ສຳມະນາ ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ຫັນເປັນດີຈີຕອນ ດ້ວຍ 6 ຫົວຂໍ້ສຳຄັນ

ສຳມະນາ ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ຫັນເປັນດີຈີຕອນ ດ້ວຍ 6 ຫົວຂໍ້ສຳຄັນ
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດີຈີຕອນ” ຂຶ້ນໃນວັນທີ 12 ມັງກອນ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຕສ ແລະ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາທ່ານການນໍາຈາກສອງພາກສ່ວນ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມ, ແຂກຖືກເຊີນ ເຂົ້າຮ່ວມ.
    ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມສຳມະນາໃນຄັ້ງນີ້, ມີຈຸດປະສົງ ເພື່ອເປັນເວທີເປີດໂອກາດໃຫ້ຊາວໜຸ່ມຈາກບັນດາ ຄຊປປລ ກະຊວງ, ອົງການ, ແຂວງ, ບໍລິສັດ ແລະ ຜູ້ປະກອບການ ທີ່ມີຄວາມຊຳນານ ແລະ ປະສົບການມາຖ່າຍທອດຄວາມຮູ້ດ້ານດີຈີຕອນທີ່ທັນສະໄໝ ເພືີ່ອໃຫ້ພວກເຮົາຈະໄດ້ຮ່ວມກັນຊອກຫາວິທີການຊຸກຍູ້ໃຫ້ຊາວໜຸ່ມລາວ ເຂົ້າມາມີສ່ວນຮ່ວມໃນການຫັນເປັນດີຈີຕອນ ຂອງປະເທດຕໍ່ໄປໂດຍມີຫົວຂໍ້ ດັ່ງນີ້: 1) ການຫັນເປັນດີຈີຕອນ ເພື່ອພັດທະນາເສດຖະກິດ ດີຈີຕອນ ຂອງ ສປປ ລາວ, 2) ບາງບົດຮຽນການຫັນເປັນດີຈີຕອນ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການ ແລະ ແຂວງ, 3) ຄວາມປອດໄພທາງດ້ານໄຊເບີ, 4) ວິຖີຊີວິດຂອງຊາວໜຸ່ມລາວໃນຍຸກ ດີຈີຕອນ, 5) ການສ້າງຂະບວນການຊົມໃຊ້ຜະລິດຕະພັນພາຍໃນປະເທດ, ແລະ 6) ການສ້າງສື່ຍຸກໃໝ່ ພິຊິດໃຈສັງຄົມ. 
    ທ່ານລັດຖະມົນຕີ ກະຊວງ ຕສ ຍັງກ່າວວ່າ: ຍຸກແຫ່ງການນຳໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນທຸກຂົງເຂດວຽກງານຂອງສັງຄົມເພື່ອຫັນປ່ຽນຈິນຕະນາການ, ຫັນປ່ຽນແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນດີກວ່າເກົ່າ, ມີຄຸນນະພາບດີຂຶ້ນກວ່າເກົ່າ. ສະນັ້ນ, ຊາວໜຸ່ມລາວຈະຕ້ອງໄດ້ພ້ອມກັນຕັດສິນໃຈຮ່ຳຮຽນຄົ້ນຄວ້າເພື່ອສ້າງທັກສະດີຈີຕອນໃຫ້ສາມາດເປັນເຈົ້າເຕັກໂນໂລຊີດີຈີຕອນໃນທຸກຂົງເຂດວຽກງານ, ຕ້ອງຮຽນຮູ້ວິຊາຊີບໃໝ່ ເຊັ່ນ: ການຄຸ້ມຄອງ ແລະ ນຳໃຊ້ຖາມຂໍ້ມູນມະຫາສານ (Big Data), ການພັດທະນາກຸ່ມຂໍ້ມູນຜູກພັນ (Blockchaine), ນໍາໃຊ້ປັນຍາປະດິດ (AI), ວິສະວະກໍາພັນທຸກໍາ, ນາໂນເຕັກໂນໂລຊີຊຶ່ງເປັນເຕັກໂນໂລຊີໃນຍຸກສະໄໝ 4.0 ເພື່ອຫັນເປັນດີຈີຕອນ ນີ້ແມ່ນວິຊາຄວາມຮູ້ຂອງ ສັງສິນໄຊ ໃນຍຸກສະໄໝໃໝ່.
    ທ່ານ ມອນໄຊ ລາວມົວຊົ່ງ ກໍໄດ້ກ່າວມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງການຫັນເປັນດີຈີຕອນ ແມ່ນມີຜົນດີຕໍ່ກັບຊາວໜຸ່ມ ຊຶ່ງໄດ້ອໍານວຍຄວາມສະດວກໃນການຕິດຕໍ່ສື່ສານແບບບໍ່ມີພົມແດນ, ບໍ່ວ່າຈະໄກກັນພຽງໃດກໍສາມາດຕິດຕໍ່ຫາກັນໄດ້ໄວທີ່ສຸດ. ນອນນັ້ນ, ຍັງນໍາໃຊ້ເຂົ້າໃນການພັດທະນາລະບົບບໍລິຫານ-ບໍລິ ການໃຫ້ເປັນທັນສະໄໝ ຊຶ່ງຊາວໜຸ່ມເຮົາຈະຕ້ອງໄດ້ຍູ້ແຮງກັນຫັນເປັນສັງຄົມດີຈີຕອນ ແລະ ສ້າງສະຕິລະວັງແກ່ຊາວໜຸ່ມໃນການນໍາໃຊ້ດີຈີຕອນ.
    ໃນພິທີເປີດກອງປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ ແລະ ທ່ານ ມອນໄຊ ລາວມົວຊົ່ງ ຍັງໄດ້ຮ່ວມກັນ ເຊັນບົດບັນທຶກການຮ່ວມມືວຽກງານຊາວໜຸ່ມ-ເຍົາວະຊົນ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ຕສ ແລະ ສຊປລ ເພື່ອກໍານົດຂອບເຂດການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ຂອງທັງສອງຝ່າຍ ໃນການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ໃຫ້ກາຍເປັນນັກຄົ້ນຄວ້າ ແລະ ນັກພັດທະນາ ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ ຄວາມສຳຄັນຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ ກັບການພັດທະນາເສດຖະກິດຂອງຊາດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງອຸທຸມພອນ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ປກສ ເມືອງອຸທຸມພອນ ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມ ກຸ່ມມົ້ວສຸມຢາເສບຕິດຈໍານວນ 21 ຄົນ, ທ່ານ ພັນໂທ ພູວິໄລ ດາວວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ໃຫ້ຮູ້ກ່ຽວກັບຜົນເສຍຫາຍຂອງຢາເສບຕິດ ຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ, ທັງຄອບຄົວຂາດແຮງງານຫຼັກໃນການທໍາການຜະລິດ, ຖ້າເສບຢາຫຼາຍເກີນໄປຈະເຮັດໃຫ້ລະບົບປະສາດຫຼອນ, ເງິນທີ່ຫາມາໄດ້ແມ່ນບໍ່ຮອດລູກເມຍ ເອົາໄປຊື້ສິ່ງເສບຕິດມາເສບ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ຫຼົງຜິດໃຫ້ຢຸດໃຫ້ເຊົາກັບສິ່ງດັ່ງກ່າວ ມັນບໍ່ມີຜົນດີຫຍັງກັບຮ່າງກາຍເຮົາເລີຍ.
ຮຽບຮຽງເນື້ອໃນກົດໝາຍຄວາມປອດໄພໄຊເບີ

ຮຽບຮຽງເນື້ອໃນກົດໝາຍຄວາມປອດໄພໄຊເບີ

(ສພຊ) - ເພື່ອຮັບປະກັນທາງດ້ານເນື້ອໃນຂອງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສ້າງໃໝ່) ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ, ກຳມາທິການກົດໝາຍ ສົມທົບກັບກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ
ທ່ານລັດຖະມົນຕີກະຊວງ ຮສສ ພົບປະພະນັກງານໃນໂອກາດມາຮັບໜ້າທີ່ໃໝ່

ທ່ານລັດຖະມົນຕີກະຊວງ ຮສສ ພົບປະພະນັກງານໃນໂອກາດມາຮັບໜ້າທີ່ໃໝ່

ໃນວັນທີ 1 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມພົບປະພະນັກງານ ແລະ ລາຍງານບັນດາໜ້າວຽກຕ່າງໆ ຂອງຂະແໜງ ຮສສ ໂດຍຫຍໍ້ເຊັ່ນ: ວຽກງານຫ້ອງການ, ບັນດາກົມ, ອົງການປະກັນສັງຄົມແຫ່ງຊາດ, ສະຖາບັນພັດທະນາສີມືແຮງງານ ແລະ ໂຄງ ການເກັບກູ້ລະເບີດແຫ່ງຊາດ
ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ

ສື່ມວນຊົນ ຮ່ວມເຄື່ອນໄຫວເກັບກໍາຂ່າວວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ

ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນຈາກໜັງສືພິມປະຊາຊົນ, ໜັງສືພິມວຽງຈັນໃໝ່, ໜັງສືພິມພາສາຕ່າງປະເທດ, ໂທລະພາບ Vte9 ແລະ ວິທະຍຸປ້ອງກັນຄວາມສະຫງົບ (ປກສ) ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນຢູ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໃນລະຫວ່າງວັນທີ 1-4 ກໍລະກົດນີ້.
ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ

ສູນສະຖິຕິແຫ່ງຊາດບັນລຸການປັບປຸງລະບົບຂໍ້ມູນສະຖິຕິບົດບາດຍິງ-ຊາຍ

ສູນສະຖິຕິແຫ່ງຊາດ ໄດ້ຈັດກອງປະຊຸມປິດໂຄງການເສີມສ້າງຄວາມເຂັ້ມແຂງຂອງຂໍ້ມູນ ແລະ ການວິໄຈຂໍ້ມູນສະຖິຕິບົດບາດຍິງ-ຊາຍ ແລະ ລວມທັງດ້ານສັງຄົມອື່ນໆ ໃນລະບົບສະຖິິຕິຂອງ ສປປ ລາວ ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ທີ່ ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ​ພາກ​ລັດ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “

" MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກແລະວ່ອງໄວ “

ວັນທີ 01 ກໍລະກົດ ປີ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ລະຫວ່າງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ “ເອັມມັນນີເອັກສ” ເປັນສະມາຊິກ LAPNet ຢ່າງເປັນທາງການ.
ເສັ້ນທາງເບຕົງ​ ບ້ານໂພນໄຊ ສໍາເລັດ​ແລ້ວ​ 40%

ເສັ້ນທາງເບຕົງ​ ບ້ານໂພນໄຊ ສໍາເລັດ​ແລ້ວ​ 40%

ການສ້ອມແປງ-​ກໍ່ສ້າງທາງເບຕົົງ 2​ ເສັ້ນ​ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ​ ແຂວງຈໍາປາສັກ​ຄື: ເສັ້ນທາງເລກທີ 24 ແລະ 46,​ ຮູບແບບການສ້ອມແປງ​ - ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ​ ກໍານົດໄວ້ ຄື: ເສັ້ນທາງເລກທີ 24,​ ກວ້າງ 12 ແມັດ​, ທາງຄົນຍ່າງກວ້າງ 1.5 ແມັດ x 2 ເບື້ອງ​,​ ຍາວ 320 ແມັດ,​ ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ.​ ເສັ້ນທາງເລກທີ 46,​ ກວ້າງ 9 ແມັດ,​ ທາງຄົນຍ່າງກວ້າງ 1.5 ແມັດ​ x 2 ເບື້ອງ,​ ຍາວ 393 ແມັດ​, ໜາ 23 ຊັງຕີແມັດ​, ຮ່ອງລະບາຍນໍ້າເປັນຮູບໂຕຢູ​. ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນມິຖຸນາ​ 2025​ ທີ່ຜ່ານມາ​ ໂດຍແມ່ນບໍລິສັດ​ ຕັງຈະເລີນ ເປັນຜູ້ຮັບເໝົາສ້ອມແປງ​ - ກໍ່ສ້າງ​ ມູນຄ່າປະມານ 10​ ຕື້ກີບ, ຊຶ່ງເປັນທຶນສົມທົບ ລະຫວ່າງ​ ລັດ​ ແລະ​ ປະຊາຊົນ​ ແລະ ການປະກອບສ່ວນຂອງ​ ບໍລິສັດ​ ຈະເລີນ​ເຊກອງ​ ກໍ່ສ້າງ​,​ ຫົວໜ່ວຍທຸລະກິດ,​ ນະຄອນປາກເຊ ແລະ​ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ.​
ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ

ຮອງປະທານປະເທດເນັ້ນ7 ບັນຫາສໍາຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ຢ່າງຕັ້ງໜ້າ

ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໄດ້ມີຄໍາເຫັນເນັ້ນໜັກ 7 ບັນຫາສຳຄັນໃຫ້ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນເອົາໃຈໃສ່ເພື່ອເຮັດໃຫ້ວຽກງານຊາວໜຸ່ມມີການຫັນປ່ຽນຢ່າງຕັ້ງໜ້າ ໃນໂອກາດເຂົ້າຮ່ວມກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ສະໄໝທີ VIII ໃນລະຫວ່າງວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດນີ້ ທີ່ສູນກິດຈະກຳຄົບວົງຈອນຊາວໜຸ່ມ ສຊປລ ໂດຍມີສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍແຂກຖືກເຊີນ, ບັນດາສະຫາຍເລຂາຊາວໜຸ່ມສູນກາງ-ແຂວງທົ່ວປະເທດເຂົ້າຮ່ວມ.
ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ສະມາຄົມເມຍການນຳມອບເຄື່ອງໃຫ້ທະຫານ ທີ່ປະຈໍາປ່ອມແນວໜ້າ

ໃນວັນທີ 1 ກໍລະກົດນີ້, ສະມາຄົມເມຍການນໍາເມືອງບໍ່ແຕນ ແຂວງໄຊຍະບູລີ ອຸປະໂພກ ແລະບໍລິໂພກ ໃຫ້ທະຫານທີ່ເຮັດໜ້າທີ່ປະຈຳປ່ອມແນວໜ້າ, ເປັນກຽດເຂົ້າຮ່ວມພິທີມອບເຄື່ອງດັ່ງກ່າວ, ມີທ່ານບຸນພະລັງ ວິໄລສັກ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະ.
ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານເມືອງປາກກະດິງ

ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານເມືອງປາກກະດິງ

ໃນວັນທີ 1 ກໍລະກົດນີ້ ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ເອກະສານການຫັນເປັນດິຈິຕອນ ໃຫ້ພະນັກງານ ແລະ ພາກທຸລະກິດ ອ້ອມຂ້າງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ.
ເພີ່ມເຕີມ