![]() |
ທ່ານ ພົນຈັດຕະວາ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໂຄງການ ສະບັບເລກທີ 3153/ປກສ, ລົງວັນທີ 4 ພະຈິກ 2025 ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການພັດທະນາລະບົບລົງທະບຽນພັກເຊົາຊົ່ວຄາວຂອງບຸກຄົນພາຍໃນ ແລະ ຕ່າງປະເທດຕາມສະຖານທີ່ພັກແຮມໃນທົ່ວປະເທດ ໃຫ້ມີຄວາມຮັບປະກັນທາງດ້ານວຽກງານວິຊາສະເພາະ, ມີຜົນສໍາເລັດຕາມແຜນການ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
![]() |
ຄະນະຮັບຜິດຊອບຊີ້ນໍາ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ໂດຍການຊີ້ນຳແຕ່ລະໜ່ວຍງານໃນການປະຕິບັດແຕ່ລະໜ້າວຽກ ພ້ອມທັງສະຫຼຸບຖອດຖອນບົດຮຽນດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງເພື່ອລາຍງານສະເໜີຂັ້ນເທິງປັບປຸງ, ແກ້ໄຂ ແລະ ມີທິດຊີ້ນຳໃນທາງຈັດຕັ້ງປະຕິ ບັດ. ນອກນັ້ນ, ຍັງໄດ້ສົມທົບກັບຄະນະຊີ້ນໍາລວມພາກສ່ວນທີ່ກ່ຽວຂ້ອງ ແລະ ສະຖານທີ່ພັກແຮມປະສານສົມທົບກັບພາກສ່ວນກ່ຽວຂ້ອງແຕ່ສູນກາງຮອດທ້ອງຖິ່ນ ເພື່ອຄົ້ນຄວ້າຂຶ້ນແຜນການໃນການຈັດຕັ້ງປະຕິບັດໂຄງການໃນຂອບເຂດທົ່ວປະເທດ; ເຂົ້າຮ່ວມຕິດຕາມການລົງເຮັດບົດບັນທຶກສັນຍາໃນການຕິດຕັ້ງລະບົບຢູ່ຕາມສະຖານທີ່ພັກແຮມ; ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສັງລວມຂໍ້ມູນສະຖິຕິແຂກເຂົ້າພັກເຊົາຢູ່ໃນລະບົບ ພ້ອມສະຫຼຸບລາຍງານໃຫ້ໜ່ວຍງານທີ່ກ່ຽວຂ້ອງໃນການຕິດຕາມການລົງທະບຽນຜູ້ພັກເຊົາຂອງສະຖານທີ່ພັກແຮມໃນແຕ່ລະວັນ.
![]() |
ຄຽງຄູ່ກັນນີ້, ຕ້ອງສະຫຼຸບລາຍງານ, ຖອດຖອນບົດຮຽນຜົນໄດ້ຮັບດ້ານດີຕັ້ງໜ້າ ແລະ ດ້ານອ່ອນຄົງຄ້າງ ພ້ອມທັງປຶກສາຫາລືທິດທາງແກ້ໄຂ ແລະ ລາຍງານຄະນະກອງເລຂາມີທິດຊີ້ນໍາໃນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະເພື່ອນໍາພາຈັດຕັ້ງວຽກງານຂອງໂຄງການໃຫ້ບັນລຸຕາມແຜນການ. ຂ່າວ: ບຸນພະຈັນ



ຄໍາເຫັນ