ພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ແລະ ອົງການມະນຸດສາດເພື່ອຄົນສູ່ຄົນ (HPP) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ໂດຍຊຸມຊົນເປັນເຈົ້າການ ໄດ້ຈັດຂຶ້ນເມື່ອວັນທີ 11 ມິຖຸນາ ຜ່ານມາ ທີ່ ແຂວງຄຳມ່ວນ ໂດຍການເປັນປະທານ ຂອ

ສະຫຼຸບໂຄງການຫຼຸດຜ່ອນຜົນກະທົບຈາກໂຄວິດ-19 ຊຸມຊົນເປັນເຈົ້າການ

ສະຫຼຸບໂຄງການຫຼຸດຜ່ອນຜົນກະທົບຈາກໂຄວິດ-19 ຊຸມຊົນເປັນເຈົ້າການ
ພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ແລະ ອົງການມະນຸດສາດເພື່ອຄົນສູ່ຄົນ (HPP) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ໂດຍຊຸມຊົນເປັນເຈົ້າການ ໄດ້ຈັດຂຶ້ນເມື່ອວັນທີ 11 ມິຖຸນາ ຜ່ານມາ ທີ່ ແຂວງຄຳມ່ວນ ໂດຍການເປັນປະທານ ຂອງ ກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ມີຈຸດປະສົງ ເພື່ອຫຼຸດຜ່ອນສິ່ງທ້າທາຍຕ່າງໆທີ່ຕິດພັນກັບການແຜ່ລະບາດພະຍາດໃນລະດັບຊຸມຊົນ ໂດຍເນັ້ນໃສ່ການປັບປຸງຊີວິດການເປັນຢູ່, ການຈ້າງງາ ແລະ ການເບິ່ງແຍງດູແລສຸຂະພາບຢູ່ແຂວງຄໍາມ່ວນ.

ທ່ານ ນາງ ກິດເຕ້ ເຮັກເຕີ້ ຫົວໜ້າຫ້ອງການອົງການ HPP ລາວ ໃຫ້ຮູ້ວ່າ: “ສະເພາະໂຄງການດັ່ງກ່າວ ແນໃສ່ແຮງງານລາວທີ່ໄປເຮັດວຽກຢູ່ໄທ ຫຼາຍແສນຄົນທີ່ກັບຄືນປະເທດ ຍ້ອນການແຜ່ລະບາດຂອງພະຍາດ ໂຄວິດ-19. ອົງການ HPP ລາວ ຮູ້ສຶກດີໃຈທີ່ພວກເຮົາສາມາດສະໜັບສະໜູນຜູ້ດ້ອຍໂອກາດຈຳນວນໜຶ່ງ ໃຫ້ກັບຄືນມາຢູ່ຊຸມຊົນຂອງພວກເຂົາເຈົ້າອີກ ໂດຍຜ່ານການສ້າງທຸລະກິດຂະໜາດນ້ອຍ ແລະ ສະຖານທີ່ເຮັດວຽກ, ພ້ອມດຽວກັນນັ້ນກໍຈັດຕັ້ງ ແລະ ລະດົມຊຸມຊົນ ເພື່ອຍົກສູງມາດຕະຖານເບິ່ງແຍງສຸຂະພາບ ແລະ ປ້ອງກັນວິກິດການ”.

ໂຄງການໄດ້ຮັບການຈັດຕັ້ງປະຕິບັດໃນເດືອນທັນວາ ປີ 2022 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຊ່ວຍເຫຼືອທາງດ້ານວິຊາການຂອງ ADB ດ້ວຍບ້ວງເງິນມູນຄ່າ 430.000 ໂດລາ ຈາກກອງທຶນຍີ່ປຸ່ນເພື່ອການຟຶ້ນຟູ ແລະ ຄວາມຈະເລີນຮຸ່ງເຮືອງໃນອາຊີ ແລະ ປາຊີຟິກ ແລະ ກອງທຶນສາທາລະນະລັດ ປະຊາຊົນຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ການຮ່ວມມືພາກພື້ນ. ໂຄງການດັ່ງກ່າວໄດ້ເປີດໂອກາດສະເພາະໃຫ້ ADB ໄດ້ຮ່ວມເຮັດວຽກໂດຍກົງກັບອົງການຈັດຕັ້ງສັງຄົມ (CSO) ໃນນັ້ນລວມທັງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ເພື່ອສະໜັບສະໜູນໜ້າວຽກເຊັ່ນ: ກິດຈະກໍາສະກັດກັ້ນ ແລະ ຕ້ານການລະບາດພະຍາດຂອງຊຸມຊົນ ແລະ ການສ້າງລາຍຮັບຂອງຄົວເຮືອນໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19.

ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ໂຄງການດັ່ງກ່າວບັນລຸໄດ້ໝາກຜົນອັນສຳຄັນໃນການປັບປຸງສຸຂະອະນາໄມ ແລະ ການເພີ່ມລາຍຮັບຂອງແມ່ຍິງ ແລະ ຜູ້ຊາຍໃນຊຸມຊົນ”, ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ໂຄງການໄດ້ສ້າງໂອກາດອັນດີໃນການພັດທະນາກົນໄກທາງດ້ານສະຖາບັນ ເພື່ອເຮັດວຽກຮ່ວມກັນທົ່ວທັງພາກລັດ, ອົງການຈັດຕັ້ງສັງຄົມ ລວມທັງອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ADB.”

ໂຄງການຊ່ວຍເຫຼືອທາງດ້ານວິຊາການນີ້ ໄດ້ຈັດຕັ້ງປະຕິບັດຢູ່ 5 ບ້ານໃນເມືອງຄູນຄຳ ແລະ ເມືອງທ່າແຂກ ຂອງ ແຂວງຄຳມ່ວນ ເພື່ອຈັດຝຶກອົບຮົມການຜະລິດກະສິກຳ ແລະ ລະດົມຊຸມຊົນໃຫ້ມີມາດຕະການປ້ອງກັນພະຍາດລະບາດ ແລະ ສ້າງຕັ້ງບ່ອນເຮັດວຽກທີ່ບໍ່ເປັນທາງການ ເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂດຍເນັ້ນໃສ່ແຮງງນຜູ້ທີ່ຍົກຍ້າຍຖິ່ນຖານກັບຄືນປະເທດ ແລະ ພ້ອມທັງ ຄອບຄົວຂອງພວກເຂົາເຈົ້າ ໃນການຮັບປະກັນວຽກເຮັດງານທໍາ ແລະ ສ້າງລາຍຮັບ. ໄດ້ມີການສະໜອງອຸປະກອນ ແລະ ວັດສະດຸໃຫ້ແກ່ບ້ານເປົ້າໜາຍຂອງໂຄງການເພື່ອຜະລິດສະບູ, ຕິດຕັ້ງບ່ອນລ້າງມື, ຜະລິດຜ້າອັດປາກ-ດັງ ພ້ອມທັງ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຂອງສອຍທີ່ເຮັດດ້ວຍແຜ່ນແພອື່ນໆ; ພ້ອມນັ້ນ ການສະໜອງພັນພືດ ແລະ ແນວພັນສັດ ກໍເປັນສ່ວນໜຶ່ງຂອງໂຄງການ.

ພາຍຫຼັງໂຄງການເຮັດສຳເລັດໃນເດືອນພະຈິກ 2023, ປະຊາຊົນຫຼາຍກວ່າ 1.265 ຄົນ, ໂດຍສະເພາະແຮງງານເຄື່ອນຍ້າຍໃນເມື່ອກ່ອນ, ສາມາດຜະລິດສະບູ, ຫຍິບຜ້າອັດປາກ ພ້ອມທັງເຄື່ອງນຸ່ງ ແລະ ເຄື່ອງໃຊ້ຂອງສອຍທີ່ເຮັດດ້ວຍແຜ່ນແພເພື່ອສ້າງລາຍຮັບ, ໃນຂະນະທີ່ການປັບປຸງການຜະລິດກະສິກຳ ແລະ ລ້ຽງສັດ ແລະ ການປະມົງ ຊ່ວຍຮັບປະກັນສະບຽງອາຫານ ແລະ ສ້າງລາຍໄດ້. ຄອບຄົວຊາວນາ ແລະ ແຮງງານເຄື່ອນຍ້າຍທີ່ໄດ້ຮັບການຝຶກອົບຮົມ ຍັງໄດ້ຂະຫຍາຍການຜະລິດຂອງພວກເຂົາເຈົ້າ ຊຶ່ງເຮັດໃຫ້ແຮງງງານເຄື່ອນຍ້າຍໃນເມື່ອກ່ອນມີລາຍຮັບທີ່ໝັ້ນຄົງ ຢູ່ບ້ານເກີດເມືອງນອນຂອງພວກເຂົາເຈົ້າ.

ຂ່າວ: ADB

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ