ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ

ສະຫຼອງບຸນເກີຣ ຂອງເຜົ່າກຶມມຸ ຢູ່ເມືອງເງິນ ຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກຂອງເຜົ່າ
ວັນທີ 6 ມັງກອນ ນີ້ ຢູ່ບ້ານປຸ່ງຝາດເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງບຸນເກີຣ (ບຸນປົດປີ) ຂອງເຜົ່າກຶມມຸ (ປົດນືມມັງຕັ້ງນືມເມະ) ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເມືອງເງິນ, ມີແຂກຖືກເຊີນ ແລະ ມວນຊົນ ເຂົ້າຮ່ວມ.
ສະຫອງບນເກຣ ຂອງເຜາກມມ ຢເມອງເງນ ຮກສາໄດວດທະນະທາທເປນເອກະລກຂອງເຜາ - image 1
 

ທ່ານ ຄຳເຜີຍ ເທບທາລາ ນາຍບ້ານໆປຸ່ງຝາດ ໄດ້ກ່າວເປີດງານວ່າ: ບຸນເກີຣ ມີຊື່ເອີ້ນທາງການວ່າບຸນປົດປີ ຊຶ່ງເປັນປະເພນີສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ຂອງເຜົ່າກຶມມຸ ຊຶ່ງໄດ້ຈັດຂຶ້ນໃນໄລຍະທ້າຍເດືອນທັນວາ-ຕົ້ນເດືອນມັງກອນ ພາຍຫຼັງເກັບກ່ຽວຜົນລະປູກລະດູຝົນສຳເລັດ ຊຶ່ງເປັນພິທີກຳບູຊາອັນໜຶ່ງທີ່ສືບທອດກັນມາແຕ່ດຶກດຳບັນພາຍຫຼັງໄດ້ເຂົ້າໃໝ່, ເຜືອກມັນ ກໍເອົາມາໂຮມກັນແລ້ວເຮັດພິທີບູຊາຕາມຄວາມເຊື່ອຖື, ທັງເປັນການຊົມເຊີຍຜົນສໍາເລັດຂອງການເກັບກູ້ພຶດລະດູຝົນໃນປີຜ່ານມາ.

ສຳລັບຢູ່ເມືອງເງິນ, ຄະນະນຳອົງການປົກຄອງເມືອງ ໄດ້ຊີ້ນໍາໃຫ້ແຕ່ລະບ້ານໝູນວຽນກັນເປັນເຈົ້າພາບຊຶ່ງເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2005. ມາຮອດປີນີ້, ບ້ານປຸ່ງຝາດ ໄດ້ຮັບກຽດເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງບຸນເກີຣ ຂອງເຜົ່າກຶມມຸ. ພາຍໃນງານ, ມີກິດຈະກຳຫຼາຍຢ່າງ ເປັນຕົ້ນ: ພິທີທາງສາສະໜາ, ບາສີສູ່ຂວັນ, ການສະແດງສິລະປະຂອງຊາວໜຸ່ມບ້ານ, ຂອງໂຮງຮຽນ ແລະ ອື່ນໆ ຊຶ່ງມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ຍິ່ງໃຫຍ່ ກວ່າປີຜ່ານມາ.

ສະຫອງບນເກຣ ຂອງເຜາກມມ ຢເມອງເງນ ຮກສາໄດວດທະນະທາທເປນເອກະລກຂອງເຜາ - image 2
 

ຈຸດປະສົງກໍເພື່ອເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ເປັນການກໍາຈັດປັດເປົ່າສິ່ງບໍ່ດີໃຫ້ຕົກໄປນໍາປີເກົ່າ. ປີໃໜ່ໃຫ້ມີແຕ່ສຸຂະພາບແຂງແຮງ, ມີໂຊກ ມີລາບຕະຫຼອດປີ. ທັງເປັນການອະນຸລັກປົກປັກຮັກສາປະເພນີວັດທະນະທໍາຂອງເຜົ່າໄວ້ໃຫ້ໜັ້ນຄົງຕະຫຼອດໄປ. ຈາກນັ້ນ, ກໍໄດ້ມອບ-ຮັບ ໃຫ້ອົງການປົກຄອງບ້ານກາງໃນການເປັນເຈົ້າພາບໃນປີຕໍ່ໄປ ແລະ ມອບໃບຍ້ອງຍໍໃຫ້ບໍລິສັດ, ຜູ້ປະກອບການ ທີ່ໄດ້ປະກອບສ່ວນພັດທະນາບ້ານປຸ່ງຝາດອີກດ້ວຍ.

(ຂ່າວ: ອິນແປງ ແຫວນຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ.
ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ມັງກອນ 2026. ສໍາລັບປີນີ້ ແມ່ນຈັດຂຶ້ນເປັນປີທີ 16 ຊຶ່ງໃນວັນທີ 7 ມັງກອນ ນີ້ ໄດ້ມີກິດຈະກໍາ ເປີດຕະຫຼາດນັດຢ່າງເປັນທາງການ, ໃນຕ້ອນຄ່ຳຄືນໄດ້ປະກວດນາງທິດາກອງເຂົ້າໃຫຍ່ປະຈຳປີ 2026 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນ, ຊາວຄ້າຂາຍ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງພຽງ ເຂົ້າຮ່ວມ.
ຄໍາມ່ວນ ຕົກກ້ານາແຊງໄດ້ແລ້ວ 70.11%

ຄໍາມ່ວນ ຕົກກ້ານາແຊງໄດ້ແລ້ວ 70.11%

ໃນລະດູການປູກເຂົ້ານາແຊງປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 15,759 ເຮັກຕາ, ເນື້ອທີ່ແຜນການຂອງປີນີ້ລື່ນປີ 2025 ຜ່ານມາ 1,573 ເຮັກຕາ, ຄາດຄະເນຜົນຜະລິດ 77,396 ໂຕນ, ຄາດຄະເນໝົດແນວປູກ 1,261 ໂຕນ. ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 5,463 ເຮັກຕາ, ຄາດຄະເນຜົນຜະລິດ 25,734 ໂຕນ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 10,296 ເຮັກຕາ , ຄາດຄະເນຜົນຜະລິດ 51,662 ໂຕນ .
ປີ 2025 ແຂວງເຊກອງ ຂຶ້ນທະບຽນພາຫະນະໄດ້ 625 ຄັນ

ປີ 2025 ແຂວງເຊກອງ ຂຶ້ນທະບຽນພາຫະນະໄດ້ 625 ຄັນ

ໃນປີ 2025 ຜ່ານມາ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ສາມາດຂຶ້ນທະບຽນພາຫະນະໄດ້ທັງໝົດ 625 ຄັນ. ໃນນີ້, ລົດຈັກ 323 ຄັນ, ລົດເບົາ 240 ຄັນ ແລະ ລົດໜັກ 62 ຄັນ; ກວດກາເຕັກນິກໄດ້ 907 ຄັນ; ຕໍ່ທະບຽນທີ່ໝົດກໍານົດໄດ້ 156 ໃບ; ປ່ຽນໃບຂັບຂີ່ໝົດກໍານົດ-ເສຍຫາຍໄດ້ 476 ໃບ; ສອບເສັງໃບຂັບຂີ່ ມີຜູ້ເຂົ້າສອບເສັງ 311 ຄົນ, ເສັງໄດ້ 299 ຄົນ.
ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ປີນີ້, ຄໍາມ່ວນ ມີແຜນການປູກພືດລະດູແລ້ງ 10,666 ເຮັກຕາ

ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ . ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ

ໃນປີ 2026 ນີ້, ແຂວງເຊກອງ ຈະສຸມໃສ່ພັດທະນາຊົນນະບົດ ແລະ ສູ້ຊົນເຮັດໃຫ້ອັດຕາພົ້ນທຸກ (ບັນລຸມາດຖານດໍາລັດ 348/ລບ) ໃຫ້ໄດ້ 50%. ໃນນີ້, ສ້າງບ້ານພົ້ນທຸກໃຫ້ໄດ້ 12 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 1,085 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 1,290 ຄອບຄົວ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 1 ຈຸດ ແລະ ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 1 ເມືອງ.
ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ

ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ

ສາຍການບິນ Vietjet ກັບມາເປີດໃຫ້ບໍລິການຊັ້ນນຳ SkyBoss ອີກຄັ້ງ ດ້ວຍລາຄາປີ້ເລີ່ມຕົ້ນພຽງແຕ່ 147 ໂດລາ (ລວມພາສີ ແລະ ຄ່າທໍານຽມ), ເພື່ອຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການມອບປະສົບການການເດີນທາງທີ່ດີເລີດ ແລະ ພິຖີພິຖັນ ພາຍໃຕ້ແນວຄິດ "Wings for Leaders" (ປີກແຫ່ງຜູ້ນຳ).
ເມືອງໄຊຍະບູລີ ຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026

ເມືອງໄຊຍະບູລີ ຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026

ໃນວັນທີ 6 ມັງກອນ ນີ້, ເມືອງໄຊຍະບູລີ ໄດ້ຈັດກອງປະ​ຊຸມຄົ້ນຄວ້າ​ປຶກສາຫາລືການກະກຽມຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2026 ຂອງແຂວງໄຊຍະບູລີ, ເຊື່ອມຊຶມເອກະສານແບ່ງຄວາມຮັບຜິດຊອບລະດົມກໍາລັງພົນທະຫານພັນທະ ແລະ ປຶກສາຫາລືກ່ຽວກັບການກໍານົດເຂດເລືອກຕັ້ງຢູ່ເມືອງໄຊຍະບູລີ; ໂດຍການເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະກຳມະການປົກຄອງເມືອງໄຊຍະບູລີ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເມືອງເຂົ້າຮ່ວມ.
ປີຜ່ານມາ ແຂວງເຊກອງ ສົ່ງອອກສິນຄ້າບັນລຸ 280 ລ້ານກວ່າໂດລາ

ປີຜ່ານມາ ແຂວງເຊກອງ ສົ່ງອອກສິນຄ້າບັນລຸ 280 ລ້ານກວ່າໂດລາ

ໃນປີ 2025 ແຂວງເຊກອງ ນໍາເຂົ້າສິນຄ້າມູນຄ່າທັງໝົດ 11.79 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 150% (ແຜນ 7.85 ລ້ານໂດລາ) ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ ວັດສະດຸກໍ່ສ້າງ, ອຸປະກອນ, ຢາງໝາກຕ໋ອຍ, ພາຫະນະຮັບໃຊ້ການຜະລິດ, ປຸ໋ຍ ແລະ ແນວພັນພືດ. ການສົ່ງອອກ ມີມູນຄ່າທັງໝົດ 281.30 ລ້ານໂດລາ ທຽບໃສ່ແຜນປີປະຕິບັດໄດ້ 146.69% (ແຜນ 191.76 ລ້ານໂດລາ) ປະເພດສິນຄ້າສົ່ງອອກແມ່ນ ຖ່ານຫີນ, ກະແສໄຟຟ້າ, ຖ່ານຂ່າວ, ຜົນຜະລິດກະສິກໍາ, ເຄື່ອງປ່າຂອງດົງ ແລະ ອື່ນໆ ເຮັດໃຫ້ເກີນດູນການຄ້າຢູ່ 269.51 ລ້ານໂດລາ.
ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ຂໍ້ມູນຂ່າວສານກ່ຽວກັບສະພາບການ ທີ່ກໍາລັງເກີດຂຶ້ນຢູ່ ເວເນຊູເອລາ.

ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຢຶດໝັ້ນຢ່າງເຂັ້ມງວດ ຕໍ່ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫຼັກການເຄົາລົບອໍານາດອະທິປະໄຕແຫ່ງຊາດ ແລະ ຫຼີກລ່ຽງການນໍາໃຊ້ກໍາລັງ ຫຼື ໃຊ້ກໍາລັງຂົ່ມຂູ່ໃນການພົວພັນສາກົນ.
ເພີ່ມເຕີມ