາວມົວຊົ່ງ

 

ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ), ທ່ານນາງ ສາລີ້ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳສປປລາວ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານມອນໄຊລາວມົວຊົ່ງໄດ້ກ່າວວ່າ: ການຈັດງານສະເຫຼີມສະຫຼອງຄັ້ງນີ້ ໂດຍການຮ່ວມມືລະຫວ່າງສຊປລກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນແລະກະຊວງ-ອົງການທີ່ກ່ຽວຂ້ອງ ເພື່ອສ້າງເວທີໃຫ້ໄວໜຸ່ມໄດ້ສະແດງຄວາມຮູ້, ຄວາມສາມາດຂອງຕົນເອງ, ເປັນເວທີໃນການພົບປະແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ, ການຊ່ວຍເຫຼືອສັງຄົມໂດຍການບໍລິຈາກເລືອດ, ກິດຈະກຳແຂ່ງຂັນຖາມ-ຕອບອອນລາຍເປັນການຮັດແໜ້ນຄວາມສາມັກຄີກັບທຸກກຸ່ມຄົນ, ທຸກເພດ, ທຸກໄວດັ່ງຫົວຂໍ້ທີ່ວ່າ: “ ເລີ່ມຈາກຄົ້ນຫາ, ສູ່ຄວາມກ້າວໜ້າ, ເສັ້ນທາງດີຈີຕອນຂອງໄວໜຸ່ມເພື່ອການພັດທະນາທີ່ຍືນຍົງເພາະຊາວໜຸ່ມແມ່ນກຳລັງປະຈັນບານ, ເປັນກໍາລັງຕົ້ນຕໍໃນການສ້າງສາພັດທະນາເສດຖະກິດ-ສັງຄົມເປັນຜູ້ສືບທອດໝາກຜົນ ແລະ ພັດທະນາປະເທດຊາດ. ຊາວໜຸ່ມເປັນໄວທີ່ກຳລັງຈະເລີນເຕີບໂຕທາງດ້ານຮ່າງກາຍ, ຈິດໃຈ, ມັນສະໝອງ ທັງເປັນໄວທີ່ຢາກຮູ້, ຢາກຮຽນ, ຢາກລອງສິ່ງໃໝ່ໆຢູ່ສະເໝີ. ຈຸດປະສົງເພື່ອເຫັນໄດ້ບົດບາດຄວາມສຳຄັນຂອງເຕັກໂນໂລຊີ, ບົດບາດຂອງໄວໜຸ່ມ, ທຸກຄົນໃນສັງຄົມໃນການຫັນປ່ຽນເປັນດີຈີຕອນທັນສະໄໝແລະຊາວໜຸ່ມຍັງເປັນກຳລັງຕົ້ນຕໍໃນການສ້າງສາພັດທະນາປະເທດຊາດ. ພວກເຮົາໃນນາມທີ່ເປັນຜູ້ປົກຄອງ ຕ້ອງສ້າງເງື່ອນໄຂອຳນວຍຄວາມສະດວກຮອບດ້ານເພື່ອໃຫ້ໄວໜຸ່ມລາວເປັນຄົນທີ່ມີສຸຂະພາບແຂງແຮງ ໄດ້ຮັບການສຶກສາຢ່າງທົ່ວເຖິງ, ມີວຽກເຮັດງານທຳ, ໄດ້ຮັບການປົກປ້ອງ ແລະ ຊຸກຍູ້ໃຫ້ໄວໜຸ່ມມີສ່ວນຮ່ວມໃນການວາງແຜນແຕ່ຫົວທີ ເພື່ອພັດທະນາປະເທດຊາດ,ພັກ-ລັດ ກໍຄື ສຊປລທີ່ເຫັນໄດ້ຄວາມສຳຄັນຂອງໄວໜຸ່ມ ຈຶ່ງໄດ້ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໃນການສ້າງຍຸດທະສາດການພັດທະນາຊາວໜຸ່ມເຍົາວະຊົນລາວປີ 2021-2030 ເພື່ອເປັນບ່ອນອີງໃນການເຄື່ອນໄຫວສ້າງໃຫ້ໄວໜຸ່ມເປັນຄົນທີ່ມີສະຕິປັນຍາ, ມີຄວາມເຂັ້ມແຂງທາງດ້ານຮ່າງກາຍ, ຈິດໃຈ, ມັນສະໝອງ. ຄຽງຄູ່ກັນນັ້ນ. ສຊປລໄດ້ສ້າງກົດໝາຍຊາວໜຸ່ມ ແລະ ກະກຽມສ້າງກົດໝາຍເຍົາວະຊົນເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ແລະ ກະກຽມເປີດກອງປະຊຸມໃຫຍ່ສະຫະພັນຊາວໜຸ່ມລາວ ເພື່ອເຕົ້າໂຮມເອົາບັນດາສະມາຄົມຕ່າງໆທີ່ເຄື່ອນໄຫວກ່ຽວກັບວຽກງານຊາວໜຸ່ມ-ເຍົາວະຊົນ ເຮັດໃຫ້ການເຄື່ອນໄຫວວຽກງາຊາວໜຸ່ມ-ເຍົາວະຊົນມີຫຼາຍຮູບແບບ ສາມາດເຂົ້າເຖິງໄດ້ທຸກກຸ່ມຄົນ ບໍ່ປະໃຫ້ຜູ້ໃດໄວ້ທາງຫຼັງ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ