ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025

ສຳເລັດການຄັດເລືອກ ນັກອອກແບບໜຸ່ມນ້ອຍ ປະຈໍາປີ 2025
ເມື່ອຕົ້ນເດືອນມິຖຸນານີ້, ສະມາຄົມຫັດຖະກໍາລາວ, ລາວແຟຊັ້ນວີກ, ໂຮງແຮມສຸພັດຕາ ໄດ້ສຳເລັດການຈັດງານ ລາວແຟຊັ້ນວີກ 2025 ພາຍໃຕ້ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວເພື່ອສົ່ງເສີມຜ້າລາວໃຫ້ເຂົ້າສູ່ຕະຫຼາດແຟຊັ້ນສາກົນ ແລະ ສຳເລັດການຄັດເລືອກເອົາ 5 ນັກອອກແບບໜຸ່ມນ້ອຍລາວ ຊຶ່ງຈະໄດ້ມີໂອກາດໄປສຶກສາ ແລະ ຝຶກອົບຮົມ ໃນບັນດາສະຖາບັນແຟຊັ້ນທີ່ມີຊື່ສຽງຂອງໂລກ.

 

ສຳເລດການຄດເລອກ ນກອອກແບບໜມນອຍ ປະຈາປ 2025 - image 1
 

ການຄັດເລືອກໄດ້ມີ ຄະນະກຳມະການຫຼາຍທ່ານ ເປັນຕົ້ນຄື: ທ່ານ ນາງ ປານີ ໄຊຍະວົງ ຜູ້ອໍານວຍການແຟຊັ້ນວີກ; ພ້ອມນີ້, ກໍມີບັນດາທ່ານທູຕານຸທູດ ແລະ ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ຄະນະກຳມະການໄດ້ໃຫ້ນັກອອກແບບໜຸ່ມນ້ອຍລາວ ຈາກ 13 ຫ້ອງເສື້ອ ແລະ ນັກອອກແບບທີ່ຍັງເປັນນັກສຶກສາ ທີ່ຜ່ານການຄັດເລືອກມາຂຶ້ນລາຍງານກ່ຽວກັບການອອກແບບຂອງຕົນ ແລະ ເລືອກເອົາ 5 ນັກອອກແບບທີ່ດີເດັ່ນທີ່ສຸດ ຊຶ່ງຕ້ອງແມ່ນການອອກແບບທີ່ນຳໃຊ້ແຜ່ນແພລາວ ຈາກຜູ້ຜະລິດແຜ່ນແພທ້ອງຖິ່ນ ແລະ ສະມາຊິກຂອງສະມາຄົມຫັດຖະກຳລາວເພື່ອເພີ່ມຄຸນຄ່າໃຫ້ແກ່ແຜ່ນແພລາວ, ສົ່ງເສີມວັດທະນະທຳ ການຕ່ຳແຜ່ນ ແລະ ຜະລິດແຜ່ນແພທ້ອງຖິ່ນ, ເສີມສ້າງເຄືອຂ່າຍທຸລະກິດ ແລະ ສ້າງລາຍຮັບໃຫ້ຊຸມຊົນ, ນໍາເອົາແຜ່ນແພລາວ ກ້າວສູ່ຕະຫຼາດແຟຊັ້ນຂອງໂລກ.

ຜ່ານການຄັດເລືອກ, ເລືອກໄດ້ 5 ນັກອອກແບບໜຸ້ມນ້ອຍຄື: ນາງ ລໍາໄພ ພົມສຸວັນ, ທ້າວ ຂັນໄຊ ເທມພູຄໍາ, ທ້າວ ອານຸສັກ ໄຊຍະສອນ, ທ້າວ ສຸກນິລັນ ສິງຫາລາດ ແລະ ທ້າມ ສິລິໄຊ ສຸກຫາຜົນ ຊຶ່ງ 5 ນັກອອກແບບໜຸ່ມນ້ອຍນີ້ ຈະມີໂອກາດໄປສຶກສາ ແລະ ຝຶກອົບຮົມໃນບັນດາສະຖາບັນແຟຊັ້ນທີ່ມີຊື່ສຽງຂອງໂລກ ເຊັ່ນ: ເອັດໂມດ (ESMOD Paris) ທີ່ປະເທດຝຣັ່ງ, ນາຝາ (NAFA) ທີ່ສິງກະໂປ, ວິທະຍາໄລລອນດອນ ອອກແບບ ແລະ ແຟຊັ້ນ (London College of Designs & Fashion) ທີ່ຮ່າໂນຍ, ສະຖາບັນແຟຊັ້ນຂອງຟິລິປິນ (Fashion Institute of Philippines) ທີ່ມະນີລາ ແລະ ຫ້ອງເສື້ອຊັ້ນນຳ ທີ່ບາງກອກ ປະເທດໄທ.

ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ເປັນໂຄງການທີ່ບໍ່ມີຜົນກຳໄລ ຂອງລາວແຟຊັ້ນວີກ, ສ້າງຕັ້ງຂຶ້ນໄດ້ 12 ປີແລ້ວ ແລະ ໄດ້ສ້າງນັກອອກແບບຈໍານວນ 40 ກວ່າຄົນ ເພື່ອພັດທະນາ ຊັບພະຍາກອນບຸກຄົນ ທີ່ມີປະສິດທິພາບໃຫ້ແກ່ວົງການແຟຊັ້ນຂອງລາວ ໂດຍການໃຫ້ໂອກາດແກ່ໄວໜຸ່ມລາວທີ່ມີພອນສະຫວັນ ໄດ້ໄປຮ່ຳຮຽນ ແລະ ຝຶກອົບຮົມ ດ້ານແຟຊັ້ນ ໂດຍມີການຮ່ວມມືຢ່າງໃກ້ຊິດ ກັບບັນດາສະຖາບັນແຟຊັ້ນທີ່ມີຊື່ສຽງຕ່າງໆຂອງໂລກ ແລະ ອົງການຈັດຕັ້ງຂອງລັດຖະບານຂອງສາກົນ ເປັນຕົ້ນແມ່ນສະຖານທູດຝຣັ່ງປະຈຳລາວ, ສະຖາບັນ Campus France ປະຈຳລາວ ຊຶ່ງເປັນໜ່ວຍງານທີ່ຊ່ວຍເຫຼືອນັກສຶກສາ ໃນການວາງແຜນການສຶກສາຕໍ່ໃນປະເທດຝຣັ່ງ, ສະຖານທູດສິງກະໂປປະຈໍາລາວ, ສະຖານທູດຟິລິປີນປະຈໍາລາວ ແລະ ອີກຫຼາຍໆພາກສ່ວນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ