ສໍາມະນາກ່ຽວກັບຄູ່ຮ່ວມຊາຕາກໍາ ລາວ-ຈີນແລະ ຄູ່ຮ່ວມຊາຕາກໍາຂອງມວນມະນຸດ

ສໍາມະນາກ່ຽວກັບຄູ່ຮ່ວມຊາຕາກໍາ ລາວ-ຈີນແລະ ຄູ່ຮ່ວມຊາຕາກໍາຂອງມວນມະນຸດ
ສະຖາບັນການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້ “ເພີ່ມທະວີການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ແລະ ຄູ່ຮ່ວມຊາຕາກໍາຂອງມວນມະນຸດ ເພື່ອເສີມຂະຫຍາຍ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ”ເພື່ອເປັນການລະນຶກເຖິງ ແລະ ສະເຫຼີມສະຫຼອງຜົນສໍາເລັດຂອງການຈັດຕັ້ງປະຕິບັດ 5 ຫຼັກການດັ່ງກ່າວ ຄົບຮອບ 70 ປີ, ໂດຍສະເພາະ ໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ຊຶ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ພຶດສະພານີ້ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ໃນກອງປະຊຸມສໍາມະນາຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ແລະ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເປັນປະທານກິດຕິມະສັກ ແລະ ກ່າວເປີດກອງປະຊຸມໂດຍທທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໂດຍມີຄະນະນໍາກະຊວງ,ທູດອາວຸໂສບໍານານ,ບັນດາຄະນະກົມ, ຄະນະພະແນກ, ພະນັກງານຈາກກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ສປ ຈີນ, ແຂກຖືກເຊີນເຂົ້າຮ່ວມ. 
ກອງປະຊຸມ ໄດ້ຮັບຟັງການກ່າວຄໍາເຫັນຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ໄດ້ເນັ້ນໃສ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ທີ່ຖືກໝູນໃຊ້ຢ່າງກວ້າງຂວາງ ແລະ ຢຶດໝັ້ນເປັນຫຼັກການພື້ນຖານໃນການຮ່າງກົດໝາຍລະຫວ່າງປະເທດ ແລະ ກໍານົດທິດທາງການພົວພັນລະຫວ່າງລັດຖະບານຕໍ່ລັດຖະບານຊຶ່ງ ສປປ ລາວ ກໍໄດ້ນໍາໃຊ້ຫຼັກການດັ່ງກ່າວ ເປັນບ່ອນອີງອັນແໜ້ນແກ່ນໃນການເປີດກວ້າງການຮ່ວມມືສາກົນ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປົກປ້ອງສິດ ແລະ ເອກະລາດຂອງລາວໃນເວທີສາກົນຕະຫຼອດໄລຍະຕໍ່ສູ້ກູ້ຊາດຈົນກ້າວໄປສູ່ການສະຖາປະນາ ສປປ ລາວ ໃນປີ 1975 ແລະ ຍັງເປັນແນວທາງພື້ນຖານໃຫ້ແກ່ຂະບວນວິວັດຂອງການພົວພັນຮ່ວມມືລະຫວ່າງສອງຊາດ ລາວ-ຈີນ ໃນອະດີດຜ່ານມາ ພ້ອມທັງເປັນເຂັມທິດເຍືອງທາງໃຫ້ແກ່ການສ້າງແຜນແມ່ບົດວ່າດ້ວຍ“ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ”ຊຶ່ງແມ່ນເອກະສານການເມືອງທີ່ມີຄວາມໝາຍຄວາມສໍາຄັນທາງດ້ານຍຸດທະສາດໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດລາວ-ຈີນໃນປັດຈຸບັນແລະອະນາຄົດໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງແລະນັບມື້ໄດ້ຮັບໝາກຜົນເປັນຮູບປະທໍາ. 
ກອງປະຊຸມສໍາມະນາ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກທ່ານ ຫວາງ ຊາງ ອຸປະທູດຊົ່ວຄາວສະຖານເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ແລະ ທ່ານ ນາງ ວິທະຍາ ໄຊຍະວົງຫົວໜ້າສະຖາບັນການຕ່າງປະເທດທີ່ໄດ້ສະເໜີຈຸດກໍາເນີດຂອງ 5 ຫຼັກການດັ່ງກ່າວ ທີ່ຖືກສະເໜີຂຶ້ນໃນປີ 1954ເພື່ອນໍາໃຊ້ເປັນຫຼັກການພື້ນຖານໃນການພົວພັນລະຫວ່າງສາມຊາດ ກໍຄື ຈີນ, ອິນເດຍ ແລະ ມຽນມາ. ຫຼັງຈາກນັ້ນ,5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິໄດ້ກາຍເປັນຫຼັກການພື້ນຖານສໍາຄັນ ທີ່ຖືກນໍາໃຊ້ຢ່າງກວ້າງຂວາງໃນການພົວພັນລະຫວ່າງບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ. ຕະຫຼອດໄລຍະ70ປີຜ່ານມາ,5 ຫຼັກການດັ່ງກ່າວ ໄດ້ສືບຕໍ່ສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ປະຊາຄົມໂລກ, ເປັນບ່ອນອີງສໍາຄັນຂອງການພົວພັນສາກົນ ແລະ ກົດໝາຍສາກົນ ທີ່ແທດເໝາະກັບສັງຄົມທຸກລະບອບ, ການພັດທະນາທຸກຮູບແບບ, ຮັກສາໄດ້ສິດຜົນປະໂຫຍດຂອງບັນດາປະເທດຕ່າງໆ ແລະ ລະດັບຂອງການພັດທະນາ ນໍາເອົາສິດສະເໝີພາບອັນແທ້ຈິງມາສູ່ປະຊາຊົນ ແລະ ຕ້ານກັບການຜູກຂາດຕໍ່ກິດຈະການສາກົນ ຫຼື ການເປັນເຈົ້າໂລກພຽງຜູ້ດຽວ, ເປັນເຄື່ອງມືອັນສັກສິດໃນການຮັກສາສິດອະທິປະໄຕ ແລະ ເອກະລາດຂອງປະເທດກໍາລັງພັດທະນາ, ເປັນຄັນທຸງແຫ່ງການຮ່ວມມືກັນ, ເສີມຂະຫຍາຍຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ເພື່ອນໍາໄປສູ່ການຮ່ວມມືຮອບດ້ານ, ພ້ອມທັງປະກອບສ່ວນຊຸກຍູ້ກໍ່ສ້າງລະບຽບຂັ້ນຕອນຂອງການເມືອງ-ເສດຖະກິດສາກົນໃຫ້ມີຄວາມສະເໝີພາບ ແລະ ເປັນເຄື່ອງມືໃນການແກ້ໄຂບັນຫາຂໍ້ຂັດແຍ່ງທາງປະຫວັດສາດລະຫວ່າງປະເທດ. 
ສໍາລັບ ສປປ ລາວ, ຕະຫຼອດຫຼາຍສິບປີຜ່ານມາປະເທດເຮົາແມ່ນຍາມໃດກໍໄດ້ຢຶດໝັ້ນການເປີດກວ້າງການຮ່ວມມືສາກົນ ຕາມທິດ “ເພີ່ມມິດ-ຫຼຸດຜ່ອນສັດຕູ” ແລະ ໄດ້ຂະຫຍາຍສາຍພົວພັນຮ່ວມມື ທັງພາກລັດ, ສາຍພັກ ແລະຜ່ານອົງການຈັດຕັ້ງມະຫາຊົນ ກໍຄືກັບອົງການຈັດຕັ້ງສາກົນຢ່າງກວ້າງຂວາງ, ສ້າງສາຍພົວພັນມິດຕະພາບຮ່ວມມືອັນກວ້າງຂວາງກັບນາໆຊາດບົນຫຼັກການແຫ່ງຄວາມສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງກັນແລະກັນ,ບໍ່ແຊກແຊງເຂົ້າໃນກິດຈະການຂອງກັນແລະກັນ, ບໍ່ຂົ່ມຂູ່ແລະບໍ່ໃຊ້ກໍາລັງຮຸນແຮງຕໍ່ກັນແລະແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດດ້ວຍສັນຕິວິທີ ຊຶ່ງທັງໝົດທີ່ກ່າວມານັ້ນ ກໍລ້ວນແຕ່ສະແດງເຖິງຫຼັກການອັນເປັນພື້ນຖານ ຂອງ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ.
(ຂ່າວ: ສະຖາບັນການຕ່າງປະເທດ;ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ