ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງ

ສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງ ແລະ ການປົກຄອງທົ່ວປະເທດ

ສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງ ແລະ ການປົກຄອງທົ່ວປະເທດ
ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານໂຮງຮຽນກາານເມືອງ ແລະ ການປົກຄອງ ບັນດາແຂວງ, ນະຄອນຫຼວງວຽງຈັນ ປະຈຳປີ 2023 - 2024

ແລະ ທິດທາງແຜນການ 2024 – 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-19 ພະຈິກ ທີ່ສະໂມສອນເມືອງບຸນເໜືອ ແຂວງຜົ້ງສາລີ ພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຜົ້ງສາລີ, ມີບັນດາສະຫາຍ ຄະນະພັກ, ຄະນະນໍາ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຄຳຜອຍ ວັນນະສານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ໂດຍສັງເຂບ ຊຶ່ງໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ, ທ່າແຮງບົ່ມຊ້ອນຂອງແຂວງ ໃນການພັດທະນາເສດຖະກິດສັງຄົມ. ຈາກນັ້ນ ທ່ານ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຜ່ານຮ່າງບົດສະຫຼູບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2023-2024 ແລະ ທິດທາງແຜນການ 2024–2025 ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ, ດ້ານດີຜົນສໍາເລັດ, ດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ. ໃນໄລຍະສົກຮຽນທີ່ຜ່ານມາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ລະບົບທິດສະດີການເມືອງລະບົບ 45 ວັນ, ລະບົບ 10 ວັນໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານ, ລະບົບຂັ້ນຕົ້ນ ແລະ ລະບົບຂັ້ນກາງ, ມີທັງໝົດ 162 ຊຸດຮຽນ, ມີຜູ້ເຂົ້າຮຽນທັງໝົດ 8,381 ຄົນ ຍິງ 2,101 ຄົນ.

ວຽກງານຄົ້ນຄວ້າວິທະຍາສາດໄດ້ສໍາເລັດການແນະນໍາວິທີວິທະຍາໃນການຂຽນບົດວິທະຍາສາດ, ການຄົ້ນຄວ້າ ແລະ ຈັດກອງປະຊຸມ ສໍາມະນາວິທະຍາສາດ ຢູ່ 3 ພາກໃນທົ່ວປະເທດ ມີຫົວຂໍ້ລວມ ທັງໝົດຈໍານວນ 4 ຫົວຂໍ້ຄື: ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດ, ສ້າງຄວາມເຂັ້ມແຂງທາງດ້ານການເງິນ ຢູ່ປະເທດເຮົາ, ຄຸ້ມຄອງຊັບພະຍາກອນທຳມະຊາດຕາມທິດສີຂຽວ, ຍືນຍົງ ແລະ ສ້າງຖານລາຍຮັບດ້ວຍການຜະລິດກະສິກຳ. ຫົວຂໍ້ຍ່ອຍ ມີທັງໝົດຈໍານວນ 66 ຫົວຂໍ້ ແລະ ປ້ອງກັນໂຄງຮ່າງບົດວິທະຍາສາດ ຫົວຂໍ້: ສ້າງຄວາມເຂັ້ມແຂງທາງດ້ານການເງິນ ຢູ່ປະເທດເຮົາ (ມີ 6 ຫົວຂໍ້ຍ່ອຍ) ຊຶ່ງປະກອບມີ 6 ແຂວງເຂົ້າຮ່ວມຄື: ແຂວງສາລະວັນ (ເຈົ້າພາບ), ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ຈຳປາສັກ ແລະ ແຂວງເຊກອງ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມຈາກສະຖາບັນການເມືອງ ແລະ ການປົກຄອງແຂວງ, ແຫ່ງຊາດ, ນະຄອນຫຼວງ ແລະ ບັນດາແຂວງ ທົ່ວປະເທດ ໄດ້ພ້ອມກັນຄົ້ນຄ້ວາປະກອບຄຳຄິດຄຳເຫັນ ໃສ່ບົດສະຫຼູບ ແລະ ບັນດາຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ທີ່ແຕ່ລະແຂວງພົບບັນຫາໃນໄລຍະທີ່ຜ່ານມາ ເພື່ອພ້ອມກັນຊອກຫາທິດທາງເພື່ອແກ້ໄຂວຽກງານການຮຽນ, ການສອນຂອງສະຖາບັນ, ໂຮງຮຽນ ໃນທົ່ວປະເທດໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດຕິພາບ ແລະ ປະສິດຜົນຫຼາຍຂຶ້ນກ່ວາເກົ່າ.

ໃນໂອກາດກ່າວປິດ ກອງປະຊຸມ ທ່ານ ພູວົງ ອຸ່ນຄຳແສນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານ, ຄູ-ອາຈານ ຢ່າງເປັນປົກກະຕິ, ຖືເອົາການຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ແລະ ກົດໝາຍຂອງລັດ ເພື່ອຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ, ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະນໍາໂຮງຮຽນທຸກຂັ້ນ ຢ່າງໃກ້ຊິດຕິດແທດ ໃນການຈັດຕັ້ງຄຸ້ມຄອງ-ບໍລິຫານການຮຽນ-ການສອນ, ປະຕິບັດຕາມຫຼັກສູດຢ່າງເຄັ່ງຄັດ, ຖືກຕ້ອງຕາມລະບຽບຫຼັກການ, ມີການນໍາພາ-ຊີ້ນໍາຢ່າງເປັນລະບົບ, ສ້າງແຜນການເຄື່ອນໄຫວໃນແຕ່ລະໄລຍະ, ຕິດຕາມກວດກາ ແລະ ປັບປຸງແຜນການເຄື່ອນໄຫວແຕ່ລະໄລຍະໃຫ້ສອດຄ່ອງ-ທັນກັບສະພາບ, ຖືສໍາຄັນການຍົກລະດັບການນໍາພາ, ສ້າງການຫັນປ່ຽນໃໝ່ທາງດ້ານທິດສະດີ ແລະ ພຶດຕິ ກຳໃຫ້ທັນກັບໂລກ, ເອົາໃຈໃສ່ຍົກລະດັບຄະນະນໍາ ແລະ ຖັນແຖວຄູ-ອາຈານ ຂອງສະຖາບັນໃຫ້ສູງ ຂຶ້ນກວ່າເກົ່າ, ສ້າງຖັນແຖວຄູ-ອາຈານ ໃຫ້ມີລະດັບວິຊາການທີ່ສູງ ແລະ ຫຼາຍກວ່າເກົ່າ, ມີຄຸນວຸດທິເພີ່ມຂຶ້ນ ຕາມມາດຕະຖານຂອງລະບົບການສຶກສາ ໃຫ້ໄດ້ 3 ລັກສະນະ 5 ຫຼັກມູນການສຶກສາ, ຮັບປະກັນທາງດ້ານຄວາມຮູ້, ດ້ານທັກສະ, ດ້ານການນໍາໃຊ້, ດ້ານທັກສະທາງສັງຄົມ ແລະ ອື່ນໆ. ກອງປະຊຸມຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ກັບໂຮງຮຽນການເມືອງ-ການປົກຄອງ ທີ່ມີຜົນງານໃນການສອນດີ, ສອນເກັ່ງ ໃນໄລຍະທີ່ຜ່ານມາ ປະຈຳປີ 2024 ເຊິ່ງລວມມີ ປະເພດ 1 ມີ 4 ແຂວງ, ປະເພດ 2 ມີ 10 ແຂວງ ແລະ ປະເພດທີ່ 3 ມີ 3 ແຂວງ.

( ພາບ-ຂ່າວ: ແສງຄຳ ສາລີວັນ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ