ສໍາເລັດກອງປະຊຸມສະຫຼຸບການເຄື່ອນໄຫວທນບ ປີ 2023

ສໍາເລັດກອງປະຊຸມສະຫຼຸບການເຄື່ອນໄຫວທນບ ປີ 2023
ທະນາຄານນະໂຍບາຍ (ທນບ) ໄດ້ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງ ທນບປະຈຳປີ 2023 ແລະກຳນົດທິດທາງແຜນການປະຈຳປີ 2024 ລະຫວ່າງວັນທີ 12-14 ກຸມພາ ຜ່ານມາທີ່ສະໂມສອນສະຖາບັນການທະນາຄານນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານວິສອນໄຊສົງຄາມຜູ້ອຳນວຍການທນບແລະໃຫ້ກຽດເຂົ້າຮ່ວມຂອງທ່ານບຸນເຫຼືອສິນໄຊວໍຣະວົງຜູ້ວ່າການທະນາຄານແຫ່ງສປປລາວປະທານສະພາບໍລິຫານທນບ; ມີບັນດາຄະນະອຳນວຍການ, ຄະນະພະແນກ-ທຽບເທົ່າ, ຄະນະສາຂາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຕີລາຄາເຖິງຜົນສຳເລັດໃນການເຄື່ອນໄຫວວຽກງານຂອງ ທນບໃນປີຜ່ານມາ ແລະ ຄົ້ນຄວ້າກຳນົດ ທິດທາງ-ແຜນການ ປະຈຳປີ 2024 ເປັນຕົ້ນ ແຜນການສະໜອງສິນເຊື່ອ ແຜນການດຳເນີນທຸລະກິດ ແລະ ແຜນການກະກຽມຄວາມພ້ອມຮອບດ້ານໃນການຫັນເປັນທະນາຄານພັດທະນາຊົນນະບົດ (ທພບ) ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ບໍລິການ, ການສະໜອງສິນເຊື່ອ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການປະເມີນຈັດປະເພດການຈັດຕັ້ງປະຕິບັດວຽກງານດີເດັ່ນຂອງບັນດາສາຂາ, ຫ້ອງການປະສານງານແລະໜ່ວຍບໍລິການປະຈຳປີ 2023.
ໃນໂອກາດດັ່ງກ່າວ, ທ່ານບຸນເຫຼືອສິນໄຊວໍຣະວົງໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຊີ້ນຳ-ນຳພາຂອງບັນດາຄະນະອຳນວຍການແລະຄະນະບໍລິຫານງານທນບໃນການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ຈຶ່ງສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານໂດຍລວມເຫັນວ່າມີຫຼາຍຕົວຊີ້ວັດມີທ່າອຽງດີຂຶ້ນເປັນລໍາດັບ.
ທ່ານປະທານສະພາບໍລິຫານທນບຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ດັ່ງລຸ່ມນິ້: 1.ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານໃຫ້ເປັນປົກກະຕິ ແລະເລິກເຊິ່ງເຖິງຖອງກວ່າເກົ່າ ເພື່ອເຮັດມີການຫັນປ່ຽນທີ່ຕັ້ງໜ້າດີຂຶ້ນ;2. ປັບປຸງແບບແຜນການນຳພາ ແລະວິທີເຮັດວຽກຂອງຄະນະນຳແຕ່ລະຂັ້ນນັບແຕ່ສຳນັກງານໃຫຍ່ຈົນເຖິງຂັ້ນທ້ອງຖິ່ນ-ຮາກຖານ;3.ເອົາໃຈໃສ່ວຽກງານຈັດຕັ້ງ-ພະນັກງານໃຫ້ມີການສັບປ່ຽນໝູນວຽນ ມີການຕິດຕາມການຈັດຕັ້ງປະຕິບັດວຽກງານ ໃຫ້ເປັນປົກກະຕິ; 4.ເອົາໃຈໃສ່ໃຫ້ຄວາມສຳຄັນວຽກງານກວດກາ,ພະນັກງານກວດກາ ຕ້ອງມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ທ່ຽງທຳ, ຮູ້ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບ, ກົດໝາຍ ເພື່ອເຮັດໃຫ້ວຽກງານກວດກາໄດ້ຮັບປະສິດທິຜົນ; 5. ເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນການອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທາງດ້ານການເງິນ, ການສະໜອງສິນເຊື່ອຕາມແນວທາງນະໂຍບາຍຂອງພັກ-ລັດຖະບານໃນໄລຍະໃໝ່ ຕິດພັນກັບການຫັນເປັນທະນາຄານພັດທະນາຊົນນະບົດ ໃຫ້ຮັບປະກັນຄຸນນະພາບ, ມີປະສິດທິຜົນ ບົນພື້ນຖານໃຫ້ມີການໄລ່ລຽງຄຽງຄູ່ກັບການສົ່ງເສີມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ຫຼຸດລົງຢ່າງເປັນຮູບປະທໍາ,ເອົາໃຈໃສ່ການຄຸ້ມຄອງບໍລິຫານລາຍຮັບ-ລາຍຈ່າຍພ້ອມກັນປະຢັດມັດທະຢັດ, ຫຼີກລ່ຽງລາຍຈ່າຍ ທີ່ເປັນອັນຟຸ່ມເຟືອຍ; 6. ເພີ່ມທະວີການລົງໃກ້ຊີດຕິດແທດກັບທ້ອງຖິ່ນຮາກຖານ ໂດຍສົມທົບອຳນາດການປົກຄອງທ້ອງຖິ່ນໃຫ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ພາລະບົດບາດໃນໄລຍະໃໝ່ຂອງ ທພບ; 7.ຕ້ອງເພີ່ມທະວີການໂຄສະນາ,ປະຊາສຳພັນ ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ເຂດຊົນນະບົດສາມາດເຂົ້າເຖິງການບໍລິການ.
(ຂ່າວ-ພາບ:ທນບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ເພີ່ມເຕີມ