ສຳເລັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຫສນຍ ຄັ້ງທີ V

ສຳເລັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຫສນຍ ຄັ້ງທີ V

ສຳເລັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຫສນຍ ຄັ້ງທີ V
ກອງປະຊຸມໃຫຍ່ສະມາຊິກກໍາມະບານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຄັ້ງທີ V ໄດ້ເປີດຂຶ້ນ ໃນ ວັນທີ 11 ກັນຍາ ຜ່ານມາ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍການເປັນປະທານ ຂອງສະຫາຍ ເຂິງຄຳ ແກ້ວໜູຈັນ ຄະນະບໍລິຫານງານພັກ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານຄະນະບໍລິຫານງານສະຫະພັນກຳມະບານ ຫສນຍ; ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ; ຜູ້ຕາງໜ້າຄະນະບໍລິຫານງານສະຫະພັນກຳມະບານ ມະຫາວິທະຍາໄລແຫ່ງຊາດ, ທະນາຄານ ແຫ່ງ ສປປ ລາວ, ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍສະມາຊິກກຳມະບານ ພາຍໃນ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

 

ສຳເລດກອງປະຊມໃຫຍສະມາຊກກຳມະບານ ຫສນຍ ຄງທ V - image 1
 

ໃນໂອກາດນີ້, ກອງປະຊຸມໄດ້ຮັບຟັງການນຳສະເໜີຮ່າງລາຍງານການເມືອງ, ຮ່າງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກໍາມະບານ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ສະໄໝທີ IV ໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ຕີລາຄາຜົນສຳເລັດ-ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າຂອງສະຫະພັນກຳມະບານ ຫສນຍ. ສຳລັບຜົນສຳເລັດອັນພົ້ນເດັ່ນ ເຫັນວ່າຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ໄດ້ຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ, ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ຄັ້ງທີ VIII, ລວມເຖິງການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ເຂົ້າສູ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການດຳລົງຊີວິດຕົວຈິງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຊຶ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມຫຼາຍດ້ານ. ອັນສຳຄັນ, ພາຍໃຕ້ການນໍາພາຂອງອົງຄະນະພັກ ຫສນຍ, ສູນກາງສະຫະພັນກໍາມະບານລາວ ແລະ ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ໄດ້ເຮັດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນ ພາຍໃນການຈັດຕັ້ງ ຫສນຍ ມີແນວຄິດທຸ່ນທ່ຽງ, ຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມເປັນເຈົ້າການສູງ ສາມາດຕອບສະໜອງໄດ້ດ້ານວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການຂອງການນຳພັກ - ລັດຖະບານ ດີສົມຄວນ.

ໃນໂອກາດດຽວກັນ, ສະຫາຍ ບົວຄົງ ນາມມະວົງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສະຫະພັນກໍາມະບານ ຫສນຍ ສ້າງມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນກໍາມະບານ ຫສນຍ ເອົາໃຈໃສ່ເຄື່ອນໄຫວວຽກງານຕົນເອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງສະຫະພັນກໍາມະບານລາວ, ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມ, ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ຍົກສູງຄວາມສາມັກຄີ, ຄວາມຫ້າວຫັນ, ຄວາມກະຕືລືລົ້ນ ແລະ ຍົກລະດັບວິຊາສະເພາະຂອງຕົນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່. ພ້ອມທັງເນັ້ນໃຫ້ຜູ້ແທນກອງປະຊຸມເອົາໃຈໃສ່ປະຕິບັດຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ຄົ້ນຄວ້າເລືອກເຟັ້ນເອົາຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ຢ່າງຖືກຕ້ອງ, ພາວະວິໄສ, ກວ້າງຂວາງ ແລະ ມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງ ໂດຍພິຈາລະນາໃຫ້ລະອຽດຖີ່ຖ້ວນ ເພື່ອຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້, ຮັບປະກັນໂຄງປະກອບບຸກຄະລາກອນດ້ານເພດ, ເຜົ່າ ແລະ ຮັບປະກັນ 3 ຮຸ່ນ (ຮຸ່ນອາວຸດໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ) ທີ່ສາມາດຂັບເຄື່ອນວຽກງານໃນ 5 ປີຕໍ່ໜ້າ.

ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ ຈຳນວນ 22 ສະຫາຍ ຍິງ 5 ສະຫາຍ, ເລືອກໄດ້ 15ສະຫາຍ ຍິງ 2 ສະຫາຍ. ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ວິຣະພົງ ພົມດວງສີ ເປັນປະທານຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ, ສະຫາຍ ພອນໄຊ ວິໄລທອງ ແລະ ສະຫາຍ ນາງ ນິວະລັດ ສົມວົງ ເປັນຮອງປະທານ, ພ້ອມກັນນັ້ນ ກອງປະຊຸມ ຍັງໄດ້ເລືອກເອົາສະຫາຍ ພອນໄຊ ວິໄລທອງ ເປັນປະທານກວດກາ ແລະ ສະຫາຍ ວິໄລທອງ ເທບວົງສາ ເປັນຮອງປະທານກວດກາ.

ສຳເລດກອງປະຊມໃຫຍສະມາຊກກຳມະບານ ຫສນຍ ຄງທ V - image 2
 

ໃນຕອນທ້າຍ, ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງສະຫະພັນກໍາມະບານ ຫສນຍ ທີ່ບຸກບືນສູ້ຊົນຍາດໄດ້ຜົນສໍາເລັດຢ່າງຕັ້ງໜ້າ ຕະຫຼອດໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ຄະນະບໍລິຫານງານສະຫະພັນກໍາມະບານ ຫສນຍ ຊຸດໃໝ່ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ ກໍຄືພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ, ໃຫ້ສາມາດກຳແໜ້ນ ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ທີ່ພັກ-ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງວາງອອກ ໃນແຕ່ລະໄລຍະ, ພ້ອມທັງຢຶດໝັ້ນອຸດົມການສັງຄົມນິຍົມ, ມີທັດສະນະຊົົນຊັ້ນກຳມະກອນຢ່າງຖືກຕ້ອງ; ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມ, ເພີ່ມຄວາມຮູ້ຄວາມສາມາດຂອງຕົນເອງຢ່າງຮອບດ້ານ ໂດຍສະເພາະຄວາມຮູ້ທາງດ້ານທິດສະດີ, ພາສາຕ່າງປະເທດ ແລະ ອື່ນໆ ເພື່ອສ້າງສະມາຊິກກຳມະບານ ໃຫ້ມີຄວາມຮູ້ຄວາມສາມາດ, ກ້າເຮັດ-ກ້າຮັບຜິດຊອບ ແລະ ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຕົນ ບົນຫຼັກການລວມສູນປະຊາທິປະໄຕ ແລະ ເປັນເອກະພາບ ພາຍໃນໝູ່ຄະນະ; ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານ ເຂົ້າສູ່ຂົງເຂດວຽກງານຕ່າງໆ ໃຫ້ເກີດດອກອອກຜົນຕົວຈິງ; ປະເມີນຜົນງານການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນແຕ່ລະປີ ໃຫ້ພ້ອມກັນເຮັດຢ່າງເລິກເຊິ່ງ, ຈິງຈັງ, ຫຼີກລ່ຽງການປະເມີນແບບລວມໆ ຫຼື ສະເລ່ຍ; ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນະໂຍບາຍຕ່າງໆ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງສະມາຊິກກຳມະບານ ກໍຄືຊົນຊັ້ນກຳມະກອນ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກກຳມະບານ ໄດ້ຮັບການປັບປຸງດີຂຶ້ນ, ທັງໃຫ້ຄົ້ນຄວ້າສ້າງກອງທຶນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕາມຄວາມ ເໝາະສົມ; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ; ໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ຫສນຍ ຊຸດໃໝ່ ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ຢ່າງລະອຽດຈະແຈ້ງ, ພ້ອມກັນປະຕິບັດໜ້າທີ່ ທີ່ປະເທດຊາດ ແລະ ການຈັດຕັ້ງມອບໝາຍໃຫ້ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ ເປັນຢ່າງດີ; ສືບຕໍ່ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ເປັນຂະບວນການຟົດຟື້ນ ເພື່ອຍູ້ໜູນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດ ຢ່າງສະຫງ່າງາມ.

ຂ່າວ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ທຄຕລ ເຊກອງ ມອບອຸປະກອນການຮຽນໃຫ້ໂຮງຮຽນ ມຕ ຕອກອົງແກ້ວ ແລະ ມສ ບໍ່ເຫຼັກຕະນຶງ

ໃນວັນທີ 16-17 ທັນວາ 2025, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງເຊກອງ ຊຶ່ງນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ, ພ້ອມຄະນະ ໄດ້ນຳເອົາອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫຼັກຕະນຶງ ເມືອງກະລຶມ, ໂດຍມີທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາ ເມືອງກະລຶມ, ອົງການປົກຄອງບ້ານ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຈໍາປາສັກ ໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ຄະນະພັກ -ອົງການປົກຄອງແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນ ໃນຕອນເຊົ້າວັນທີ 17 ທັນວານີ້ ໂດຍເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂັ້ນແຂວງ, ນະຄອນ-ເມືອງ, ຕົວແທນທຸກອົງການຈັດຕັ້ງທົ່ວແຂວງເຂົ້າຮ່ວມ ທີ່ສະໂມສອນແຂວງ.
ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

ໂຄງການ AFN ຊ່ວຍໃຫ້ຊຸມຊົນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ

5 ບ້ານ ຂອງເມືອງລະມາມ ແຂວງເຊກອງ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກພາຍໃຕ້ການສະໜັບສະໜູນໂຄງການກະສິກໍາ ເພື່ອໂພຊະນາການ (AFN) ໄລຍະ 2. ຈຶ່ງເຮັດໃຫ້ຊຸມຊົນຄືປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮຽນຮູ້ວິທີການແປຮູບອາຫານທີ່ຫຼາກຫຼາຍ ເພື່ອໂພສະນາການສະໜອງອາຫານໄວ້້ຍາວນານ.
ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ການປຸກສ້າງ,ປ່ອຍນໍ້າເປື້ອນ ຍັງເປັນອຸປະສັກກະທົບທາງດ້ານສິ່ງແວດລ້ອມ

ວຽກງານບໍລິການ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ສໍາລັບການດໍາລົງຊີວິດໃນສັງຄົມ, ໂດຍສະເພາະ ແມ່ນການບໍລິການໃຫ້ມີຄວາມອາດ-ສະດວກ, ວ່ອງໄວ ເພື່ອໃຫ້ສັງຄົມມີຄວາມເພິ່ງພໍໃຈ ໃນການເຄື່ອນໄຫວວຽກງານອື່ນຢ່າງມີຜົນສໍາເລັດ.
ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ເມືອງໄຊ ຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025

ໃນວັນທີ 16 ທັນວາຜ່ານມານີ້, ອົງການປົກເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີຮັບລາງວັນຕົວເມືອງທີ່ມີຄວາມຍືນຍົງ ດ້ານສິ່ງແວດລ້ອມ ອາຊຽນ ຄັ້ງທີ VI ປີ 2025ຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີແຂກຖືກເຊີນ ແລິ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ນັກໂທດທີ່ປະພຶດດີແຂວງຫຼວງພະບາງ ໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວ

ວັນທີ 15 ທັນວາຜ່ານມານີ້, ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ,ໄດ້ມີພິທີ ປະກາດອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ໃຫ້ແກ່ນັກໂທດ ທີ່ມີການປະພຶດດີ ໃນໂອກາດວັນສະຖາປະນາ ສາທາລະນະລັດ ໄປຊາທິປະໄຕ ປະຊາຊົນລາວ (ວັນທີ່ 2 ທັນວາ) ຄົບຮອບ 50 ປີ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ.
ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ຄໍາມ່ວນ ຮັບຮອງເອົາການແຕ່ງຕັ້ງ ທ່ານ ສົມສະອາດ ອຸ່ນສີດາ ເປັນປະທານ ຄະນະກຳມະການປົກຄອງແຂວງ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2025, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ສສຊ ສສນວ ຮັບຮອງຮ່າງຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV, ໃນວັນທີ 17 ທັນວານີ້, ທີ່ຫ້ອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີຮອງປະທານ ຮອງເຈົ້າຄອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງ ປາຖະກະຖາ 2 ວັນປະຫວັດສາດ

ກົມຕຳຫຼວດຄຸມຂັງ-ດັດສ້າງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 17 ທັນວານີ້, ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ມອບແນວພັນສັດ-ພືດ ໃຫ້ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ແລະ ປະກອບສ່ວນເຂົ້າໃນວຽກງານສ້າງພະລາທິການກັບທີ່ ຂອງກຳລັງປ້ອງກັນຊາດ, ໃນວັນທີ 16 ທັນວານີ້ທີ່ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບ ແນວພັນສັດລ້ຽງ (ງົວ), ແນວພັນສາລີ, ອຸປະກອນກິລາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບ ກອງບັນຊາການທະຫານແຂວງອຸດົມໄຊ ແລະ ກອງພົນທະຫານຮາບທີ 3, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ,ມີບັນດາທ່ານການນຳແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ3 ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ