![]() |
ສະຫາຍ ນາງ ຄອນເກຍ ໄຊຍະຫາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ໃຫ້ຜູ້ຮ່ວມເຂົ້າໄດ້ຮັບຮູ. ຈາກນັ້ນ, ສະຫາຍ ນາງ ສົມສະໄໜ ຄຳສິງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ສະຫະພັນແມ່ຍິງລາວ (ສະບັບປັບປຸງ) ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໜທີ IX.
ໂອກາດນີ້, ສະຫາຍ ນາງ ສາຍຄຳ ເພັດປັນຍາ ຍັງໄດ້ຜ່ານບົດໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ຕໍ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ບົດໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ນາງ ລາວັນ ສຸທິສານ ຮອງປະທານສູນກາງ ສະຫະພັນແມ່ຍິງລາວ ຕໍ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊຍະບູລີ ຄັ້ງທີ VIII ໃຫ້ໄດ້ຮັບຮູ້ຕື່ມອີກ.
(ຂ່າວ: ແກ່ນທ້າວ)

ຄໍາເຫັນ