![]() |
ທ່ານ ນາງ ວິມມາລາ ດວງກັນຍາ ຕ່າງໜ້າຜູ້ຮັບຜິດຊອບວຽກງານໂພຊະນາການຂັ້ນແຂວງ ລາຍງານວ່າ: ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂພຊະນາການ ໄລຍະຜ່ານມາ, ຄະນະກຳມະການໂພຊະນາການນັບແຕ່ຂັ້ນສູນກາງ-ແຂວງ-ເມືອງ ໄດ້ຊີ້ນໍາຢ່າງໃກ້ຊິດເປັນປົກກະຕິ ໃຫ້ການສະໜັບສະໜູນບັນດາກະຊວງ (ສາທາລະນະສຸກ, ສຶກສາທິການ ແລະ ກິລາ, ກະສິກຳ ແລະ ປ່າໄມ້, ແຜນການ ແລະ ການລົງທຶນ), ມີຍຸດທະສາດແຫ່ງຊາດ ຂອງແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 5 ປີ (2021-2025) ທີ່ເປັນເອກະພາບກັນ, ພະນັກງານແຕ່ລະຂັ້ນ ໄດ້ມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ໄດ້ຮັບການມອບໝາຍ, ມີການຜັນຂະຫຍາຍບັນດານິຕິກຳລົງຮອດເມືອງ, ຂໍ້ຕົກລົງ, ແຈ້ງການ, ຄໍາສັ່ງ ແລະ ຂໍ້ແນະນໍາຄູ່ມື, ມີການສ້າງຄວາມເຂັ້ມແຂງ ດ້ວຍການຝຶກອົບຮົມທາງດ້ານວິຊາການໃຫ້ແກ່ພະນັກງານ ໃນຂັ້ນຕ່າງໆ ຮ່ວມກັບສູນກາງ ອົງການຈັດຕັ້ງສາກົນ (ແຄຣ, ອົງການອຸຍນີເຊັບ, JSI), ເດັກໃນໂຮງຮຽນ ແລະ ຊຸມຊົນ ໄດ້ກິນອາຫານທີ່ມີໂພຊະນາການ ແລະ ໝວດໝູ່ ຂອງອາຫານ, ມີສຸຂະພາບແຂງແຮງ ທາງຮ່າງກາຍ ແລະ ມັນສະໜອງໄດ້ຮັບການຮຽນ-ການສອນຢ່າງຕໍ່ເນື່ອງ, ການຈັດຕັ້ງປະຕິບັດນະໂຍບາຍການຜະລິດກະສິກຳເພື່ອໂພຊະນາການ ໄດ້ມີຫຼາຍໜໍ່ແໜງເກີດຂຶ້ນໃໝ່ເຊັ່ນ: ການຜະລິດກາເຟ, ໝາກແໜ່ງ, ໂສມ, ພືດຜັກ, ມັນຕົ້ນ ແລະ ການສະໜອງອາຫານຈາກຟາມເປັນຕົ້ນ: ຊີ້ນ, ປາ, ໄຂ່ ສາມາດຫຼຸດການນໍາເຂົ້າຈາກຕ່າງແຂວງ (ບາງພາກສ່ວນ).
ຈາກການຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້ານີ້, ເຮັດໃຫ້ກຸ່ມກິດຈະກຳຂອງແຕ່ລະຂະແໜງການ ມີຄວາມຄືບໜ້າ ໂດຍສະເພາະ ກຸ່ມກິດຈະກຳການສົ່ງເສີມໂພຊະນາການໃນແມ່ຍິງ, ແມ່, ເດັກອ່ອນ ແລະເດັກນ້ອຍ ສາມາດເຮັດໃຫ້ເດັກນ້ອຍເກີດໃໝ່ໄດ້ກິນນົມແມ່ພາຍໃນໜຶ່ງຊົ່ວໂມງຫຼັງເກີດ ກວມເອົາ 95.53%, ເດັກນ້ອຍອາຍຸລຸ່ມ 6 ເດືອນ ໄດ້ກິນນົມແມ່ຢ່າງດຽວກວມເອົາ 53.5%, ແມ່ຍິງຖືພາໄດ້ຮັບການບໍລິການຝາກທ້ອງກັບພະນັກງານແພດທີ່ຊຳນານງານຢ່າງນ້ອຍ 1 ຄັ້ງ ກວມ 110%, ຢ່າງນ້ອຍ 4 ຄັ້ງ ກວມເອົາ 67.28%, ກຸ່ມກິດຈະກຳການສະໜອງຈຸລະສານອາຫານໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ໃນກຸ່ມເປົ້າ ໝາຍ 62.2% ຂອງແມ່ຍິງຖືພາ ໄດ້ຮັບທາດເຫຼັກ-ອາຊິດໂຟລິກ ຢ່າງນ້ອຍ 90 ເມັດ, ກຸ່ມກິດຈະກຳປັບປຸງ ແລະ ເຊື່ອມສານລະບົບການອະນາໄມ, ນ້ຳສະອາດ ແລະ ສຸຂະພິບານດ້ວຍການເພີ່ມການເຂົ້າເຖິງ ແລະ ສົ່ງເສີມທາງດ້ານພຶດຕິກຳ ແລະ ພາກປະຕິບັດທາງດ້ານອະນາໄມ ເຮັດໃຫ້ 91.8% ຂອງຈຳນວນຄົວເຮືອນ ໄດ້ນຳໃຊ້ແຫຼ່ງນ້ຳກິນທີ່ຖືກປັບປຸງແລ້ວ (ສະອາດ ແລະ ປອດໄພ), 98% ຂອງຄົວເຮືອນທີ່ໄດ້ນຳໃຊ້ສິ່ງອຳນວຍຄວາມສະດວກດ້ານສຸຂະພິບານທີ່ໄດ້ຖືກປັບປຸງແລ້ວ, ປັດຈຸບັນໄດ້ປະກາດແຂວງຢຸດຕິການຖ່າຍຊະຊາຍ ສຳເລັດ, ກຸ່ມກິດຈະກຳການປ້ອງກັນ ແລະ ຄວບຄຸມພະຍາດ, ໃຫ້ຢາຂ້າແມ່ທ້ອງເດັກນ້ອຍ ເຮັດໃຫ້ເດັກນ້ອຍລຸ່ມ 5 ປີ ທີ່ເປັນພະຍາດຖອກທ້ອງໄດ້ຮັບການປິ່ນປົວຢູ່ສະຖານທີ່ບໍລິການສຸຂະພາບຂອງແຂວງ, 20.9% ຂອງເດັກນ້ອຍອາຍຸລຸ່ມ 2 ປີ ໄດ້ຮັບວັກຊິນກັນພະຍາດ 57.2% ຂອງເດັກອາຍຸ 12-59 ເດືອນ ໄດ້ຮັບຢາຂ້າແມ່ທ້ອງ. ສຳລັບກຸ່ມກິດຈະກຳສົ່ງເສີມການຜະລິດພືດຜັກ, ໝາກໄມ້ທີ່ມີຄຸນຄ່າທາງດ້ານໂພຊະນາການທີ່ຫຼາກຫຼາຍ ຕິດພັນກັບກະສິກຳສະອາດ ເພື່ອບໍລິໂພກ ແລະ ບັນດາກຸ່ມກິດຈະກຳອື່ນໆ ກໍໄດ້ມີການເຄື່ອນໄຫວຕາມພາລະບົດບາດ ສ້າງຄວາມເຂັ້ມແຂງ ແລະ ມີຜົນສຳເລັດເປັນຢ່າງດີ.
ທ່ານ ນາງ ວິມມາລາ ດວງກັນຍາ ລາຍງານຕື່ມວ່າ: ໃນຕໍ່ໜ້ານີ້ ຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ຍັງໄດ້ວາງແຜນການທີ່ເປັນບູລິມະສິດໃນປີ 2026 ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານ ໂດຍມີແຜນຈະຈັດອົບຮົມ ກ່ຽວກັບວຽກງານໂພຊະນາການໃຫ້ບັນດາຄະນະກຳມະການໂພຊະນາການ, ຈັດຕັ້ງເຜີຍແຜ່ໂຄສະນາ ແລະ ເຝົ້າລະວັງທາງດ້ານໂພຊະນາການເປັນປະຈຳ, ລົງຕິດຕາມຊຸກຍູ້ວຽກງານໂພຊະນາການຢູ່ຂັ້ນເມືອງ, ຂັ້ນບ້ານໃຫ້ທົ່ວເຖິງ, ຈັດຕັ້ງສະເຫຼີມສະຫຼອງອາທິດສາກົນໃນການໃນການຈັດຕັ້ງລ້ຽງລູກດ້ວຍນ້ຳນົມແມ່ ແລະວັນໂພຊະນາການແຫ່ງຊາດ ແລະສືບຕໍ່ຈັດຕັ້ງປະຕິບັດບັນດາກຸ່ມກິດຈະກຳຕ່າງໆໃຫ້ສຳເລັດ ໂດຍໃຫ້ໄດ້ທັງປະສິດທິພາບ ແລະ ປະສິດທິຜົນ.
(ຂ່າວ: ອັດສະວິນ)

ຄໍາເຫັນ