ສະຫຼຸບວຽກງານ ວທ ທົ່ວປະເທດ ປະຈຳປີ 2025

ສະຫຼຸບວຽກງານ ວທ ທົ່ວປະເທດ ປະຈຳປີ 2025

ສະຫຼຸບວຽກງານ ວທ ທົ່ວປະເທດ ປະຈຳປີ 2025
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງປີ 2026 ຂຶ້ນໃນລະຫວ່າງວັນທີ 6-7 ເມສານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ມີຮອງລັດຖະມົນຕີ, ຮອງປະທານຄະນະກຳມະການປົກຄອງ ນວ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ, ມີອະດີດການນໍາກະຊວງ ວທ, ບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ ວທ ນວ, ມີບັນດາຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານ ວທ, ບັນດາທ່ານຫົວໜ້າພະແນກ ວທ ແຂວງກ່ຽວຂ້ອງເຂົ້າຮ່ວມແບບປົກກະຕິ ແລະ ອອນລາຍ.
ສະຫບວຽກງານ ວທ ທວປະເທດ ປະຈຳປ 2025 - image 1
 

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວເປີດກອງປະຊຸມວ່າ: ວຽກງານ ວທ ໄດ້ມີບົດບາດທີ່ສໍາຄັນໃນການປະກອບສ່ວນເຂົ້າໃນຂະບວນການ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນມາຮອດຍຸກສ້າງສາ ແລະ ພັດທະນາປະເທດຊາດ ດ້ວຍການເສີມຂະຫຍາຍຄຸນຄ່າວັດທະນະທຳອັນດີງາມ ທີ່ມີເອກະລັກຂອງຊາດ ກໍຄືການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວໃຫ້ມີຄວາມຍືນຍົງ, ຊຸກຍູ້ການຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນແຕ່ລະໄລຍະຢ່າງແຂງແຮງ. ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານ ວທ ດ້ວຍຄວາມຮັບຜິດຊອບສູງ ຊຶ່ງສະແດງອອກໃຫ້ເຫັນຫຼາຍຜົນງານ. ບົນພື້ນຖານຜົນສໍາເລັດດັ່ງກ່າວນັ້ນເຫັນວ່າ, ພະນັກງານ-ລັດຖະກອນທົ່ວຂະແໜງການ ວທ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ວທ ແຂວງ ແລະ ນວ ໄດ້ເປັນເຈົ້າການ ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນເສນາທິການໃຫ້ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ເປັນຢ່າງດີ ເຮັດໃຫ້ວຽກງານ ວທ ໄດ້ຮັບຜົນສໍາເລັດທັງດ້ານປະລິມານ ແລະ ຄຸນນະພາບຢ່າງຕໍ່ເນື່ອງເປັນກ້າວໆມາ ປະກອບສ່ວນເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄືຈິດໃຈນັບມື້ນັບດີຂຶ້ນໄປເລື້ອຍໆ. ສະນັ້ນ, ຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າລົົງເລິກ ຕີລາຄາຕໍ່ຮ່າງບົດສະຫຼຸບວຽກງານ ວທ ດັ່ງກ່າວດ້ວຍການຊ່ວຍປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງພາວະວິໄສ, ກົງໄປກົງມາ ເພື່ອໃຫ້ສາມາດຮູ້ໄດ້ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລ້ວຊອກຫາວິທີການແກ້ໄຂໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ. ຈາກນັ້ນ, ກໍພ້ອມກັນຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ເພື່ອຄວາມເປັນເອກະພາບກັນ ໃນການກໍານົດໄດ້ທິດທາງແຜນການປະຈໍາປີ 2026 ຢ່າງມີຈຸດສຸມ, ພາວະວິໄສ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ ຕາມທິດຫັນເປັນ ສອຈ ຢ່າງແທ້ຈິງ ແນໃສ່ຍົກສູງບົດບາດວຽກງານ ວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ພົ້ນເດັ່ນຍິ່ງຂຶ້ນ ໃຫ້ສົມກັບຄໍາຂວັນທີ່ວ່າ: “ການນໍາພາເຂັ້ມແຂງ, ບຸກຄະລາກອນມີຄຸນນະພາບ, ວັດທະນະທຳສີວິໄລ, ທ່ອງທ່ຽວຍືນຍົງ ຫັນເປັນອຸດສາຫະກໍາທັນສະໄໝ ແລະ ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ”.

ສະຫບວຽກງານ ວທ ທວປະເທດ ປະຈຳປ 2025 - image 2
 

ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ວທ ທົ່ວປະເທດປະຈໍາປີ 2025 ແລະ ທິດທາງປີ 2026 ວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະນໍາກະຊວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ, ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຕໍ່ແນວທາງ-ນະໂຍບາຍຂອງພັກ, ຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາກົດ ໝາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງລັດ ໃນແຕ່ລະໄລຍະດ້ວຍຫຼາຍຮູບການ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ວຽກງານ ວທ: ໄດ້ຊຸກຍູ້ທ້ອງຖິ່ນສ້າງຄອບຄົວວັດທະນະທຳໄດ້ 20,861 ຄອບຄົວເທົ່າກັບ 80.23% ຂອງແຜນການປີ (ມະຕິສະພາ 26,000 ຄອບຄົວ); ສ້າງບ້ານວັດທະນະທໍາ 134 ບ້ານເທົ່າກັບ 89.33% ຂອງແຜນປີ (ມະຕິສະພາແຫ່ງຊາດ 150 ບ້ານ); ສ້າງບ້ານວັດທະນະທໍາຕົວແບບໄດ້ 1 ບ້ານໃນທົ່ວປະເທດ (ມະຕິສະພາ 2 ບ້ານ) ສາມາດປະຕິບັດໄດ້ 50%; ວຽກງານທ່ອງທ່ຽວ: ໃນປີ 2025 ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເຖິງ 4,580,709 ເທື່ອຄົນ ຫຼື ລື່ນຄາດໝາຍ 5% (ຄາດໝາຍ: 4,36 ລ້ານເທື່ອຄົນ) ແລະ ນັກທ່ອງທ່ຽວພາຍໃນໄດ້ 4,617,987 ເທື່ອຄົນ ຫຼື ລື່ນຄາດໝາຍ 87% (ຄາດໝາຍ 2,46 ລ້ານເທື່ອຄົນ), ໄດ້ສໍາເລັດການສໍາຫຼວດ-ກໍານົດຂອບເຂດດິນແຫຼ່ງທ່ອງທ່ຽວຈໍານວນ 8 ແຫ່ງ ເທົ່າກັບ 266% ຂອງແຜນ ການ (ຄາດໝາຍ: 3 ແຫ່ງ) ຄື: ແຂວງບໍລິຄຳໄຊ 2 ແຫ່ງ, ຄຳມ່ວນ 1 ແຫ່ງ, ອັດຕະປື 1 ແຫ່ງ, ວຽງຈັນ 1 ແຫ່ງ ແລະ ແຂວງຊຽງຂວາງ 3 ແຫ່ງ.

ຂ່າວ: ວັນເພັງ; ພາບ: ອົ້ນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ