ສະຫຼອງບຸນປີໃໝ່ລາວປີນີ້ ບົນພື້ນຖານການປະຢັດມັດທະຍັດ

ສະຫຼອງບຸນປີໃໝ່ລາວປີນີ້ ບົນພື້ນຖານການປະຢັດມັດທະຍັດ

ສະຫຼອງບຸນປີໃໝ່ລາວປີນີ້ ບົນພື້ນຖານການປະຢັດມັດທະຍັດ
ບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ (ບຸນສົງການ) ລາວປະຈຳປີ 2026 ທີ່ໃກ້ຈະມາເຖິງໃນ ມໍ່ໆນີ້, ປີນີ້ໄດ້ກຳນົດການສະເຫຼີມສະຫຼອງເປັນເວລາ 3 ວັນ (ກົງກັບວັນທີ 14, 15 ແລະ 16), ໃນຂະນະດຽວກັນໃນການສະເຫຼີມສະຫຼອງບຸນປີໃໝ່ປີນີ້, ຕ້ອງໃຫ້ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ, ໃນນັ້ນການຈັດງານສະເຫຼີມສະຫຼອງຕ້ອງບົນພື້ືນຖານການປະຢັດມັດທະຍັດ ແລະ ໃຊ້ຈ່າຍຢ່າງມີເຫດມີຜົນ ແລະ ມີແບບແຜນຢ່າງຄັກແນ່ ຫຼີກລ່ຽງການໃຊ້ຈ່າຍແບບຟຸ່ມເຟືອຍ.

 

ສະຫອງບນປໃໝລາວປນ ບນພນຖານການປະຢດມດທະຍດ - image 1
 

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າປັດຈຸບັນສະພາບການຂອງໂລກ, ພາກພື້ນ ແລະ ສາກົນ ຍັງ ສືບຕໍ່ຜັນແປໄປຢ່າງສັບສົນ ຊຶ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ-ການເງິນຂອງບັນດາປະເທດ ໃນໂລກ, ໃນຂະນະດຽວກັນ ສະພາບການດັ່ງກ່າວກໍສົ່ງຜົນກະທົບ ຕໍ່ ສປປ ລາວ ພວກເຮົາເຊັ່ນກັນ, ສະນັ້ນ ເພື່ອເຮັດໃຫ້ການຫຼິ້ນບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ປະຈຳປີ 2026 ທີ່ເຄີຍ ປະຕິບັດກັນມາທຸກໆປີ ໃຫ້ມີຄວາມເບີກບານມ່ວນຊື່ນລື່ນເລິງ, ສຳລັບປີນີ້, ພັກ-ລັດມີຄວາມເປັນຫ່ວງ ເປັນໃຍຕໍ່ກັບສະພາບການ ການດຳລົງຊີວິດຂອງພໍ່ແມ່ ປະຊາຊົນ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊົນ ໃຊ້ຈ່າຍເຂົ້າໃນກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ນັ້ນ, ຕ້ອງເຮັດດ້ວຍຄວາມປະຢັດມັດທະຍັດ ບໍ່ໃຊ້ຈ່າຍ ແບບຟຸ່ມເຟືອຍ, ການຫຼິ້ນບຸນປີໃໝ່ນັ້ນ ຕ້ອງຮັກສາໃຫ້ໄດ້ຮີດຄອງປະເພນີອັນດີງາມ, ການຫົດນໍ້າ ເພື່ອອວຍພອນຊຶ່ງກັນ ແລະ ກັນ ກໍຕ້ອງໃຊ້ນໍ້າທີ່ສະອາດ ແລະ ຕ້ອງໄດ້ຮັບອະນຸຍາດກ່ອນຈຶ່ງຫົດ, ຫຼີກລ່ຽງໃນການໃຊ້ນໍ້າເປື້ອນ, ນໍ້າສີ, ການຮ່າຍນໍ້າໃສ່ຖົງຢາງ ແລ້ວແກວ່ງໃສ່ກັນໃນເວລາຂີ່ລົດ ແລະ ໃຊ້ບັ້ງສີດ ຊຶ່ງຈະເຮັດໃຫ້ເກີດຄວາມບໍ່ງາມຕາ ແລະ ເກີດອຸບັດຕິເຫດໄດ້.

ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວ ຖ້າຫາກທຸກຄົນພ້ອມໃຈກັນປະຕິບັດ ກໍຈະເຮັດໃຫ້ການສະເຫຼີມ ສະຫຼອງບຸນປີໃໝ່ (ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່) ລາວປີນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະ ຫງົບປອດໄພ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມກໍຈະບໍ່ເກີດຂຶ້ນ, ໃນນັ້ນຮີດຄອງປະເພນີອັນດີງາມຂອງ ຊາດລາວພວກເຮົາກໍຈະຄົງຢູ່ຄູ່ກັບຄົນລາວຮຸ່ນລູກຫຼານພວກເຮົາຕະຫຼອດໄປ, ທີ່ສຳຄັນຈະສ້າງຄວາມປະທັບໃຈ ໃຫ້ແກ່ແຂກຕ່າງປະເທດ ທີ່ມາທ່ອງທ່ຽວ ສປປ ລາວ ມາເຫັນແລ້ວຢາກມາທ່ອງທ່ຽວອີກ.

ບຸນປີໃໝ່ (ບຸນສົງການ) ລາວ ປີນີ້ ແມ່ນກົງ ກັບວັນທີ 14 ຄືວັນສັງຂານລ່ວງ, ວັນທີ 15 ວັນສັງຂານເນົາ ແລະ ວັນທີ 16 ວັນສັງຂານຂຶ້ນ, ບຸນປີໃໝ່ລາວ ເປັນບຸນປາງໃຫຍ່ ຂອງປວງຊົນ ລາວທັງຊາດທີ່ໄດ້ປະຕິບັດ ແລະ ສືບທອດກັນມາແຕ່ຮຸ່ນປູ່ຍ່າຕາຍາຍ ແລະ ເປັນບຸນປະເພນີອັນດີງາມທີ່ຢູ່ຄູ່ກັບຄົນລາວຕະຫຼອດມາ, ເປັນບຸນປະຈຳຊາດທີ່ຊາວຕ່າງຊາດທີ່ໄດ້ມາເຫັນແລ້ວມີຄວາມປະທັບໃຈ ແລະ ໃຫ້ການຍ້ອງຍໍຊົມເຊີຍຕໍ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ທີ່ຫາເບິ່ງໄດ້ຍາກໃນໂລກ, ເພາະວ່າການເຮັດກິດຈະກຳຕ່າງໆໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວແມ່ນໄດ້ມີຫຼາກຫຼາຍກິດຈະກຳທີ່ເຮັດຕາມຮີດຄອງປະເພນີລາວທີ່ມີຄວາມງົດງາມ ແລະ ເປັນເອກະລັກຂອງຄົນລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ