ກອງປະຊຸມສຳມະນາວິທະຍາສາດວຽກງານວັດທະນະທຳ-ສັງຄົມ

ສຳມະນາວິທະຍາສາດວຽກງານວັດທະນະທຳ - ສັງຄົມ

ສຳມະນາວິທະຍາສາດວຽກງານວັດທະນະທຳ - ສັງຄົມ
ຫວ່າງບໍ່ດົນມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ, ກຳມາທິການວັດທະນະທຳ-ສັງຄົມ (ກວທສ) ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດວຽກງານວັດທະນະທຳ-ສັງຄົມ

 ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານ ກວທສ ໂດຍການເຂົ້າຮ່ວມໂອ້ລົມ ຂອງທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານປະທານ-ຮອງປະທານສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຊ່ຽວຊານອົງການອຸຍນີເຊັບ ແລະ ອົງການອາຫານໂລກ ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າ 6 ຫົວຂໍ້ຄື: 1. ນຳສະເໜີສະຖານະພາບຕົວຊີ້ບອກກ່ຽວກັບວຽກງານການສຶກສາຂອງເດັກນ້ອຍ ຈາກຜົນການສຳຫຼວດດັດຊະນີໝາຍສັງຄົມລາວໃນລະຫວ່າງ 5 ປີຜ່ານມາ (LSIS 2017-LSIS 2023), 2. ສະຖານະພາບຂອງເດັກໃນໄລຍະວິກິດການອັນຜັນຜວນ: ທົບທວນຄືນທ່າອ່ຽງທາງດ້ານມະຫາພາກໃນລະດັບສາກົນຕໍ່ການພັດທະນາແບບຍືນຍົງໃນອະນາຄົດ, 3. ການສ້າງຮາກຖານເພື່ອອະນາຄົດຂອງເດັກນ້ອຍໃນ ສປປ ລາວ, 4. ວຽກງານສາທາລະນະສຸກ ລວມມີການຄວບຄຸມການສູບຢາ, 5. ບົດນຳສະເໜີກ່ຽວກັບການສົ່ງເສີມສັກກະຍະພາບເດັກນ້ອຍ ແລະ ໄວໜຸ່ມ ໃນຍຸກຂອງການປ່ຽນແປງຕາມລະບົບປະຊາທິປະໄຕຂອງ ສປປ ລາວ, 6. ການສ້າງນະໂຍບາຍ ແລະ ແຜນຍຸດທະສາດການພັດທະນາທຶນດ້ານຊັບພະຍາກອນມະນຸດ.

(ຂ່າວ: ກວທສ ສພຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ  ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

​ ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ສະເຫຼີມສະຫຼອງບຸນກຸດສົງ ການ ຫຼື ຕຸດສົງການປີໃໝ່ລາວ ແມ່ນມີລັກສະນະເຈືອປົນກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດຖືເປັນບຸນປະເພນີຂອງປະເທດລາວຂອງເຮົາທີ່ມີແຕ່ບູຮານນະການ ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື 14-15-16 ເມສາຂອງທຸກໆປີ
ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ ນີ້ ຊຶ່ງໂຄງການດັ່ງກ່າວ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ,
ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກທຸລະກິດ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ແຂວງຄຳມ່ວນ ແລະ ແກ້ໄຂຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 8 ເມສານີ້ ທີ່ສຳນັກງານນານົກລັດຖະມົນຕີ,ຕາງໜ້າຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ແລະ ທ່ານ ສິລີລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະຫຼອງສົ່ງທ້າຍປີ ເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ຂຶ້ນໃນວັນທີ 9 ເມສານີ້, ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງ ພະອາຈານຖາວອນ ໄທພິມມະທອງ ປະທານສົງວັດຈັນທະບູລີສີສັດຕະນະພຸດ, ມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ພ້ອມ ດ້ອຍພັນລະຍາ, ມີພະເຖລານຸເຖລະ, ບັນ ດາຮອງຫົວໜ້າ ຄອສພ, ຫົວໜ້າກົມ-ຮອງ ກົມ, ອະດີດພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ, ແຂກຖືກເຊີນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມຍິນດີຕໍ່ການບັນລຸຂໍ້ຕົກລົງຢຸດຍິງ ເປັນເວລາ 2 ອາທິດ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ໃນວັນທີ 7 ເມສາ 2026 ຜ່ານມາ ຊຶ່ງຖືເປັນບາດກ້າວອັນສຳຄັນ ໃນການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ໃນພາກພື້ນ ແລະ ໃນໂລກ.
ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວໄລຍະປີ 1986-2025 ໃນວັນທີ 6 ເມສາຜ່ານມາ ທີ່ ສວສ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ພ້ອມດ້ວຍອະດີດການນຳ ສສກ, ສວສ, ຫົວໜ້າກົມປະກັນຄຸນນະພາບການສຶກສາ ຄະນະອັກສອນສາດ ມຊ, ວິທະຍາໄລສົງອົງຕື້, ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ຄະນະຮຽບຮຽງ, ຄະນະກວດແກ້ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ນວ ຈະສືບຕໍ່ຕອບໂຕ້-ຟື້ນຟູ ຫຼັງໄພພິບັດພາຍຸໝາກເຫັບຕົກ

ນວ ຈະສືບຕໍ່ຕອບໂຕ້-ຟື້ນຟູ ຫຼັງໄພພິບັດພາຍຸໝາກເຫັບຕົກ

ພິທີຖະແຫຼງຂ່າວກ່ຽວກັບການ ຕອບໂຕ້ ແລະ ຟື້ນຟູຫຼັງໄພພິບັດເຫດ ການພາຍຸໝາກເຫັບຕົກຢູ່ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງໃນ ວັນທີ 22 ມີນາ 2026 ໄດ້ຈັດຂຶ້ນໃນ ວັນທີ 8 ເມສານີ້ ທີ່ ນວ ໂດຍໃຫ້ກຽດຖະແຫຼງຂ່າວຂອງທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນວ ຮອງປະທານຜູ້ປະຈໍາ ການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ນວ, ມີຕາງໜ້າຄະນະກໍາມະ ການປົກຄອງເມືອງສີໂຄດຕະບອງ, ເມືອງນາຊາຍທອງ, ລັດວິສາຫະກິດ ໄຟຟ້າລາວ, ນໍ້າປະປາ ນວ, ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ ໂຄງການສ້າງພິພິທະພັນສັດນໍ້າ

ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ ໂຄງການສ້າງພິພິທະພັນສັດນໍ້າ

ໃນວັນທີ 7 ເມສາ ຜ່ານມາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການສ້າງພິພິທະພັນສັດນໍ້າ ໃນ ສປປ ລາວ ຂຶ້ນ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນໂຄງການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ກະສິກໍາ ຫົງຫຼົງ (ຫາງໂຈ) ຈໍາກັດ.
ສະຫຼອງບຸນປີໃໝ່ລາວປີນີ້ ບົນພື້ນຖານການປະຢັດມັດທະຍັດ

ສະຫຼອງບຸນປີໃໝ່ລາວປີນີ້ ບົນພື້ນຖານການປະຢັດມັດທະຍັດ

ບຸນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ (ບຸນສົງການ) ລາວປະຈຳປີ 2026 ທີ່ໃກ້ຈະມາເຖິງໃນ ມໍ່ໆນີ້, ປີນີ້ໄດ້ກຳນົດການສະເຫຼີມສະຫຼອງເປັນເວລາ 3 ວັນ (ກົງກັບວັນທີ 14, 15 ແລະ 16), ໃນຂະນະດຽວກັນໃນການສະເຫຼີມສະຫຼອງບຸນປີໃໝ່ປີນີ້, ຕ້ອງໃຫ້ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ, ໃນນັ້ນການຈັດງານສະເຫຼີມສະຫຼອງຕ້ອງບົນພື້ືນຖານການປະຢັດມັດທະຍັດ ແລະ ໃຊ້ຈ່າຍຢ່າງມີເຫດມີຜົນ ແລະ ມີແບບແຜນຢ່າງຄັກແນ່ ຫຼີກລ່ຽງການໃຊ້ຈ່າຍແບບຟຸ່ມເຟືອຍ.

ເພີ່ມເຕີມ