ສະຫຼຸບວຽກງານກວດກາ ປະຈຳປີ 2023 

ສະຫຼຸບວຽກງານກວດກາ ປະຈຳປີ 2023 
ໃນວັນທີ 26 ເມສາ ນີ້ ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງກະຊວງການຕ່າງປະເທດ ພ້ອມທັງເຜີຍແຜ່ເອກະສານທີ່ກ່ຽວ ຂ້ອງຈຳນວນໜຶ່ງ, ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ ຄະນະປະຈໍາພັກ ປະທານຄະນະກວດກາພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາໜ່ວຍພັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2023 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງກະຊວງການຕ່າງປະເທດ, ສະເໜີໂດຍ ທ່ານ ນາງ ວິລິບ ບົວສີສະຫວັດ ຮອງຫົວໜ້າກົມກວດກາ ຊຶ່ງເນື້ອໃນໂດຍລວມ ຍົກໃຫ້ເຫັນເຖິງການເຄື່ອນໄຫວວຽກງານກວດກາໃນໄລຍະ 01 ປີ ຜ່ານມາ ທັງດ້ານດີ, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ນອກນັ້ນ, ຍັງສະເໜີແຜນວຽກງານຈຸດສຸມແຕ່ລະດ້ານສຳລັບ ປີີ 2024 ແລະ ບັນດາມາດຕະການໃນການຈັດຕັ້ງປະຕິບັດ ຊຶ່ງຜ່ານການເຄື່ອນໄຫວວຽກງານຕິດຕາມ, ກວດກາ ໃນໄລຍະ 1 ປີ ຜ່ານມາ ເຫັນວ່າ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ; ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ພ້ອມທັງໄດ້ຮັບການຮ່ວມມືເປັນຢ່າງດີຈາກບັນດາເປົ້າໝາຍຖືກກວດກາ ແລະ ພາກສ່ວນກ່ຽວຂ້ອງ ຊຶ່ງສາມາດຕີລາຄາໄດ້ວ່າ ສະພາບການພາຍໃນກະຊວງການຕ່າງປະເທດມີຄວາມສະຫງົບ, ການປະຕິບັດວຽກງານມີຄວາມໂປ່ງໃສ ແລະ ມີຄວາມສາມັກຄີເອກະພາບໃນການເຄື່ອນໄຫວວຽກງານຢ່າງຮອບດ້ານ, ສາມາດສະກັດກັ້ນປະກົດການຫຍໍ້ທໍ້ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ.      
ພ້ອມກັນນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນ 3 ເອກະສານສໍາຄັນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023 ຄື: 1. ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; 2. ຄຳແນະນຳຂອງຄະນະກວດກາສູນກາງພັກ, ສະບັບເລກທີ 379/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; 3. ຄຳແນະນຳຂອງອົງການກວດກາແຫ່ງລັດ, ສະບັບເລກທີ 331/ອກຫລ, ລົງວັນທີ 3 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ), ເຊິ່ງເຜີຍແຜ່ໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ. 
ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ເນັ້ນໜັກບາງດ້ານທີ່ຕ້ອງເອົາໃຈໃສ່ຄື: 1). ຄະນະກວດກາພັກກະຊວງ ແລະ ບັນດາຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນຂອງກະຊວງການຕ່າງປະເທດ ຕ້ອງໄດ້ຄົ້ນຄວ້າ ແລະ ກໍາແໜ້ນບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ລວມທັງບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ. 2). ຫັນວຽກງານກວດກາໃຫ້ໄປຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ທິດຊີ້ນຳຂອງຂັ້ນເທິງເທື່ອລະກ້າວ; 3). ຕ້ອງໄດ້ສືບຕໍ່ຖືເອົາວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງເປັນວຽກງານໜຶ່ງທີ່ສຳຄັນ ແລະ ຍົກລະດັບວຽກງານດັ່ງກ່າວຂຶ້ນເທື່ອລະຂັ້ນ; 4). ເພີ່ມທະວີການແກ້ໄຂຜົນການກວດກາໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງຂຶ້ນກວ່າເກົ່າ ແລະ 5). ຖືເອົາວຽກງານກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສຳຄັນຂອງພັກທີ່ຂາດບໍ່ໄດ້ ທັງເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ-ຄະນະນໍາ ພ້ອມທັງຄົ້ນຄວ້າປັບປຸງກົນໄກການຕິດຕາມ-ກວດກາ ໃຫ້ຄົບຖ້ວນ, ມີຄວາມເຂົ້າໃຈເລິກເຊິ່ງຕໍ່ຄວາມສຳຄັນຂອງວຽກງານຕິດຕາມ-ກວດກາ.
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ