ການຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ ຢູ່ ສປປ ລາວ

ສຳມະນາ ນະໂຍບາຍການອະນຸລັກ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ

ສຳມະນາ ນະໂຍບາຍການອະນຸລັກ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ

 

 ໄດ້ຈັດກອງປະຊຸມສຳມະນາ ເພື່ອນໍາສະເໜີ ນະໂຍບາຍການອະນຸລັກ ແລະ ການຫຼຸດຜ່ອນຜົນກະທົບຕໍ່ຊີວະນາໆພັນ ຢູ່ ສປປ ລາວ ຕໍ່ສະມາຊິກສະພາແຫ່ງຊາດ. ກອງປະຊຸມດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍມີ ທ່ານ ນາງ ປິ່ງຄຳ ລາຊະສິມມາ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ), ທ່ານ ສັນຕິ ໄຊປັນຍາ ຫົວໜ້າອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ແນໃສ່ຍົກສູງບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃນການພິຈາລະນາອະນຸມັດໂຄງການລົງທຶນ ທີ່ກ່ຽວພັນກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໄດ້ຮັບການພິຈາລະນາຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນ ພື້ນທີ່ ທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ເຊັ່ນ: ເຂດປ່າສະຫງວນ, ເຂດຊີວະນາໆພັນທີ່ສຳຄັນ, ເຂດທີ່ດິນບໍລິເວນນໍ້າ ລວມທັງຊະນິດພັນພືດ ແລະ ສັດ ທີ່ໄດ້ຮັບການຄຸ້ມຄອງພາຍໃຕ້ກົດໝາຍ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ຖືກນຳມາພິຈາລະນາໃນຂະບວນການວາງແຜນ ແລະ ຕັດສິນໃຈລົງທຶນ ເພື່ອສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການພັດທະນາເສດຖະກິດທີ່ສອດຄ່ອງກັບການອະນຸລັກຊີວະນາໆພັນ ແລະ ການບໍລິການລະບົບນິເວດຂອງ ສປປ ລາວ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ສປປ ລາວ ໄດ້ມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງໄວວາ, ປະກອບກັບການລົງທຶນທີ່ເພີ່ມຂຶ້ນໃນດ້ານການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ: ທາງລົດໄຟ, ຖະໜົນຫົນທາງ ແລະ ບັນດາອຸດສາຫະກຳການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ບໍ່ແຮ່, ກະສິກຳ ແລະ ປ່າໄມ້ ຊຶ່ງໄດ້ມີການນໍາເນື້ອທີ່ດິນ, ບຸກລຸກເນື້ອທີ່ປ່າໄມ້ ແລະ ຫັນປ່ຽນທີ່ດິນປ່າໄມ້ຫຼາຍພໍສົມຄວນ. ໃນຂະນະດຽວກັນ, ສປປ ລາວ ກໍໄດ້ຢຶດໝັ້ນການຈັດຕັ້ງປະຕິບັດວາລະການເຕີບໂຕສີຂຽວ ແລະ ໄດ້ມີການສ້າງແຜນຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຄູ່ມືແນະນຳວ່າດ້ວຍການປະເມີນສິ່ງແວດລ້ອມຍຸດທະສາດ ແລະ ອື່ນໆ ເພື່ອເປັນເຄື່ອງມືໃນການຊ່ວຍຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເອື້ອອໍານວຍກັບການອະນຸລັກຊີວະນາໆພັນ ແລະ ການບໍລິການຂອງລະບົບນິເວດ.

ກອງປະຊຸມໄດ້ສຸມໃສ່ 3 ເປົ້າໝາຍຫຼັກ ຄື:

(1) ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບົບປ່າໄມ້, ສົນທິສັນຍາວ່າດ້ວຍການຄ້າສາກົນ ກ່ຽວກັບ ຊະນິດພັນທີ່ໃກ້ຈະສູນພັນ (CITES) ແລະ ການຈັດຕັ້ງປະຕິບັດໄຊເຕັດ ຢູ່ ສປປ ລາວ, ສົນທິສັນຍາວ່າດ້ວຍຊີວະນານາພັນ (CBD), ສົນທິສັນຍາ ຣາມຊາ ແລະ ບັນຊີສັດປ່າຂອງ ສປປ ລາວ;

(2) ເພີ່ມທະວີຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງພູມສັນຖານແບບປະສົມປະສານ ຊຶ່ງເປັນວິທີການອະນຸລັກ ແລະ ການນຳໃຊ້ທີ່ດິນແບບຍືນຍົງ ໂດຍການພິຈາລະນາຄວາມເຊື່ອມໂຍງລະຫວ່າງ ລະບົບນິເວດ, ຊຸມຊົນ ແລະ ຄວາມຕ້ອງການ ທາງດ້ານເສດຖະກິດພາຍໃນພູມີທັດປ່າສະຫງວນ ແລະ ທີ່ດິນບໍລິເວນນໍ້າໃຫ້ຕອບສະໜອງຕໍ່ການພັດທະນາແບບຍືນຍົງ;

(3) ເພີ່ມທະວີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການຫຼຸດຜ່ອນຜົນກະທົບໃນໂຄງການລົງທຶນ ແລະ ພັດທະນາ, ສົ່ງເສີມການນໍາໃຊ້ “ລຳດັບມາດຕະການຫຼຸດຜ່ອນຜົນກະທົບ” ເພື່ອຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບ ທາງລົບຕໍ່ຊີວະນານາພັນ ແນໃສ່ໃຫ້ສະມາຊິກສະພາ ຮັບຮູ້ຄວາມຈຳເປັນພິຈາລະນາທາງດ້ານສິ່ງແວດລ້ອມ ໃນຂະບວນການວາງແຜນ ແລະ ການຈັດຕັ້ງປະຕິບັດໂຄງການ, ຮັບປະກັນການພັດທະນາແບບຍືນຍົງ ໂດຍສອດຄ່ອງກັບຄຳໝາຍໝັ້ນຕໍ່ເປົ້າໝາຍການອະນຸລັກ ລະດັບຊາດ ແລະ ສາກົນ, ຊຸກຍູ້ການລົງທຶນ ທີ່ມີຄວາມຮັບຜິດຊອບທີ່ປະກອບສ່ວນເຂົ້າໃນການປົກປັກຮັກສາມໍລະດົກທຳມະຊາດ ພ້ອມທັງຊຸກຍູ້ການເຕີບໂຕ ເສດຖະກິດແບບຍືນຍົງ.

ຂ່າວ: ອົງການອະນຸລັກສັດປ່າ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເພີ່ມເຕີມ