ສໍາມະນາເພື່ອຮັບຟັງຄໍາຄິດເຫັນກ່ຽວກັບກອງທຶນກິລາ

ສໍາມະນາເພື່ອຮັບຟັງຄໍາຄິດເຫັນກ່ຽວກັບກອງທຶນກິລາ
ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາ ເພື່ອຮັບຟັງຄຳຄິດ-ຄຳເຫັນຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍາ ນະຄອນຫຼວງວຽງຈັນ ໃນວັນທີ 28 ພະຈິກຜ່ານມາທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນກໍາມະການປະຈໍາພັກຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນນະຄອນຫຼວງ, ພະແນກການທີ່ກ່ຽວຂ້ອງ, ອົງການປົກຄອງ ພ້ອມດ້ວຍແຂກຖືກເຊີນ.
ໃນກອງປະຊຸມ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລາຍງານຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ-ກາຍຍະກໍາ ນະຄອນຫຼວງວຽງຈັນ ວ່າ: ເພື່ອເປັນການສຸມໃສ່ພັດທະນາກິລາໃຫ້ມີຄວາມເຂັ້ມແຂງ ແລະ ການຄຸ້ມຄອງງົບປະມານຮັບໃຊ້ພັດທະນານັກກິລາໃຫ້ໄດ້ຮັບຜົນສູງ, ເພື່ອກຽມໃສ່ງານມະຫະກຳກິລາແຫ່ງຊາດຄັ້ງທີ XII ແລະ ກິລາພາລາເກມຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບໃນປີ2025 ພ້ອມທັງພັດທະນານັກກິລາ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມແຂ່ງຂັນໃນພາກພື້ນ ແລະ ສາກົນ. ດັ່ງນັ້ນ, ພະແນກສຶກສາທິການ ແລະ ກິລາ ຈຶ່ງໄດ້ເລີ່ມຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ-ກາຍຍະກຳ ນະຄອນຫຼວງວຽງຈັນ ຂຶ້ນນັບແຕ່ປີ 2018 ເປັນຕົ້ນມາ; ມາເຖິງວັນທີ 24 ພະຈິກ 2023 ພະແນກສຶກສາທິການ ແລະ ກິລາໄດ້ນໍາຮ່າງຂໍ້ຕົກລົງສະບັບນີ້ ເຂົ້າຜ່ານລາຍງານໃນກອງປະຊຸມຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ຊຶ່ງທ່ານປະທານກອງປະຊຸມ ໄດ້ມີທິດໃຫ້ປັບປຸງທາງດ້ານເນື້ອໃນ ແລະ ເຫັນດີໃຫ້ນຳຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ-ກາຍຍະກໍາ ເຂົ້າຜ່ານໃນກອງປະຊຸມສຳມະນາຄັ້ງນີ້.
ໂຄງຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ-ກາຍຍະກໍາ ປະກອບມີ 8 ໝວດ, 30 ມາດຕາ. ຖ້າຫາກວ່າ ຮ່າງຂໍ້ຕົກລົງສະບັບນີ້ຖືກຮັບຮອງ ຈະເປັນການພັດທະນາຊັບພະຍາກອນມະນຸດຂອງ ນະຄອນຫຼວງວຽງຈັນ ມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດທີ່ແຂງແຮງ, ສ້າງໃຫ້ຄົນເຮົາເປັນຜູ້ທີ່ມີຄວາມດຸໝັ່ນ, ອົດທົນ, ທຸ່ນທ່ຽງ, ເຂັ້ມແຂງ, ມີຄວາມເສຍສະຫຼະ, ມີລະບຽບວິໄນ, ມີນ້ຳໃຈຮັກຊາດ, ເຮັດໃຫ້ສັງຄົມມີຊີວິດຊີວາແລະມີບັນຍາກາດເບີກບານມ່ວນຊື່ນ;ສົ່ງເສີມການສ້າງຂະບວນການກິລາ-ກາຍຍະກຳມວນຊົນແລະການສ້າງກິລາລະດັບສູງກ້າວໄປເຖິງການສ້າງກິລາອາຊີບ ແລະ ອະນຸລັກ, ພັດທະນາກິລາ-ພື້ນເມືອງ ຂອງປະຊາຊົນລາວບັນດາເຜົ່າ, ກິລາ-ກາຍຍະກຳອະນຸຊົນ, ເຍົາວະຊົນ, ຊາວໜຸ່ມ, ນັກຮຽນ, ນັກສຶກສາ, ຜູ້ອາຍຸສູງ, ຜູ້ຍິງ ແລະ ຄົນພິການ;  ຊຸກຍູ້, ສົ່ງເສີມ ພັດທະນາກິລາ-ກາຍຍະກຳໂດຍການສ້າງໂຄງລ່າງພື້ນຖານ, ສະໜອງງົບປະມານ, ພາຫະນະ, ວັດຖຸອຸປະກອນ, ຄູຝຶກ, ຜູ້ຊ່ຽວຊານບຸກຄະລາກອນກິລາ-ກາຍຍະກຳພາຍໃນນະຄອນຫຼວງວຽງຈັນໂດຍມີນະໂຍບາຍສົ່ງເສີມສະເພາະແກ່ນັກກິລາທີ່ມີພອນສະຫວັນແລະມີຜົນງານດີເດັ່ນ;  ຈະໄດ້ມີງົບປະມານພຽງພໍເພື່ອກຽມໃສ່ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ແລະ ກິລາພາລາເກມຄັ້ງທີ IV ທີ່ນະຄອນຫຼວງວຽງຈັນຈະເປັນເຈົ້າພາບໃນປີ 2025. 
 (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ