ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານກະຊວງ ຮສສ ໄດ້ລາຍງານຜົນການສຳເລັດຂອງງານດັ່ງກ່າວ ຊຶ່ງຖືເປັນບາດກ້າວໃໝ່ເປັນຈຸດເລີ່ມຕົ້ນທີ່ດີທັງເປັນການສົ່ງເສີມການພັດທະນາສີມືແຮງງານໃຫ້ກ້າວສູ່ມາດຕະຖານພາກພື້ນ, ກະຕຸ້ນການພັດທະນາທ່າແຮງຄວາມສາມາດຂອງແຮງງານນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດບົນເວທີພາກພື້ນ ແລະສາກົນລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບໄດ້ສະແດງຄວາມສາມາດດ້ານທັກສະສີມືແຮງງານໃນເວທີການແຂ່ງຂັນ.ນອກຈາກນັກຝຶກສີມືແຮງງານພາຍໃນສະຖານພັດທະນາສີມືແຮງງານແລ້ວ ຍັງໄດ້ມີນັກແຂ່ງຂັນຈາກສະຖານອາຊີວະສຶກສາທັງພາກລັດ ແລະ ເອກະຊົນພາຍໃນປະເທດເຂົ້າຮ່ວມແຂ່ງຂັນ ຊຶ່ງມີ 5 ສາຂາຊ່າງຄື: ສາຂາຊ່າງຕິດຕັ້ງໄຟຟ້າອາຄານ, ສາຂາຊ່າງເວັບເຕັກໂນໂລຊີ, ສາຂາຊ່າງກຣາບຟິກດີຊາຍ, ສາຂາຊ່າງໄມ້ ແລະ ສາຂາປຸງແຕ່ງອາຫານ ໂດຍມີນັກແຂ່ງຂັນເຂົ້າຮ່ວມທັງໝົດ 74 ທ່ານຍິງ 14 ທ່ານທີ່ມາຈາກສະຖານພັດທະນາສີມືແຮງງານ ສະຖານການສຶກສາທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ 24 ພາກສ່ວນ.
ການແຂ່ງຂັນທັງ 5 ສາຂາ, ທີ1 ໄດ້ຮັບຫຼຽນຄຳ ພ້ອມດ້ວຍເງິນສົດ 10 ລ້ານກີບ, ທີ 2 ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5 ລ້ານກີບ, ທີ 3 ໄດ້ຮັບຫຼຽນທອງ ພ້ອມດ້ວຍເງິນສົດ 3 ລ້ານກີບ.ຜົນການແຂ່ງຂັນຜູ້ທີ່ໄດ້ຮັບລາງວັນຊະນະເລີດໃນສາຂາເວັບເຕັກໂນໂລຊີແມ່ນທ້າວ ເກັງ ເຮີ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາ ກຣາບຟິກດີຊາຍແມ່ນທ້າວ ຕູເລົ່າ ຢົງນູ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາຕິດຕັ້ງໄຟຟ້າແມ່ນທ້າວ ບີ ແກ້ວມະນີ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາຊ່າງໄມ້ແມ່ນທ້າວ ຊາຍ ທິບພະວັນດີຈາກສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ແລະ ສາຂາປຸງແຕ່ງອາຫານແມ່ນນາງ ດອກແກ້ວ ໝື່ນວິເສດ ຈາກວິທະຍາໄລເຕັກນິກປາກປ່າສັກ.
ຂ່າວ-ພາບ: ກິດຕາ
ຄໍາເຫັນ