ກອງປະຊຸມສະມາຊິກ ມີເດຍລາວ

ສະຫຼອງການສ້າງເຟສ ມີເດຍລາວ ຄົບຮອບ 9 ປີ ພ້ອມສ້າງຄວາມເຂັ້ມແຂງໃຫ້ສະມາຊິກ

ສະຫຼອງການສ້າງເຟສ ມີເດຍລາວ ຄົບຮອບ 9 ປີ ພ້ອມສ້າງຄວາມເຂັ້ມແຂງໃຫ້ສະມາຊິກ
ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຜູ້ສ້າງ ແລະ ຄຸ້ມຄອງເຟສ ມີເດຍລາວ ຮ່ວມກັບອົງການອຸຍນີເຊັບ ປະຈໍາ ສປປ ລາວ ຈັດກອງປະຊຸມສະມາຊິກ ມີເດຍລາວ ເພື່ອສ້າງຄວາມເຂັ້ມແຂງໃນການສົ່ງເສີມສະຫວັດດີການຂອງແມ່ຍິງ

 

 ແລະ ເດັກທັງເປັນການສະຫຼອງຄົບຮອບ 9 ປີ ໃນການສ້າງໜ້າເຟສ ມີເດຍລາວ ໃນລະຫວ່າງວັນທີ 10-12 ທັນວານີ້ ທີ່ແຂວງບໍ່ແກ້ວ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດພົງສາຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ສົມສັກມະຫາພົນຮອງຫົວໜ້າພະແນກ ຖວທ ແຂວງບໍ່ແກ້ວ ແລະ ທ່ານ ໄຊມອນ ນາເຊີຫົວໜ້າພະແນກໂຄສະນາແລະສື່ສານມວນຊົນຂອງອົງການອຸຍນີເຊັບປະຈໍາສປປລາວ; ມີບັນດາສະມາຊິກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ໄດ້ກ່າວເປີດກອງປະຊຸມວ່າ:ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະລຶບລ້າງການແຕ່ງດອງຂອງເດັກກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ ພ້ອມທັງຮັບປະກັນການເຂົ້າເຖິງການບໍລິການ ແລະ ການສຶກສາດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທຸກຖ້ວນໜ້າ. ເຖິງຢ່າງໃດກໍຕາມ, ອີງຕາມບົດລາຍງານຜົນການສຶກສາຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ສະແດງໃຫ້ເຫັນວ່າ ໄວໜຸ່ມທີ່ອາໄສຢູ່ຊົນນະບົດ ທີ່ມີອາຍຸ 13-14 ປີ ແລະ ໄວໜຸ່ມອາໄສຢູ່ເຂດຕົວເມືອງ ທີ່ມີອາຍຸ 16-17 ປີ ໄດ້ມີການແຕ່ງດອງ ຊຶ່ງເປັນເລື່ອງທີ່ໜ້າເປັນຫວ່ງທີ່ສຸດ ເພາະຈະພາໄປສູ່ການຖືພາກ່ອນໄວອັນຄວນ ອັນຈະມີຄວາມສ່ຽງຕໍ່ສຸຂະພາບຂອງແມ່ ແລະ ເດັກ. ສື່ມວນຊົນ, ມີບົດບາດສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານ ຢ່າງຕໍ່ເນື່ອງໃຫ້ແກ່ຊຸມຊົນ ໃຫ້ມີຄວາມຮັບຮູ້ເລິກເຊິ່ງ ແລະ ມີການປ່ຽນແປງທັດສະນະຄະຕິ ແລະ ພຶດຕິກຳຂອງຕົນໃນການວາງແຜນຊີວິດ; ດັ່ງນັ້ນ, ສື່ມວນຊົນ ຈົ່ງເອົາໃຈໃສ່ປະກອບສ່ວນ ໃຫ້ຄວາມຮູ້ແກ່ຊຸມຊົນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ພາຍຫຼັງ, ທ່ານ ສົມສັກມະຫາພົນ ໄດ້ມີຄໍາເຫັນໃນການເປີດກອງປະຊຸມ ໂດຍໄດ້ແຈ້ງໃຫ້ຮູ້ເຖິງສະພາບວຽກງານໃນໄລຍະຜ່ານມາ;ຈາກນັ້ນ, ທ່ານ ໄຊມອນນາເຊີ ກໍໄດ້ນໍາສະເໜີບັນຫາບຸລິມະສິດສົ່ງເສີມວຽກງານສະຫວັດດີການຂອງແມ່ຍິງ ແລະ ເດັກວ່າ: ຄຽງຂ້າງລັດຖະບານແລະຄູ່ຮ່ວມງານສື່ມວນຊົນຂອງພວກເຮົາ, ໃນຂະນະທີ່ພວກເຮົາປຶກສາຫາລືຮ່ວມກັນວ່າພວກເຮົາສາມາດສ້າງອະນາຄົດທີ່ສົດໃສຂອງສປປລາວຜ່ານການສື່ສານທີ່ມີມູນຄວາມຈິງ, ມີຄວາມຮັບຜິດຊອບແລະໜ້າສົນໃຈ.ພວກເຮົາຮັບຮູ້ວ່າການລົງທຶນໃນເດັກນ້ອຍ, ການຮັບປະກັນສຸຂະພາບ, ໂພຊະນາການ, ການສຶກສາແລະຄວາມປອດໄພຂອງພວກເຂົານັ້ນຊ່ວຍເສີມສ້າງຊັບພະຍາກອນມະນຸດຂອງປະເທດຊາດຂອງພວກເຮົາ. ເມື່ອໄວໜຸ່ມໄດ້ສະແດງສັກກະຍະພາບຂອງພວກເຂົາໄດ້ຢ່າງເຕັມເມັດເຕັມໜ່ວຍ, ພວກເຮົາທຸກຄົນຍ່ອມໄດ້ຮັບຜົນປະໂຫຍດ.ສປປລາວຖືຄອງອັດຕາການແຕ່ງງານໃນໄວເດັກສູງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ໂດຍມີ 30.5 ເປີເຊັນຂອງໄວໜຸ່ມທີ່ແຕ່ງງານກ່ອນອາຍຸ 18 ປີ.ຄວາມເປັນຈິງນີ້ແມ່ນເຫັນໄດ້ຢ່າງຊັດເຈນໃນບັນດາຊຸມຊົນທີ່ດ້ອຍໂອກາດຜູ້ທີ່ເຂົ້າເຖິງການສຶກສາທີ່ຈຳກັດ, ໃນບັນດາກຸ່ມຊົນເຜົ່າບາງກຸ່ມແລະໃນກຸ່ມປະຊາກອນທີ່ທຸກຍາກທີ່ສຸດ.

ສື່ມວນຊົນມີຄວາມຮັບຜິດຊອບທີ່ເປັນເອກະລັກສະເພາະແລະອຳນາດພິເສດໃນການດຳເນີນການດັ່ງກ່າວ. ຜ່ານການລາຍງານທີ່ຖືກຕ້ອງ, ລະອຽດອ່ອນແລະຄຳນຶງເຖິງດ້ານວັດທະນະທຳ, ສື່ມວນຊົນຍັງສາມາດຍົກໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນໃນເດັກນ້ອຍ, ໂດຍສະເພາະແມ່ນເດັກຍິງແລະຊຸກຍູ້ຄວາມເຂົ້າໃຈຂອງປະຊາຊົນແລະສະໜັບສະໜູນວິທີແກ້ໄຂ.ບໍ່ພຽງພໍທີ່ຈະອີງໃສ່ພຽງແຕ່ຊ່ອງທາງສື່ມວນຊົນທ້ອງຖິ່ນ,ພວກເຮົາຕ້ອງສ້າງຮູບແບບການສື່ຂໍ້ຄວາມໃນວິທີທີ່ຄ້າຍຄືກັບຜູ້ຊົມທີ່ຊອກຫາຂໍ້ມູນໃນຫຼາກຫຼາຍຊ່ອງທາງບໍ່ວ່າຈະເປັນການອອກອາກາດ, ສື່ອອນລາຍ, ສື່ສິ່ງພິມຫຼືຊຸມຊົນດີຈີຕອນ. ດັ່ງນັ້ນ, ພວກເຮົາບໍ່ພຽງແຕ່ຈະສຶກສາແລະແຈ້ງໃຫ້ຊາບ, ແຕ່ຍັງມີສ່ວນຮ່ວມແລະເປັນແຮງບັນດານໃຈໃຫ້ປະຊາຊົນເພື່ອເປັນສ່ວນໜຶ່ງຂອງການແກ້ໄຂ.

ທ່ານ ໄຊມອນນາເຊີ ກ່າວຢືນຢັນວ່າ: ອົງການອຸຍນີເຊັບ ຍັງຄົງຢືນຢັນຄືນຄວາມເຄົາລົບນັບຖືແລະຄໍາໝັ້ນສັນຍາໃນການເປັນຄູ່ຮ່ວມງານກັບກະຊວງ ຖວທ, ກົມສື່ມວນຊົນແລະເຄືອຂ່າຍສື່ມວນຊົນຂັ້ນແຂວງແລະຂັ້ນເມືອງເພື່ອສາມາດປູກຈິດສໍານຶກ, ປ່ຽນແປງທັດສະນະຄະຕິແລະສົ່ງເສີມນະໂຍບາຍທີ່ລົງທຶນໃນເດັກນ້ອຍຂອງພວກເຮົາ. ໂດຍການວາງເດັກຍິງເປັນຈຸດໃຈກາງຂອງການສື່ສານແລະການຕັດສິນໃຈທາງດ້ານນະໂຍບາຍຂອງພວກເຮົາ, ພວກເຮົາສາມາດຊຸກຍູ້ຄວາມກ້າວໜ້າບໍ່ພຽງແຕ່ສຳລັບພວກເຂົາເທົ່ານັ້ນ, ແຕ່ສຳລັບສປປລາວ.

ກອງປະຊຸມຄັ້ງນີ້, ຊຶ່ງນອກຈາກຈະສະຫຼອງ 9 ປີ ການສ້າງໜ້າເຟສ ມີເດຍລາວ ແມ່ນຍັງມີການປຶກສາຫາລື ແລະ ທົບທວນວຽກງານກັບບັນດາສະມາຊິກ ມີເດຍລາວ, ແລກປ່ຽນຄວາມຮູ້ລະຫວ່າງ ສະມາຊິກ ມີເດຍລາວ, ສົ່ງເສີມບຸລິມະສິດວຽກງານສະຫວັດດີການຂອງແມ່ຍິງ ແລະ ເດັກ ໂດຍສະເພາະການແຕ່ງດອງແຕ່ໄວເດັກ ແລະ ປຶກສາຫາລືການໂຄສະນາສົ່ງເສີມວຽກງານດັ່ງກ່າວໃນປັດຈຸບັນ ຊຶ່ງໃນວາລະກອງປະຊຸມບັນດາຜູ້ເຂົ້າຮ່ວມກໍໄດ້ຈັດກຸ່ມ ເພື່ອປຶກສາຫາລືຫົວຂໍ້ຂ່າວ, ຄໍາຖາມສຳພາດເປົ້າໝາຍການແຕ່ງດອງແຕ່ໄວເດັກ ເພື່ອລົງເຄື່ອນໄຫວເກັບກຳຂໍ້ມູນຂ່າວ ແລະ ຂຽນບົດຂ່າວຕົວຈິງ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ