ກອງປະຊຸມສໍາມະນາທາງວິຊາການໃນຫົວຂໍ້:“ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ”

ສຳມະນາທາງວິຊາການ “ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ”

ສຳມະນາທາງວິຊາການ “ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ”
ສະຖາບັນເລືອດແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາທາງວິຊາການໃນຫົວຂໍ້:“ມາດຕະການໃນການຮັບປະກັນ ການສົ່ງເລືອດທີ່ປອດໄພ” ຂຶ້ນໃນວັນທີ 19 ທັນວານີ້ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ


ປະທານອົງການກາແດງແຫ່ງຊາດລາວ, ທ່ານH.E Mr. Taiju Kikuchiຕາງໜ້າສະຖານທູດຍີ່ປຸ່ນປະຈໍາລາວ,ທ່ານ Daido Fujitaຊ່ຽວຊານທີ່ປຶກສາໂຄງການພັດທະນາຄວາມໝັ້ນຄົງຂອງມະນຸດ, ສະຖານທູດຍີ່ປຸ່ນ, ມີບັນດາທ່ານຜູ້ຊ່ຽວຊານ ຈາກສູນເລືອດ ອົງການກາແດງຍີ່ປຸ່ນ,ຕາງໜ້າາກົມປີ່ນປົວ ກະຊວງສາທາລະນະສຸກ, ຄະນະອຳນວຍການໂຮງໝໍສູນກາງ, ບັນດາແຂກຖືກເຊີນ ພ້ອມດ້ວຍຄະນະແລະພະນັກງານວິຊາການ.
ທ່ານ ຄໍາລາວັນ ຈັນທະລາວັນ ກ່າວວ່າ: ກອງປະຊຸມສຳມະນາທາງວິຊາການໃນຫົວຂໍ້ “ມາດຕະການໃນການຮັບປະກັນການສົ່ງເລືອດທີ່ປອດໄພ” ໂດຍໄດ້ຮັບການສະໜັບສະໜູນຂອງຜູ້ຊ່ຽວຊານຈາກປະເທດຍີ່ປຸ່ນໃນມື້ນີ້ ຖືວ່າສຳຄັນ ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງ ວິຊາການທີ່ເຮັດວຽກຕົວຈິງໃນວຽກງານການສົ່ງເລືອດຂອງສອງປະເທດ ເພືຶ່ອພ້ອມກັນພັດທະນາໃຫ້ວຽກງານການສົ່ງເລືອດຢູ່ ສປປ ລາວ ໃຫ້ມີຄວາມປອດໄພ ແລະ ມີຄຸນນະພາບຫຼາຍຂຶ້ນ.ເລືອດແມ່ນບໍ່ສາມາດໄດ້ມາຈາກແຫຼ່ງອື່ນໄດ້, ນອກຈາກການບໍລິຈາກ ຂອງມະນຸດດ້ວຍກັນເທົ່ານັ້ນ. ປັດຈຸບັນ ເຖິງແມ່ນວ່າ ວິທະຍາສາດຈະທັນສະໄໝກໍຕາມ ແຕ່ກໍຍັງບໍ່ທັນສາມາດຜະລິດເລືອດໄດ້ເທື່ອ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປຸກລະດົມການບໍລິຈາກເລືຶອດໃນທົ່ວສັງຄົມ. ເລືອດ ແລະຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກສາມາດຊ່ວຍຊີວິດຄົນເຈັບໄດ້ ແລະ ການຕອບສະໜອງເລືອດເຂົ້າໃນການປິ່ນປົວ ຍັງເປັນສິ່ງສໍາຄັນໃນການພັດທະນາຄຸນນະພາບຊີວິດທັງໃນການຮັກສາຊີວິດຂອງແມ່ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ເປັນການປະກອບສ່ວນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ໂດຍສະເພາະສະພາບໂຕເລກການຕາຍຂອງແມ່ທີ່ເກີດລູກໃນແຕ່ລະປີ ຢູ່ ສປປ ລາວ ແມ່ນຍັງສູງ ແລະ ມີຫຼາຍກໍລະນີ ທີ່ມີອາການສົນ ຊຶ່ງຈໍາເປັນຕ້ອງມີເລືອດຕອບສະໜອງໃຫ້ພຽງພໍ ແລະ ປອດໄພ ຢູ່ໃນທຸກລະດັບ ແຕ່ສູນກາງຮອດທ້ອງຖີ່ນ.
ນອກນັ້ນ, ກໍຍັງມີຄົນເຈັບເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງເນື່ອງຈາກພະຍາດໄຂ້ຍຸງ(Malaria), ໄຂ້ເລືອດອອກລວມເຖິງຄົນເຈັບທີ່ຜິດປົກກະຕິຂອງລະບົບການສ້າງເມັດເລືອດໃນແອ້ກະດູກ. ການຜ່າຕັດຊະນິດຕ່າງໆ, ອຸບັດເຫດໃນພາວະສຸກເສີນ, ໄພທໍາມະຊາດ, ຄົນເຈັບພະຍາດເລືອດ, ທາລາດເຊເມຍ, ພະຍາດມະເຮັງ, ໄຂ່ຫຼັງຊຸດໂຊມ ລ້ວນແລ້ວແຕ່ມີຄວາມຈໍາເປັນຕ້ອງການເລືອດເພື່ອໃຫ້ມີຊີວິດຢູ່ລອດ. ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ການມີເລືອດພຽງພໍເພື່ອຕອບສະໜອງໃຫ້ແກ່ຄົນເຈັບ ຖືວ່າ ເປັນປັດໃຈໜຶ່ງທີ່ຂາດບໍ່ໄດ້ຢູ່ໃນປະເທດຂອງພວກເຮົາ ລວມທັງຢູ່ໃນໂລກ.
ສໍາລັບ ສປປລາວ, ເພື່ອໃຫ້ມີການບໍລິຈາກເລືອດຢ່າງສະໝໍ່າສະເໝີ,ພຽງພໍ ແລະປອດໄພທັງຜູ້ໃຫ້ ແລະຜູ້ຮັບນັ້ນໜ່ວຍງານພາກລັດ, ອົງການກາແດງແຫ່ງຊາດລາວ, ສະຖາບັນເລືອດແຫ່ງຊາດ ແລະກະຊວງສາທາລະນະສຸກ ພ້ອມທັງ ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ໄດ້ດຳເນີນການກຽມຄວາມພ້ອມໃນການວາງໂຄງສ້າງການຮັບບໍລິຈາກເລືອດທີ່ຈະເພີ່ມຫຼາຍຂຶ້ນຈາກຜູ້ບໍລິຈາກເລືອດແບບສະໝັກໃຈ, ການບໍລິຫານຈັດການດ້ານສຸຂະພາບຂອງຜູ້ບໍລິຈາກເລືອດ ເພື່ອໃຫ້ມີຄຸນນະພາບດ້ານການບໍລິການໃຫ້ແກ່ຜູ້ບໍລິຈາກເລືອດ, ຄວບຄຸມຄຸນນະພາບການກວດວິເຄາະ ແລະການຄວບຄຸມຄຸນນະພາບໃນການເກັບຮັກສາເລືອດ ແລະ ສ່ວນປະກອບຂອງເລືອດ ແມ່ນມີຕາໜ່າງການບໍລິການເລືອດ ເຊັ່ນ: ສະຖາບັນເລືອດແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ, ສູນເລືອດແຂວງ 17 ແຂວງ ແລະ ໜ່ວຍເກັບຮັກສາເລືອດຂັ້ນເມືອງ 32 ເມືອງ. ໂດຍໄດ້ມີການຕັ້ງເປົ້າໝາຍເພື່ອສູ້ຊົນໃຫ້ບັນລຸໃນແຕ່ລະປີ ແລະ ມີລັກສະນະເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ທ່ານ ຄໍາລາວັນ ຈັນທະລາວັນ ກ່າວຕື່ມວ່າ: ເລືອດທີ່ປອດໄພ ແມ່ນມາຈາກຜູ້ບໍລິຈາກເລືອດແບບສະໝັກໃຈທີ່ປອດໄພ, ຕ້ອງໄດ້ຜ່ານຂັ້ນຕອນທາງດ້ານວິຊາການຢ່າງເຂັ້ມງວດໃນການກວດວິເຄາະ, ການແຍກສ່ວນປະກອບຂອງເລືອດ, ການເກັບຮັກສາ ແລະ ການຂົນສົ່ງໃນເງື່ອນໄຂທີ່ຖືກຕ້ອງ. ອັນສຳຄັນອີກກໍແມ່ນການນໍາໃຊ້ເລືອດແລະສ່ວນປະກອບຂອງເລືອດຂອງບັນດາທ່ານໝໍແລະພະຍາບານຢູ່ຕາມສະຖານທີ່ປິ່ນປົວຕ່າງໆຍິ່ງມີຄວາມສຳຄັນເພື່ອຮັບປະກັນໃຫ້ມີການນໍາໃຊ້ເລືອດທີ່ສົມເຫດສົມຜົນ ແລະ ມີຄວາມປອດໄພສູງສຸດ.
ໂອກາດດັ່ງກ່າວ, ທ່ານ ຄໍາລາວັນ ຈັນທະລາວັນຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມ ນໍາເອົາປະສົບການ, ບົດຮຽນ ມາແລກປ່ຽນຊຶ່ງກັນແລະກັນ ພ້ອມທັງ ຂໍ້ສະເໜີແນະຕ່າງໆ ທີ່ໄດ້ສົນທະນານໍາກັນໄປສືບຕໍ່ ແລະ ນໍາໃຊ້ໃນສະຖານທີ່ປິ່ນປົວທີ່ຕົນເຮັດວຽກຢູ່ທັງຖອດຖອນແລກປ່ຽນບົດຮຽນໃຫ້ກັບເພື່ອນຮ່ວມງານ ພ້ອມກັນປະຕິບັດຕາມຫຼັກການສາກົນໃນດ້ານຄວາມປອດໄພຂອງການສົ່ງເລືອດ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ