ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ
ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຄະນະກໍາມະການອະໄພຍະໂທດລະດັບຊາດ, ບັນດາທ່ານກອງເລຂາ ຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫບການຈດຕງປະຕບດວຽກງານອະໄພຍະໂທດ 5 ປ - image 1
 

 

ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ຜູ້ປະຈໍາການ ໄດ້ລາຍງານຕໍ່ກອງປະຊຸມວ່າ: ນັບແຕ່ປີ 2021-2025 ຕະຫຼອດໄລຍະ 5 ປີທີ່ຜ່ານມາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ, ກະຊວງ, ນະຄອນຫຼວງ ແລະ ແຂວງ ໄດ້ພ້ອມກັນຈັດຕັ້ງປະຕິບັດນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຖະບານ, ບັນດາຂະແໜງການທີ່ຮັບຜິດຊອບວຽກງານອະໄພຍະໂທດທຸກຂັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ ນັບແຕ່ສູນກາງລົງຮອດທ້ອງຖິ່ນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເປັນຕົ້ນໄດ້ສ້າງ, ມີການປັບປຸງລັດຖະບັນຍັດ, ນິຕິກຳ ແລະ ຄໍາແນະນໍາ ແລະ ການຈັດຝຶກອົບຮົມ, ໂຄສະນາ, ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທາງພາກລັດທີ່ກ່ຽວຂ້ອງນັບແຕ່ສູນກາງຮອດທ້ອງຖິ່ນ ດ້ວຍຫຼາຍຮູບແບບແບບເຊັ່ນ: ຂ່າວການເຄື່ອນໄຫວວຽກງານອະໄພຍະ ໂທດ, ລາຍການຄວາມຮູ້ທາງດ້ານກົດໝາຍ, ໂທລະພາບແຫ່ງຊາດ ແລະ ບັນດາສື່ສິ່ງພິມຕ່າງໆ ການໃຫ້ອະໄພຍະໂທດແກ່ນັກໂທດມີສອງປະເພດຄື: ການໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດປ່ອຍຕົວ ຊຶ່ງໄດ້ຄົ້ນຄວ້າໃນໂອກາດວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຂອງແຕ່ລະປີ ແລະ ໄລຍະການລະບາດຂອງພະຍາດໂຄວິດ-19 ປີ 2019 ຊຶ່ງຮັບປະກັນໄດ້ຄວາມຖືກຕ້ອງ, ຄວາມໂປ່ງໃສ, ຄວາມຍຸຕິທໍາ ຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ຊຶ່ງສະແດງອອກຄື:

ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດແຕ່ປີ 2021-2025 ມີທັງໝົດ 11,402 ຄົນ ຍິງ 1,523 ຄົນ, ຕ່າງປະເທດ 151 ຄົນ ຍິງ 22 ຄົນ, ນັກໂທດປະຫານຊີວິດໄດ້ຮັບການຫຼຸດຜ່ອນໂທດມາເປັນໂທດຕະຫຼອດຊີວິດ ຈໍານວນ 106 ຄົນ ຍິງ 18 ຄົນ, ນັກໂທດຕະຫຼອດຊີວິດໄດ້ຮັບການຫຼຸດຜ່ອນໂທດລົງມາເປັນໂທດມີກໍານົດ 20 ປີຈໍານວນ 147 ຄົນ ຍິງ 26 ຄົນ, ໃນນີ້ນັກໂທດໄດ້ຮັບການຫຼຸດຜ່ອນໂທດມີ 10,130 ຄົນ ຍິງ 1,330 ຄົນ, ຕ່າງປະເທດ 137 ຄົນ ຍິງ 20 ຄົນ ແລະ ນັກໂທດໄດ້ຮັບການປ່ອຍຕົວມີ 1,166 ຄົນ ຍິງ 175 ຄົນ, ຕ່າງປະເທດ 14 ຄົນ ຍິງ 2 ຄົນ, ເປັນນັກໂທດຄະດີຢາເສບຕິດ 11,014 ຄົນ ຍິງ 1,454 ຄົນ, ຕ່າງປະເທດ 81 ຄົນ ຍິງ 6 ຄົນ ແລະ ນັກໂທດຄະດີທົ່ວໄປ 388 ຄົນ ຍິງ 69 ຄົນ, ຕ່າງປະເທດ 70 ຄົນ ຍິງ 16 ຄົນ ແລະ ຍັງໄດ້ຊຸກຍູ້ອົງການປະຕິບັດຄໍາຕັດສິນຂອງສານໃນການເກັບເງິນຄ່າປັບໃໝໄດ້ 24,346,152,051 ກີບ ແລະ ຄ່າເສຍຫາຍທາງແພ່ງໄດ້ 5,861,566,681 ກີບ, 1,260,200 ບາດ.

ໃນກອງປະຊຸມດັ່ງກ່າວ, ທ່ານ ຄໍາພັນ ພົມມະທັດ ໄດ້ໂອ້ລົມເນັ້ນໃຫ້ຄະນະກໍາມະການອະໄພຍະໂທດລະດັບຊາດ ຂະແໜງການຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ອງເອົາໃຈໃສ່ບາງບັນຫາດັ່ງນີ້: ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍ

ບາຍອະໄພຍະໂທດໃຫ້ແກ່ນັກໂທດເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ມີຂໍ້ມູນທີ່ຊັດເຈນຮັບໃຊ້ເຂົ້າໃນການຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງພິຈາລະນາທັນຕາມກຳນົດເວລາຍົກສູງການຄົ້ນຄວ້າພິຈາລະນານັກໂທດຜູ້ທີ່ສະເໜີຂໍອະໄພຍະໂທດຕ້ອງຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດໂຕດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ຈິງ ເອົາໃຈໃສ່ປະສານສົມທົບ ແລະ ເກັບກຳບັນດາຂໍ້ມູນຂອງນັກໂທດທີ່ສະເໜີອະໄພຍະໂທດໃຫ້ລະອຽດຄົບຖ້ວນ ຕາມຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ໂດຍສະເພາະບັນດາເງື່ອນໄຂ, ຂັ້ນຕອນ ແລະ ລະບຽບການພິຈາລະນາ ທີ່ນອນຢູ່ໃນລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ, ຄໍາແນະນໍາ, ແຈ້ງການຂອງ ຄະນະກໍາມະການອະໄພຍະໂທດ ລະດັບຊາດ; ມອບໃຫ້ຄະນະກຳມະການອະໄພຍະໂທດຂັ້ນກະຊວງ, ນະຄອນຫຼວງ ແລະ ບັນດາແຂວງ ເພື່ອໃຫ້ເອົາໃຈໃສ່ນຳສະເໜີຕໍ່ຄະນະນຳອົງການປົກຄອງທ້ອງຖິ່ນຂອງຕົນ ໃຫ້ຄວາມສຳຄັນສືບຕໍ່ປັບປຸງການໂຄສະນາດ້ວຍຫຼາຍຮູບແບບ, ທັນສະໄໝ ແລະ ເຂົ້າເຖິງກຸ່ມເປົ້າໝາຍຢ່າງກວ້າງຂວາງກວ່າເກົ່າ ເພື່ອເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ອົງການປົກຄອງທ້ອງຖິ່ນຕ້ອງໄດ້ເອົາໃຈໃສ່ຈັດສັນງົບປະມານພາຍໃນຂອງຕົນ ບວກໃສ່ກັບການຍາດແຍ່ງເອົາການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນທຸລະກິດ ເພື່ອປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ແລະ ເພີ່ມທະວີໃນການສ້າງຄວາມສະດວກໃຫ້ແກ່ນັກໂທດ, ຍາດຕິພີ່ນ້ອງເຂົາເຈົ້າໃນການຊຳລະຄ່າປັບໃໝ, ຄ່າເສຍຫາຍທາງແພ່ງ, ຮັບປະກັນການມອບເງິນຄ່າເສຍຫາຍທາງແພ່ງ ໃຫ້ໂຈດທາງແພ່ງ ແລະ ການຖອກເງິນຄ່າປັບໃໝເຂົ້າຄັງເງິນແຫ່ງຊາດໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ຂ່າວ-ພາບ:ບຸນຕອມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ