ສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ພສ 2567 ທີ່ນະຄອນປາກເຊ ເຕັມໄປດ້ວຍສີສັນບັນຍາກາດອັນຄຶກຄື້ນມ່ວນຊື່ນ.

ສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ພສ 2567 ທີ່ນະຄອນປາກເຊ ເຕັມໄປດ້ວຍສີສັນບັນຍາກາດອັນຄຶກຄື້ນມ່ວນຊື່ນ.
ພິທີສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2567 ຄສ 2024 ທີ່ ນະຄອນປາກເຊ ແຂວງຈຳປາສັກ ເລີ່ມຂຶ້ນໃນຕອນບ່າຍວັນທີ 13 ເມສາ 2024 ທີ່ຫໍຫຼັກເມືອງ ນະຄອນປາກເຊ ໂດຍການໃຕ້ທຽນໄຊບູຊາພະຣັດຕະນະໄຕ ແລະ ລັ່ນຄ້ອງ 9 ບາດເປີດງານຢ່າງເປັນທາງການຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ເຂົ້າຮ່ວມເມດຕາເປັນປະທານ ຝ່າຍສົງມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ອົງຊ່ວຍຊີ້ນຳວຽກງານ ອພສ ບັນດາແຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ, ມີຄະນະນຳຂອງແຂວງ, ມີເຈົ້ານະຄອນປາກເຊ ພ້ອມຄະນະ ມີບັນດາຫ້ອງການອ້ອມຂ້າງນະຄອນ - ເມືອງ, ພາກສ່ວນຄະນະຂະບວນແຫ່ ຕ່າງໆ 14 ຂະບວນ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ກ່າວລາຍງານການກະກຽມຄວາມພ້ອມ ແລະ ກິດຈະກຳຕ່າງໆ ໃນການສະເຫຼີມສະຫຼອງປີໃຫມ່ລາວ ພສ 2567 ຄສ 2024 ວ່າ: ງານສະເຫຼີມສະຫຼອງ ບຸນປີໃໝ່ລາວ ປີ ພສ 2567 ປີນີ້, ໂດຍ ພາຍໃຕ້ການຊີ້ນໍາ ແລະ ມອບໝາຍ ຈາກອົງການປົກຄອງແຂວງ ໄດ້ໃຫ້ນະຄອນປາກເຊ ສົມທົບກັບອົງການພຸດທະສາສະໜາສໍາພັນລາວ ແຂວງ, ພະແແຂວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຮ່ວມກັນຈັດຂຶ້ນ, ໂດຍໄດ້ຈັດໃຫ້ມີຫຼາຍກິດຈະກຳ ເຊັນ: ຂະບວນແຫ່ ພະພຸດທະຮູບ, ຄໍາພີພະໄຕປີດົກ ແລະ ແໜ່ງສັງຂານ; ຖະໜົນຊຸ່ມເຢັນ ແລະ ສະຖານທີ່ມ່ວນຊື່ນ ເປັນຕົ້ນ.
ສໍາລັບຂະບວນແຫ່ ສະເຫຼີມສະຫຼອງ ບຸນປີໃໝ່ລາວ (ບຸນປີໃ ໝ່ກຸດສົງການ) ທີ່ນະຄອນປາກເຊ ແມ່ນການສືບສານຮີດຄອງປະເພນີ ອັນດີງານຂອງຊາດຂອງທ້ອງຖິ່ນ, ຊຶ່ງໄດ້ຈັດຂຶ້ນໃນແຕ່ລະປີ. ໃນມື້ ສັງຂານລ່ວງ (ມື້ພະລົງ), ປີນີ້ ແມ່ນກົງກັບວັນທີ 13 ເມສາ 2024, ການຈັດຂະບວນແຫ່ສະເຫຼີມສະຫຼອງ ບຸນປີໃໝ່ລາວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແບບເປັນທາງການ ມາແຕ່ປີ ພສ 2543 (ຄສ 1999-2000) ປີທ່ອງທ່ຽວລາວຄັ້ງອໍາອິດ ຈຸດປະສົງເພື່ອເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ສໍາລະລ້າງສິ່ງບໍ່ດີໃຫ້ໄປກັບປີເກົ່າ ແລະ ຮັບເອົາສິ່ງທີດີໆ ທີ່ເປັນສີລິມຸງຄຸນ, ຮັບເອົາໂຊກເອົາໄຊໃນປີໃໝ່ ທັງເປັນການເປີດ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ ຕິດພັນກັບການອະນຸລັກຮັກສາ ຮິດຄອງປະເພນີອັນດີງາມຂອງຊາດຂອງທ້ອງຖິ່ນ ແລະ ເພື່ອຕ້ອນຮັບ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ແຂວງຈໍາປາສັກ ເວົ້າລວມ, ເວົ້າສະເພາະ ນະຄອນປາກເຊ ໃຫ້ຫຼາຍຂຶ້ນ ດັ່ງຄໍາໂຄງທີ່ວ່າ: ປາກເຊ ງາມເດ ນໍ້າເຊຕົກໃສ່ນໍ້າຂອງ ປວງປະຊາປອງດອງຮັກໄຄ່ ມີພາຂວັນໃຫຍ່ ຂົວຂ້າມແມ່ນະທີ ບຸນຊ່ວງເຮືອປະເພນີທຸກປີບໍ່ຂາດ, ຄວາມມຸ່ງມາດຄືການພັດທະນາ, ໃຜກໍ່ຢາກມາຢ້ຽມຢາມທ່ອງທ່ຽວ ຕົວເມືອງສີຂຽວການຄ້າບໍລິການ ຊາວນະຄອນປາກເຊອາດຫານ ແດນງາມສີວິໄລ.
ໃນຂະບວນແຫ່ ສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2567 ມີທັງໝົດ 14 ຂະບວນ, ຄື: ຂະບວນແຫ່ພະໄຕປີດົກ ແລະ ພຸດທະຮູບ ຈາກ 9 ວັດ; ຂະບວນແຫ່ນາງສັງຂານ ພສ 2567; ຂະບວນແຫ່ໝາກເບັງໃຫຍ່ ເອກະລັກນະຄອນປາກເຊ; ຂະບວນກ້ອນກໍາລັງຊາວໜຸ່ມເຍົາວະຊົນ; ຂະບວນກ້ອນກໍາລັງກຸ່ມບໍລິສັດທ່ອງທ່ຽວແຂວງ; ຂະບວນກ້ອນກໍາລັງກຸ່ມທະນາຄານ; ຂະບວນກ້ອນກຳລັງກຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຂວງ; ຂະບວນກ້ອນກໍາລັງກຸ່ມ ມວນຊົນຊາວນະຄອນຈາກເຊ ຈາກ 42 ບ້ານ, 5 ກຸ່ມ, 6 ບ້ານໃຫຍ່ ແລະ 10 ບ້ານເທດສະບານ ແລະ ຂະບວນສະຖານບັນການສຶກສາຕ່າງໆ. ພິເສດຍັງມີຂະບວນຟ້ອນຈາກບ້ານ ນາຂວ້າງ, ເມືອງຊະນະສົມບູນ ແລະ ຂະບວນໝໍລໍາ ຈາກເມືອງໂພນທອງ ກໍໄດ້ເຂົ້າມາຮ່ວມ. ແຕ່ລະຂະບວນທີ່ເຂົ້າຮ່ວມມີລົດແຫ່ທີ່ປະດັບປະດາຢ່າງຈົບງາມ, ຜູ້ເຂົ້າຮ່ວມນຸ່ງຖືເອກະລັກຊົງລາວ, ຕະຫຼອດໄລຍະທາງແຫ່ ກໍມີການເສບມະໂຫລິດົນຕີພື້ນເມືອງຢ່າງຄຶກຄື້ນ ແລະ ພາຍຫຼັງເປີດພິທີເປັນທາງການບັນດາການນຳ, ເຖົ້າແກ່ມົນໂທ, ນາງສັງຂານ ແລະ ຕະຫຼອດຮອດມວນຊົນ ຕາງກໍໄດ້ເຂົ້າຫົດສົງນໍ້າພະທີ່ຫໍຫຼັກເມືອງ ຊຶ່ງແມ່ນພະຄູ່ບ້ານຄູ່ເມືອງຊາວນະຄອນປາກເຊ ແລະ ຫົດສົງນໍ້າພະທີ່ວັດຫຼວງປາກເຊ ແລະ ວັດແຫ່ງອື່ນໆ ຢ່າງມວນຊື່ນ. ທັງເປັນການສືບທອດເສີມຂະຫຍາຍຮີດຄອງປະເພນີວັດທະນະທຳອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດທີ່ມີມາແຕ່ດົນນານໃຫ້ສືບທອດຕະຫຼອດໄປ.
(ຂ່າວ: ເກດສະໜາ ແກ້ວສຸວັນນະແສງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ