ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີIIIຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນ ສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະບໍລິຫານງານ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານແຫ່ງ ສປປລາວ (ທຫລ); ມີບັນດາຜູ້ຕາງໜ້າຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນແລະ3ອົງການຈັດຕັ້ງມະຫາຊົນທນບເຂົ້າຮ່ວມ.

ປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສໍາຫຼວດ ການນໍາພາລວມທີ່ສ່ອງແສງໃຫ້ເຫັນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ຂອງຄະນະພັກ-ຄະນະຜູ້ວ່າການ ທຫລ; ຄະນະພັກຮາກຖານທນບຍາມໃດກໍໄດ້ຖືເອົາການສຶກສາອົບ­ຮົມການເມືອງ, ນໍາພາແນວຄິດເປັນບັນຫາກົກ ແລະ ສອດຫ້ອຍເຂົ້າໃນທຸກວຽກງານດ້ວຍຫຼາຍຮູບການ ເຮັດໃຫ້ສະພາບແນວຄິດ ຂອງສະມາຊິກພັກ-ພະນັກງານມີຄວາມສະຫງົບ, ມີການຫັນປ່ຽນທີ່ດີຂຶ້ນ, ມີຄຸນທາດການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍສາມາດສະໜອງສິນເຊື່ອຊຸກຍູ້ການຜະລິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຂອບເຂດ ທົ່ວປະເທດ ໃນຕະຫຼອດໄລຍະ5ປີ (2020-2024) ຜ່ານມາໂດຍສະເພາະປະກອບສ່ວນເຂົ້າ ໃນການພັດ ທະນາ ແລະ ແກ້ໄຂຄວາມທຸກຍາກຢູ່ບັນດາເມືອງເປົ້າໝາຍທຸກຍາກ, ຈຸດສຸມພັດທະນາຂອງລັດຖະບານ-ຂອງທ້ອງຖິ່ນແລະບ້ານ 3 ສ້າງຢ່າງມີໝາກຜົນຕົວຈິງໃຫຍ່ຫຼວງໃນຫຼາຍດ້ານເຮັດໃຫ້ຊົນນະບົດ, ພູດອຍ, ເຂດທຸລະກັນດານ-ຫ່າງໄກສອກຫຼີກມີໂສມໜ້າໃໝ່ດີຂຶ້ນຢ່າງຈະແຈ້ງ.

ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 1
 

ຈາກນັ້ນ; ກອງປະຊຸມໄດ້ຜ່ານທິດທາງແຜນການ5ປີຕໍ່ໜ້າໂດຍຈະສືບຕໍ່ປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີປະສິດທິຜົນກວ່າເກົ່າ, ສູ້ຊົນຫັນປ່ຽນຈາກທະນາຄານສະເພາະກິດ (ທະນາຄານນະໂຍບາຍ) ໄປເປັນທະນາຄານທຸລະກິດສະເພາະ (ທະນາຄານພັດທະນາຊົນນະບົດຫຼືທພບ) ຕາມກົນໄກໄລ່ລຽງທຸລະກິດໃຫ້ມີປະສິດທິຜົນ ແລະ ປະສິດທິພາບ ພ້ອມກັນນັ້ນກໍ່ສືບຕໍ່ເຮັດໜ້າທີ່ຮັບໃຊ້ແນວທາງນະໂຍບາຍຂອງພັກແລະລັດຖະບານວາງອອກແຕ່ລະໄລຍະ.

ເພື່ອໃຫ້ການດໍາເນີນທຸລະກິດເປັນໄປຕາມແນວຄິດແຫ່ງຄວາມຍືນຍົງ,ທພບຈຶ່ງໄດ້ມີວິໃສທັດຮອດປີ2035ແລະຍຸດທະສາດຮອດປີ2030ຄືດັ່ງນີ້:ດ້ານວິໃສທັດຮອດປີ 2035 (10ປີ2026-2035): ສ້າງທພບ ເປັນທະນາຄານອັນດັບ1ທີ່ໃຫ້ການຊ່ວຍເຫຼືອທາງການເງິນແລະສະໜັບສະໜູນການພັດທະນາໃນຊົນນະບົດເຊິ່ງເປັນຮາກຖານໃນລະບົບເສດຖະກິດຂອງປະເທດໃຫ້ມີຄວາມຍືນຍົງ.

ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 2
 

ດ້ານຍຸດທະສາດຮອດປີ2030 (5ປີ2026-2030): ຮອດປີ2030ທພບຈະກາຍເປັນສູນກາງທາງ ການເງິນຄົບວົງຈອນແລະທັນສະໄໝແກ່ລູກຄ້າໃນຊົນນະບົດ; ສູ້ຊົນເຮັດໃຫ້ຕົວຊີ້ວັດປະສິດທິຜົນ ຫຼື ຜົນຕອບແທນດ້ານການລົງທຶນບັນລຸໄດ້ດັ່ງນີ້: 1. ຜົນຕອບແທນຕໍ່ທຶນ(ROE): ຕ້ອງບັນລຸຫຼາຍກວ່າ 10% ຂຶ້ນໄປ; 2. ຜົນຕອບແທນຕໍ່ຊັບສິນລວມ (ROA): ຕ້ອງບັນລຸ 1% ຂຶ້ນໄປ;

ດ້ານພາລະກິດ: 1. ພັດທະນາຜະລິດຕະພັນ ແລະ ການບໍລິການການເງິນຄົບວົງຈອນ ແລະ ທັນສະໄໝເພື່ອໃຫ້ສາມາດແຂ່ງຂັນ ແລະ ເຕີບໂຕຢ່າງຍືນຍົງ; 2. ພັດທະນາຄວາມສາມາດຂອງອົງກອນ ແລະ ບຸກຄະລາກອນໃຫ້ມີປະສິດທິພາບ, ການດໍາເນີນງານດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ; 3. ພັດທະນາໂຄງສ້າງພື້ນຖານລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (MIS), ຖານຂໍ້ມູນ (Data Base) ແລະ ນະວັດຕະກໍາຕ່າງໆ (Innovations) ເພື່ອພັດທະນາຜະລິດຕະພັນທາງການເງິນທາງເອເລັກໂຕຣນິກ ອອກສູ່ສັງຄົມ(Platforms); 4. ປັບປ່ຽນວັດທະນະທໍາຂອງທະນາຄານພັດທະນາຊົນນະບົດ, ສ້າງຮູບແບບ ການດໍາເນີນວຽກງານຢ່າງປະດິດສ້າງ, ມີໂຄງສ້າງເປົ້າໝາຍຕົວຊີ້ວັດຂອງອົງກອນ ແລະ ບຸກຄົນ (KPI); 5. ປັບປຸງ ແລະ ເພີ່ມຜົນຕອບແທນໃຫ້ແກ່ພະນັກງານໃນທົ່ວລະບົບເປັນແຕ່ລະປີ ໂດຍຖືເອົາຜົນຂອງການດໍາ ເນີນທຸລະກິດແຕ່ລະປີເປັນຕົວຊີ້ວັດ; 6.ສ້າງແລະພັດທະນາລະບົບການບໍລິຫານແຫຼ່ງທຶນໃຫ້ພຽງພໍ ແລະ ມີຕົ້ນທຶນທີ່ເໝາະສົມຕໍ່ລູກຄ້າແລະການດໍາເນີນງານ; 7. ສ້າງຫຼັກການໃນການຄຸ້ມຄອງບໍລິຫານທຸລະກິດທີ່ດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມເພື່ອຄວາມໝັ້ນຄົງ ແລະ ຍືນຍົງ.

ກອງປະຊຸມໄດ້ດຳເນີນການເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ປະກອບດ້ວຍ 7 ສະຫາຍ ໂດຍສະຫາຍ ສຸພັກ ຖິ່ນໄຊພອນ ໄດ້ຮັບການເລືອກເປັນເລຂາຄະນະພັກຮາກຖານ; ສະຫາຍ ສຸພົດ ໂຊກປະຫວັດ ເປັນຮອງເລຂາ; ສະຫາຍນາງວິໄລເພັດຫຼວງອະໄພ ເປັນກຳມະການ ທັງ ເປັນປະທານກວດກາ. ກອງປະຊຸມໄດ້ເລືອກເອົາຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ V ຂອງ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້າໃນນີ້ ມີຜູ້ແທນສົມບູນ 8 ສະຫາຍ ແລະ ສຳຮອງ 3 ສະຫາຍ.

ສາເລດກອງປະຊມໃຫຍ ຄງທ III ຂອງຄະນະພກຮາກຖານ ທນບ - image 3
 

ສະຫາຍຮັກສາການເລຂາຄະນະບໍລິຫານງານພັກ ທຫລ ໄດ້ຕີລາຄາສູງຕໍ່ການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານ ທນບ ຊຸດຜ່ານມາທີ່ສາມາດຍາດໄດ້ຜົນງານອັນເດັ່ນໃນຫຼາຍດ້ານ; ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຈົ່ງສືບຕໍ່ເສີມຂະຫຍາຍຜົນງານທີ່ຕັ້ງໜ້າ, ແກ້ໄຂຂໍ້ຄົງຄ້າງ, ສຶກສາອົບຮົມການເມືອງແນວຄິດ; ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ແລະ ຂະຫຍາຍພັກໃຫ້ຖືກທິດ ພ້ອມທັງປັບປຸງກົງຈັກ ແລະ ສັບຊ້ອນ-ຈັດວາງ ແລະ ສ້າງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດ, ສ້າງ ໄດ້ຄົນດີ-ວຽກເດັ່ນແລະເຂັ້ມແຂງແທ້ໆ; ພ້ອມກັນນັ້ນຈົ່ງເອົາໃຈໃສ່ຜັນຂະຫຍາຍມະຕິ ສອຈ ຂອງພັກ ເຂົ້າໃນໜ້າທີ່; ຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ, ຕີຖອຍປະກົດການຫຍໍ້ທໍ້ ໃນ ທຸກຮູບແບບ; ເຊີດຊູການນໍາພາດ້ານວິຊາສະເພາະໃຫ້ສູງເພື່ອຮັບປະກັນການຫັນທະນາຄານນະໂຍບາຍເປັນ ທະນາຄານພັດທະນາຊົນນະບົດໃຫ້ເປັນລະບົບຄົບຊຸດເປັນຕົ້ນການສ້າງແຜນທຸລະກິດ 5 ປີຕໍ່ໜ້າ, ແກ້ໄຂທຸກອຸປະສັກ, ການບໍລິການ, ດ້ານນິຕິກໍາ, ການຊໍາລະ ແລະ ອື່ນໆ.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ