ສຳມະນາການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ

ສຳມະນາການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ
ອົງການປະກັນສັງຄົມແຫ່ງຊາດ (ອປຊ) ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບຂຶ້ນ ໃນວັນທີ 19 ຕຸລາ ນີ້ ທີ່ຫ້ອງປະຊຸມໃຫຍ່ ອປຊ, ໃຫ້ກຽດເປັນປະທານໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ຊີ້ນຳຂົງເຂດວັດທະນາທໍາ-ສັງຄົມ, ມີລັດຖະມົນຕີ ແລະ ຮອງ ລັດຖະມົນຕີ ບັນດາກົມທີ່ກ່ຽວຂ້ອງ ເຂົ້າຮ່ວມ.
    ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກ່າວວ່າ: ວຽກງານປະກັນສັງຄົມ ແລະ ວຽກງານປະກັນສຸຂະພາບ ແມ່ນນະໂຍບາຍໜຶ່ງ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດນະໂຍບາຍສັງຄົມຂອງພັກ ແລະ ລັດຖະບານ ໂດຍຖືເອົາໝາກຜົນຂອງການພັດທະນາ ເພື່ອເປັນຫຼັກຄໍ້າປະກັນຄວາມສ່ຽງທີ່ເກີດຈາກດ້ານເສດຖະກິດ-ສັງຄົມ ສຳລັບສະມາຊິກຂອງລະບົບປະກັນສັງຄົມ ແລະ ປະກັນສຸຂະພາບ ແລະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍທັດສະນະຂອງພັກທີ່ວ່າ ສ້າງສັງຄົມໃຫ້ມີຄວາມສາມັກຄີ ປອງດອງ, ຍຸຕິທໍາ ແລະ ສີວິໄລ  ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຍຸດທະສາດການປັກປ້ອງສັງຄົມແຫ່ງຊາດທີ່ປະກາດໃຊ້ໃນປີ 2020 ທີ່ໄດ້ກຳນົດ 3 ໜ້າວຽກຕົ້ນຕໍ ຄື: ວຽກງານປະກັນສັງຄົມ, ວຽກງານປະກັນສຸຂະພາບ ແລະ ວຽກງານສະຫວັດດີການສັງຄົມ ແນໃສ່ຮັບປະກັນສິດຜົນປະໂຫຍດການປົກປ້ອງສັງຄົມດ້ານພື້ນຖານໃຫ້ແກ່ປະຊາຊົນບັນດາເຜົ່າກໍຄືຜູ້ອອກແຮງງານ ແລະ ສາມາດເຂົ້າເຖິງການບໍລິ ການປິ່ນປົວສຸຂະພາບທີ່ຈຳເປັນພື້ນຖານ.
  ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໂດຍ ທ່ານຍັງລາຍງານໃຫ້ຮູ້ຕື່ມອີກວ່າ: ວຽກງານປະກັນສຸຂະພາບ ໃນໄລຍະກ່ອນປີ 2019, ການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບ ແມ່ນອົງການປະກັນສັງຄົມ ໄດ້ເຮັດສັນຍາໂດຍກົງກັບບັນດາໂຮງໝໍທຸກໆປີຈະມີການທົບທວນ ແລະ ປັບປຸງສັນຍາຮ່ວມກັນ; ຈາກນັ້ນ ນັບແຕ່ເດືອນກໍລະກົດ 2019, ອົງການປະກັນສັງຄົມ ໄດ້ມອບໂອນເງິນຮ່ວງກອງທຶນອຸດໜູນປະກັນສຸຂະພາບ ຕາມຊັດສ່ວນ 1,25% ຂອງເງິນສົມທົບຂອງຜູ້ປະກັນຕົນ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານ ໃນການໂອນໃຫ້ບັນດາໂຮງໝໍຕາມລະບຽບການ ຊຶ່ງທາງ ອປຊ ໄດ້ໂອນງົບປະມານດັ່ງກ່າວເປັນລາຍເດືອນຢ່າງປົກກະຕິໃຫ້ຫ້ອງການປະກັນສຸຂະພາບ (ຫກປຊ) ເລີ່ມແຕ່ເດືອນ 7/2019-8/2023 ລວມເປັນເງິນທັງຫມົດ 556 ຕື້ກວ່າກີບ ຫຼື ສະເລ່ຍ 130 ຕື້ກີບ/ປີ.
ໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ຕົວຈິງກໍເຫັນໄດ້ວ່າ ມີຫຼາຍດ້ານກໍໄດ້ຮັບການຈັດຕັ້ງປະຕິບັດໄດ້ດີ ແລະ ກໍມີບາງດ້ານບໍ່ທັນໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທົ່າທີ່ຄວນ ກາຍເປັນບັນຫາທ້າທາຍໃນສັງຄົມ ເຮັດໃຫ້ມີການຮ້ອງຮຽນຈາກສັງຄົມ ໂດຍສະເພາະຈາກສະມາຊິກປະກັນສັງຄົມເປັນຈຳນວນຫຼາຍ ເປັນຕົ້ນ: ການນຳໃຊ້ບັດປະກັນສັງຄົມເວລາໄປປິ່ນປົວຢູ່ໂຮງຫມໍ ບໍ່ໄດ້ຮັບການບໍລິການທີ່ມີຄຸນນະພາບເທົ່າທີ່ຄວນ, ໄດ້ຈ່າຍເງິນຄ່າປິ່ນປົວ, ຄ່າຢາ, ຄ່າອຸປະກອນການແພດ, ຄ່າກວດວິເຄາະຕ່າງໆ, ຄ່າທຳນຽມ ແລະ ອື່ນໆ ຈຶ່ງມີຄວາມຈໍາເປັນເພື່ອຫາຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ຫຼຸດຜ່ອນບັນດາຫາງສຽງຂອງສັງຄົມ.
ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ  ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມ ດັ່ງນີ້: ສືບຕໍ່ສ້າງເງື່ອນໄຂ ໃນການຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ກວມເອົາທຸກກຸ່ມເປົ້າໝາຍ ແນໃສ່ສ້າງຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງຂອງກອງທຶນປະກັນສັງຄົມ, ພິຈາລະນາເບິ່ງກ່ຽວກັບທາງເລືອກໃນການມອບໂອນການປະກັນສຸຂະພາບ ສຳລັບຜູ້ທີ່ເປັນສະມາຊິກປະກັນສັງຄົມຄືນໃຫ້ ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດຕັ້ງປະຕິບັດໄປຄຽງຄູ່ກັບ 8 ການອຸດໜູນຕາມກົດໝາຍວ່າດ້ວຍການປະກັນສັງຄົມ, ໃຫ້ທັງສອງຂະແໜງການຮີບຮ້ອນປຶກສາຫາລືແກ້ໄຂບັນດາຂອດທີ່ຍັງອຸດຕັນ, ບໍ່ສອດຄ່ອງ, ບໍ່ມີຄວາມເປັນເອກະພາບ, ປັບປຸງນິຕິກຳໃຫ້ສຳເລັດໂດຍໄວ ໂດຍກຳນົດນະໂຍບາຍລາຍການຄຸ້ມຄອງການບໍລິການດ້ານການແພດ ແຕ່ລະເປົ້າໝາຍໃຫ້ຊັດເຈນ, ມີຄວາມສອດຄ່ອງ ແລະ                   ເໝາະສົມກັບຄວາມສາມາດຕົວຈິງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດທີ່ເອກະພາບ ແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ. ປັບປຸງກົນໄກການເຮັດວຽກ, ການປະສານງານກັນລະຫວ່າງ ອົງການປະກັນສັງຄົມ, ບັນດາໂຮງໝໍ ແລະ ຫ້ອງການປະກັນສຸຂະພາບ ແຕ່ລະຂັ້ນຄຸ້ມຄອງ ເພື່ອຮັບປະກັນການບໍລິການທີ່ເໝາະສົມ ຫຼຸດຜ່ອນບັນດາຫາງສຽງການຮ້ອງຮຽນ ແລະ ວິພາກວິຈານ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄວ້າງົບປະມານໃຫ້ພຽງພໍ ຮັບປະກັນໃຫ້ສາມາດສະໜອງຢາ, ອຸປກອນການແພດ ແລະ ສະໜອງການປິ່ນປົວຕາມນະໂຍບາຍ ແລະ ສອງຂະແໜງການຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການໂຄສະນາປະຊາສຳພັນ ໂດຍໃຫ້ປະຕິບັດຢ່າງຕໍ່ເນື່ອງ ດ້ວຍຫຼາກຫຼາຍຊ່ອງທາງ ແລະ ວິທີການ ເພື່ອຮັບປະກັນໃຫ້ທຸກກຸ່ມເປົ້າໝາຍເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ, ຮັບຮູ້ໄດ້ເຖິງຄວາມສຳຄັນຂອງວຽກງານປົກປ້ອງທາງສັງຄົມ ໂດຍສະເພາະວຽກງານປະກັນສັງຄົມ ແລະ ປະກັນສຸຂະພາບ ແລະ ໃຫ້ສະມາຊິກທຸກຄົນສາມາດເຂົ້າເຖິງການບໍລິການ ແລະ ການອຸດໜູນ ຕາມສິດທິ ແລະ ຜົນປະໂຫຍດທີ່ໄດ້ກຳນົດໃນກົດໝາຍ ແລະ ລະບຽບການ. 
ຂ່າວ-ພາບ: ຕຸໄລເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ