ສະມາຄົມໂຮງແຮມ ແລະ ຮ້ານອາຫານບັນດາສະມາຊິກອາຊຽນແລກປ່ຽນບົດຮຽນຮ່ວມກັນ

ສະມາຄົມໂຮງແຮມ ແລະ ຮ້ານອາຫານບັນດາສະມາຊິກອາຊຽນແລກປ່ຽນບົດຮຽນຮ່ວມກັນ
ສະມາຄົມໂຮງແຮມ ແລະ ຮ້ານອາຫານບັນດາສະມາຊິກອາຊຽນ 10 ປະເທດແລກປ່ຽນບົດຮຽນຮ່ວມກັນໂດຍສະເພາະກ່ຽວກັບການບໍລິການຕ່າງໆ ໃນໂອກາດມາຮ່ວມກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງໃນວັນທີ 23 ມັງກອນ ນີ້ ທີ່ໂຮງແຮມແລກມາກ ແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນ.
ທ່ານ ນາງ ສົມສະນຸກ ໄຊຊະນະວົງເພັດຄະນະບໍລິຫານງານທີ່ປຶກສາດ້ານເສດຖະກິດຊາວໜຸ່ມລາວ ທັງເປັນຮອງປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ຕິດພັນກັບວຽກໂຮງແຮມ, ຮ້ານອາຫານ ແລະ ການບໍລິການຕ່າງໆທັງເປັນເວທີສໍາຄັນທີ່ຈະເຮັດໃຫ້ບັນດາປະເທດອາຊຽນມີໂອກາດໄດ້ໂຄສະນາ ແລະ ນຳສະເໜີແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຕ່ລະປະເທດຂອງຕົນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນບໍ່ວ່າຈະເປັນທາງດ້ານບັນຫາຄວາມຫຍຸ້ງຍາກ, ຈຸດດີ ແລະ ຈຸດອ່ອນ ແລະ ອື່ນໆ. ສຳລັບສະມາຄົມໂຮງແຮມ ແລະ ຮ້ານອາຫານ ລາວໄດ້ສະເໜີຕໍ່ສະມາຄົມບັນດາສະມາຊິກອາຊຽນຄື: ການທ່ອງທ່ຽວລາວ 2024 ໂດຍສະເພາະໄດ້ໂຄສະນາປະເທດລາວເຮົາມີວັດທະນະທຳທີ່ສວຍງາມ ແລະ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີຄວາມເປັນເອກະລັກສະເພາະເປັນຕົ້ນມີອາຫານ, ມີວັດທະນະທຳ, ການນຸ່ງຖືຜ້າໄໝລາວຂອງແມ່ຍິງລາວທີ່ສວຍງາມ. ພ້ອມນັ້ນ, ການຂຶ້ນເໜືອລົງໃຕ້ກໍມີວັດທະນະທຳ, ມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຫຼາຍແຫ່ງສວຍງາມທີ່ແຕກຕ່າງກັນໄປ. ໃນນີ້, ທາງສະມາຄົມຍັງໄດ້ແລກປ່ຽນບົດຮຽນເພື່ອແກ້ໄຂດ້ານອ່ອນ, ຂໍ້ຫຍຸ້ງຍາກໃນການຕ້ອນຮັບແຂກເນື່ອງຈາກພະນັກງານ, ແຮງງານໃຫ້ບໍລິການຍັງບໍ່ພຽງພໍຕອບສະໜອງການຕ້ອນຮັບນັກທ່ອງທ່ຽວບໍ່ວ່າສະມາຄົມໂຮງແຮມ ແລະ ຮ້ານອາຫານຂອງລາວເຮົາກໍຄືຢູ່ປະເທດອື່ນໆປິ່ນອ້ອມປະເທດອາຊຽນກໍມີຄວາມຫຍຸ້ງຍາກເຊັ່ນດຽວກັນ. ສະນັ້ນ, ເຮັດແນວໃດຈະພັດທະນາເລື່ອງການທ່ອງທ່ຽວໃຫ້ກາຍເປັນຍຸດທະສາດຂອງແຕ່ລະປະເທດແຕ່ນີ້ຮອດປີ 2025. 
ທ່ານນາງ ສົມສະນຸກ ໄຊຊະນະວົງເພັດຍັງໃຫ້ຮູ້ອີກວ່າ: ສຳລັບບັນດາຜູ້ປະກອບການດ້ານຮ້ານອາຫານ ແລະໂຮງແຮມ10 ປະເທດອາຊຽນ ແມ່ນມີຄວາມສົນໃຈຫຼາຍຕໍ່ສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ແລະ ສະຖານທີທ່ອງທ່ຽວທີ່ເປັນມໍລະດົກໂລກເຊັ່ນ:ແຂວງຫຼວງພະບາງ,ຜາສາດຫີນວັດພູຈໍາປາສັກ, ທົ່ງໄຫຫີນ ແລະ ສະຖານທີ່ທ່ອງທ່ຽວທາງປະຫວັດສາດ,ວັດທະນະທໍາແລະ ທໍາມະຊາດອື່ນໆ.ເມື່ອໄດ້ໄປສຳຜັດແລ້ວເຂົາເຈົ້າເຊື່ອແນ່ວ່າກັບປະເທດໄປຈະເປັນສິ່ງທີ່ໜ້າຈົດຈຳອັນດີງາມ, ບອກເລົ່າຕໍ່ໆກັນໄປ ແລະ ຢາກກັບມາຢ້ຽມຢາມທ່ອງທ່ຽວ ສປປ ລາວ.
(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 4 ວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ເພື່ອເພີ່ມພູນຄູນສ້າງຄວາມຮັບຮູ້, ເຊື່ອມຊຶມອຸດົມການປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອຄວາມຮັກຊາດ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວແຂວງ, ເນັ້ນໃສ່ການສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນເງື່ອນໄຂໃໝ່.
ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ບໍລິສັດ ຫັດຖະກໍາແພງໄໝ ຮ່ວມກັບ ຮ້ານຄໍາພູວົງ ໄດ້ຖະແຫຼງຂ່າວ ໃນວັນທີ 14 ສິງຫາ ຜ່ານມານີ້ ທີ່ສູນວາງ ສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ), ໃຫ້ກຽດຮ່ວມເປັນປະທານງານຖະແຫຼງຂ່າວເປີດ"ງານຄຸນຄ່າພູມປັນ ຍາລາວ" ຄັ້ງທີ່ 1 ຂອງ ທ່ານ ນາງ ອຸສາວະດີ ໄຊສະສິດ ອຳນວຍການຫັດຖະກຳແພງໄໝ. ທ່ານນາງ ວຽງສະຫວັນ ພະມີສິດ ຜູ້ບໍລິຫານຮ້ານຄໍາພູວົງ, ມິບັນດາທ່ານຄະນະປະທານ, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຂ່າວ, ການນຳໃຊ້ AI ເຂົ້າໃນການຂຽນຂ່າວ, ການສ້າງເຟສບຸກຂ່າວ ແລະ ເຕັກນິກການຈັດລາຍການວິທະຍຸ-ໂທລະໂຄ່ງ ໃນ​ວັນ​ທີ 17 ສິງ​ຫາ​ນີ້ ທີ່​ເມືອງ​ບົວ​ລະ​ພາ ໂດຍມີ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ໄລວັນ ດວງສະຫວັນ ຮອງເລຂາພັກເມືອງບົວລະພາ, ຫົວໜ້າຄະນະຈັດຕັ້ງເມືອງບົວລະພາ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາສຳມະນາກອນ ຈາກຂະແໜງການອ້ອມຂ້າງເມືອງ, ຕາແສງ ແລະ ຮາກຖານບ້ານ ເຂົ້າຮ່ວມ.
ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມແຮງຮ່ວມໃຈກັນ ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ ຢູ່ທີ່ບ້ານນໍ້າດີ ແລະ ບ້ານປ່າປົວະ ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາ.
ເພີ່ມເຕີມ