![]() |
ໃນກອງປະຊຸມ, ສະຫາຍ ເສນ ພັນລັກ ໄດ້ຂຶ້ນກ່າວເປີດກອງປະຊຸມ ຊຶ່ງບາງຕອນກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີຄັ້ງທີ 3 ສະໄໝທີ X ເປັນການຕີລາຄາຄວາມຮັບຜິດຊອບທາງການເມືອງການນຳພາ-ຊີ້ນຳຂອງຄະນະພັກຂັ້ນຕ່າງໆເປັນການປະເມີນຜົນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆຂອງມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ (ທ້າຍສະໄໝ), ມະຕິ X ຂອງຄະນະບໍລິຫານງານພັກເມືອງ, ພ້ອມດຽວກກັນນີ້ ພວກເຮົາຈະໄດ້ສ້າງຄວາມເປັນເອກະພາບ ພ້ອມກັນຄົ້ນຄວ້າຊອກຫາວິທີແກ້ໄຂມີມາດຕະການປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ທັງເປັນການແລກປ່ຽນຄໍາຄິດຄໍາເຫັນ ຈາກບັນດາສະຫາຍຄະນະພັກ ແລະ ຜູ້ແທນກອງປະຊຸມ.
ກອງປະຊຸມໃນຄັ້ງນີ້, ບັນດາຜູ້ແທນກອງປະຊຸມຈະໄດ້ຮັບຟັງການສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ 9 ເດືອນ ແລະ ທິດທາງແຜນວຽກຈຸດສຸມ 3 ເດືອນທ້າຍປີ 2025; ພ້ອມນີ້ ສະຫາຍເລຂາພັກເມືອງ ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມຈົ່ງໄດ້ເຊີດຊູຄວາມຮັບຜິດຊອບຂອງຕົນສູງຂຶ້ນເຂົ້າຮ່ວມ ແລະ ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນເຮັດໃຫ້ກອງປະຊຸມໃນຄັ້ງນີ້ ມີເນື້ອໃນ, ມີຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.
(ຂ່າວ+ພາບ: ສົມພົງ ສີສະຫວັດ)

ຄໍາເຫັນ