![]() |
ຜູ້ເຂົ້າຮ່ວມໄດ້ຮັບຟັງເອກະສານສໍາຄັນ 3 ຫົວຂໍ້ ຄື: ໜຶ່ງ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ-ສະມາຊິກພັກ; ສອງ, ພະນັກງານນໍາພາຄຸ້ມຄອງຕ້ອງກໍາແໜ້ນແບບແຜນນໍາພາ ແລະ ວິທີເຮັດວຽກທີ່ຖືກກັບແນວທາງຂອງພັກ ແລະ ກົດໝາຍຂອງລັດ; ສາມ, ສັງຄົມສາມັກຄີປອງດອງ ແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຈຸດປະສົງ ເພື່ອແນໃສ່ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ 4 ແຂວງພາກກາງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບແບບແຜນວິທີນໍາພາ ແລະ ວິທີເຮັດວຽກທີ່ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ເພື່ອເປັນການເພີ່ມທະວີບົດບາດການນໍາພາ-ຊີ້ນໍາວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ. ຈົງຮັກພັກດີຕໍ່ອຸດົມການ ສັງຄົມນິຍົມ, ປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງບໍລິສຸດສັດຊື່; ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ; ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
![]() |
ຂ່າວ: ສຸກິນດາ ທອງດາລາ


ຄໍາເຫັນ