ສຳມະນາວິທະຍາສາດ "ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ"

ສຳມະນາວິທະຍາສາດ "ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ"

ສຳມະນາວິທະຍາສາດ "ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ"
ກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: "ຈັນຍາບັນວິຊາຊີບຂອງຜູ້ທີ່ປະກອບອາຊີບສຳເນົາເອກະສານ" ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ຕຸ​ລານີ້ ທີ່ ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ (ຫ​ສນຍ) ໂດຍການເປັນປະທານຂອງ ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດ; ມີທ່ານ ຈ້ຽວ ວັນ ເກື່ອງ ປະທານສະມາຄົມເອກະສານ-ສໍາເນົາຫວຽດນາມ ອະດີດຮອງລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ, ພ້ອມດ້ວຍຄະນະຊ່ຽວຊານ ຈາກສະມາຄົມສຳເນົາເອກະສານຫວຽດນາມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳມະນາວທະຍາສາດ "ຈນຍາບນວຊາຊບຂອງຜປະກອບອາຊບສຳເນາເອກະສານ" - image 1
 

 

ການຈັດກອງປະຊຸມສຳມະນາຄັ້ງນີ້ ເພື່ອແນໃສ່ຍົກສູງຄວາມຮັບຮູ້ຄວາມເຂົ້າໃຈ, ເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງອາຊີບສໍາເນົາເອກະສານ ໂດຍສະເພາະຍົກສູງຈັນຍາບັນວິຊາຊີບ ໃຫ້ແກ່ຖັນແຖວພະນັກງານ-ລັດຖະກອນ ທີ່ປະຕິບັດໜ້າທີ່ຄຸ້ມຄອງ ແລະ ສໍາເນົາເອກະສານ ຢູ່ບັນດາການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂົ້າສູ່ມາດຕະຖານ ແລະ ລະບຽບການຫຼາຍຂຶ້ນ, ທັງມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ. ອັນສຳຄັນ ແມ່ນເປັນການຈັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍເອກະສານ ໃຫ້ເກີດໝາກຜົນເປັນຮູບປະທຳຕົວຈິງ. ນອກຈາກນີ້, ຍັງຖືເປັນຂີດໝາຍທີ່ສໍາຄັນ ຕໍ່ການພົວພັນຮ່ວມມື ໃນວຽກງານສໍາເນົາເອກະສານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ຈະເລີນງອກງາມຕະຫຼອດກາລະນານ.

ທ່ານ ບຸນຍົງ ສີສຸພັນ ໄດ້ກ່າວວ່າ: ວຽກງານສຳເນົາເອກະສານ ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ຕໍ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາການຈັດຕັ້ງຂັ້ນຕ່າງໆ ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້ ໂດຍສະເພາະແມ່ນຊ່ວຍຮັບປະກັນທາງດ້ານຂໍ້ມູນເອກະສານ ຢ່າງເປັນລະບົບ ເພື່ອໃຫ້ການນຳມີຄວາມເຫັນພິຈາລະນາ ແລະ ແກ້ໄຂວຽກງານຢ່າງທັນການ. ພ້ອມກັນນັ້ນ, ຍັງຊ່ວຍເກັບຮັກສາຂໍ້ມູນເອກະສານທີ່ສຳຄັນຂອງການຈັດຕັ້ງ ໄວ້ຢ່າງປອດໄພ, ທັງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ຂໍ້ມູນເອກະສານ ໄດ້ຢ່າງທັນການ, ເຊິ່ງຢາກເຮັດໄດ້ຄືແນວນັ້ນ, ຜູ້ທີ່ເຮັດວຽກງານຄຸ້ມຄອງ ແລະ ສຳເນົາເອກະສານ ຈະຕ້ອງຍົກສູງຄວາມຮູ້, ຄວາມສາມາດ ແລະ ມີຈັນຍາບັນໃນອາຊີບຂອງຕົນຢ່າງໜັກແໜ້ນ.

ສຳມະນາວທະຍາສາດ "ຈນຍາບນວຊາຊບຂອງຜປະກອບອາຊບສຳເນາເອກະສານ" - image 2
 

ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດນຳສະເໜີ ຈຳນວນ 3 ບົດ ຈາກຜູ້ຊ່ຽວຊານຂອງ ສປປ ລາວ ແລະ ສສ ຫວຽດນາມ ຄື: “ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ” ນໍາສະເໜີໂດຍທ່ານ ເຈິ່ນ ຮວ່າງ ຮອງປະທານສະມາຄົມເອກະສານ-ສຳເນົາຫວຽດນາມ, ອະດີດຮອງຫົວໜ້າກົມເອກະສານ ແລະ ສຳເນົາແຫ່ງລັດ, ກະຊວງພາຍໃນ, ສສ ຫວຽດນາມ; “ຈັນຍາບັນວິຊາຊີບຂອງພະນັກງານ-ລັດຖະກອນ ທີ່ເຮັດວຽກສຳເນົາເອກະສານ” ນໍາສະເໜີໂດຍ ທ່ານ ນາງ ສາຍໄໝ ອິນທະວົງ ຫົວໜ້າພະແນກທ້ອນໂຮມເອກະສານ ກົມເອກະສານແຫ່ງຊາດ ຫສນຍ ແລະ “ບາງບົດຮຽນກ່ຽວກັບຈັນຍາບັນວິຊາຊີບ ຂອງບໍລິສັດ ວິທະຍາສາດເຕັກໂນໂລຊີ ສຳເນົາເອກະສານ ໄຊງ່ອນ ຈຳກັດ ສຳເນົາເອກະສານປະຊາຊົນ” ນໍາສະເໜີໂດຍ ທ່ານ ຟ້າມ ທິ ເຮ້ ອະດີດອໍານວຍການສູນສຳເນົາເອກະສານແຫ່ງຊາດເລກ IV, ອຳນວຍການບໍລິສັດວິທະຍາສາດເຕັກໂນໂລຊີ ສຳເນົາເອກະສານໄຊງ່ອນ ຈຳກັດ.

ຂ່າວ: ກົມສຳເນົາເອກະສານແຫ່ງຊາດ, ຫສນຍ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ