ສຳເລັດກອງປະຊຸມຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ

ສຳເລັດກອງປະຊຸມຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ
ກອງປະຊຸມທົບທວນປະຈຳປີຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມປະຈຳປີ 2023 ພາຍໃຕ້ຫົວຂໍ້ “ທິດທາງປີສຸດທ້າຍຂອງແຜນຍຸດທະສາດ ແລະ ແຜນປະຕິບັດງານສຳ ລັບສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ-ການເສີມສ້າງສັກກະຍະພາບໃນຄວາມເປັນຜູ້ນຳໃນຂັ້ນທ້ອງຖິ່ນ” ໄດ້ສຳເລັດລົງໃນວັນທີ 14 ທັນວາ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາອົງການຈັດ ຕັ້ງສາກົນ, ພະແນກສາທາລະນະສຸກ 17 ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສະໜອງ ທອງຊະນະ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອລາຍງານຄວາມຄືບໜ້າໃນປີ 2023 ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ສຳລັບສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມປີ 2020-2025 ໂດຍຄະນະອະນຸກໍາມະການ ແລະ ແຜນການປີ 2024 ເພື່ອນຳສະເໜີແນວທາງການປະຕິບັດທີ່ດີຂອງການເປັນຜູ້ນຳຢູ່ຂັ້ນທ້ອງຖິ່ນ ໃນການປັບປຸງຂອດການບໍລິການສຸຂະພາບຈະເລີນພັນ, ແມ່ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ; ເພື່ອລາຍງານຂໍ້ມູນອັບເດດທີ່ສໍາຄັນກ່ຽວກັບບັນຫາຂອງລະບົບສາທາ ລະນະສຸກ ທີ່ຕິດພັນກັບຫຼາຍຂະແໜງການ ແລະ ຕິດຕາມຜົນການດຳເນີນການ; ເພື່ອຕົກລົງເຫັນດີກ່ຽວກັບ ແຜນການປະເມີນຜົນຂອງຍຸດທະສາດແຫ່ງຊາດ ສຳລັບສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມປີ 2016-2025; ເພື່ອຮຽນສ້າງແຜນກິດຈະກຳສໍາລັບປີ 2024 ໂດຍຜູ້ປະສານງານຂັ້ນທ້ອງຖິ່ນ ແລະ ຜູ້ປະສານງານຂອງຄູ່ຮ່ວມພັດທະນາຂັ້ນທ້ອງຖິ່ນ;  ນໍາສະເໜີຂໍ້ມູນຂ່າວສານແກ່ພາກສວນກ່ຽວຂ້ອງເພື່ອເລັ່ງການຈັດຕັ້ງປະຕິບັດຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ພ້ອມນີ້, ກອງປະຊຸມຍັງໄດ້ກຳນົດບັນດາກິດຈະກຳບູລິມະສິດທີ່ສໍາຄັນໃນໄລຍະ 2 ປີຕໍ່ໜ້າຂອງການປະເມີນຜົນ ແລະ ການພັດທະນາຍຸດທະສາດທີ່ໄດ້ປັບປຸງໃໝ່ຄື: ຈົ່ງສືບຕໍ່ປະຕິບັດວຽກງານທີ່ດີຫຼືສະຫຼຸບວຽກງານເກັບກໍາຂໍ້ມູນຕ່າງໆກ່ຽວກັບຕົວຊີ້ບອກຜົນກະທົບ, ການປົກຄຸມ, ຄຸນນະພາບ, ປະສິດທິພາບ ແລະ ຄວາມສະເໝີພາບເຊັ່ນ: ການສໍາຫຼວດຕົວຊີ້ວັດສັງຄົມລາວ 3 (LSIS3), ການປັບປຸງດ້ານການປະເມີນຄຸນນະພາບ ແລະ ການສະໜັບສະໜູນບັນດາໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນທີ່ໄດ້ກຳນົດ, ການລາຍງານ ແລະ ການສໍາຫຼວດຕ່າງໆໂດຍພະແນກການ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງ, ສໍາລັບການເກັບກຳຂໍ້ມູນຂອງສະຖານທີ່ບໍລິການເປັນປົກກະຕິ, ຄວາມພະຍາຍາມໃນຂັ້ນທ້ອງຖິ່ນ ເພື່ອລວບລວມຂໍ້ມູນທີ່ມີຄຸນນະພາບເຂົ້າໃນລະບົບ DHIS2 ແມ່ນພາກສ່ວນໜຶ່ງທີ່ສໍາຄັນ ເພື່ອໃຫ້ວຽກງານການປະເມີນຄຸນນະພາບດໍາເນີນໄປດ້ວຍດີ. ວຽກງານນີ້ຈະໄດ້ຮັບການສະໜັບສະຫານຈາກຂັ້ນສູນກາງຢ່າງເຕັມທີ່ ເພື່ອຊ່ວຍໃຫ້ບຸກຄະລາການທ້ອງຖິ່ນໄດ້ມີການຈັດຕັ້ງປະຕິບັດຕາມແນວທາງການປັບປຸງຄຸນນະພາບຂອງຂໍ້ມູນສໍາລັບວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ຢ່າງຄ່ອງຕົວ. ບັນຫາສໍາຄັນຄືການແກ້ໄຂການເກັບກຳຂໍ້ມູນທີ່ໄດ້ລະບຸໄວ້ຊຶ່ງສາມາດແກ້ໄຂໃຫ້ຫຼຸດລົງໄດ້ກ່ອນທີ່ຈະເລີ່ມຂັ້ນຕອນການປະເມີນຜົນ, ບັນຫາທີ່ຄວນນຳມາພິຈະລະນາຢ່າງຍິ່ງແມ່ນການກວດຫາອັດຕາຄວາມຊຸ່ມຂອງພາວະເລືອດຈາງໃນແມ່ຍິງໄວຈະເລີນພັນ ຊຶ່ງເປັນສ່ວນໜຶ່ງຂອງຕົວຊີ້ບອກດ້ານຜົນກະທົບຂອງຍຸດທະສາດອີກດ້ວຍ.​
 ຂ່າວ: ບຸນຕອມ, ຮູບ: ບຸນອຸ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ