ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານການປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະການມອບ-ໂອນວຽກງານສື່ມວນຊົນໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງຂຶ້ນໃນວັນທີ 26 ສິງຫານີ້, ທີ່ຫ້ອງວ່າການປົກຄອງແຂວງສາລະວັນ ໂດຍມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະນໍາຂັ້ນແຂວງ, ມີຄະນະນໍາ ແລະ ພະນັກງານລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ກົມສິ່ງແວດລ້ອມ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກວດກາຄວາມຖືກຕ້ອງ ແລະ ຄວາມສອດຄ່ອງທາງດ້ານເນື້ອໃນ ຂອງຮ່າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ (NBSAP: ເອັນ ບີ ແຊັບ) ສະບັບປັບປຸງ 2026-2030 ຂຶ້ນໃນລະຫວ່າງວັນທີ 25 ຫາ 27 ສິງຫາ ນີ້ ທີ່ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ອິມມະລາ ອິນທະບົວລີ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ຕ໋ອມ ໄຊສົງຄາມຮັກສາການຫົວໜ້າພະແນກສິ່ງແວດລ້ອມອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມກາແດງແຂວງໄຊສົມບູນ ໄດ້ມີພິທີມອບ-ຮັບ ລົດຕູ້ 1 ຄັນ ມູນຄ່າ 37,500 ໂດລາ ແລະ ຄອມພິວເຕີ 2 ເຄື່ອງ ໃຫ້ແກ່ ກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງ, ໂດຍການເຂົ້າຮ່ວມມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີພະນັກງານກາແດງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 25 ສິງຫານີ້, ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ມີກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີ I, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ; ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ; ສະຫາຍ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.
ວັນທີ 25 ສິງຫານີ້, ໄດ້ຈັດພິທີເປີດ ຮ້ານ 7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ອໍານວຍການຮ້ານສະດວກຊື້ 7-Eleven, ມີບັນດາແຂກເຂົ້າຮ່ວມ.
ວັນທີ 25 ສິງຫານີ້, ໄດ້ຈັດພິທີເປີດ ຮ້ານ 7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ອໍານວຍການຮ້ານສະດວກຊື້ 7-Eleven, ມີບັນດາແຂກເຂົ້າຮ່ວມ.
ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສ ນວ), ນຳໂດຍ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຄຳຜອງ ແສງສະຫວ່າງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນ ນວ, ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ ສະມາຊິກສະພາປະຊາຊົນ ນວ ຮອງປະທານ ຄະນະກຳມະການເສດຖະກິດແຜນການ ແລະ ການເງິນສະພາປະຊາຊົນ ນວ ຮອງຫົວໜ້າ ຄະນະສະມາຊິກສະພາປະຊາຊົນ ນວ, ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ VI ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ໃນວັນທີ 25 ສິງຫານີ້, ໂດຍມີ ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຈາກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ, ອົງການໄອຍະການປະຊາຊົນ ນວ ແລະ ອົງການກວດສອບ ປະຈຳພາກກາງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ), ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສບໍານານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ ແລະ ຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ (ນວ) ລົງຕົດຕາມເບິ່ງໂຄງການກໍ່ສ້າງຕາຝັ່ງເຈື່ອນ ໄລຍະ 2 EDCF ແຄມຂອງ ເຂດບ້ານໄຊສະຖານ ເມືອງສີສັດຕະນາກ ໃນວັນທີ 23 ສິງຫາ ຜ່ານມານີ້, ໂດຍທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໃຫ້ການຕ້ອນຮັບ.
ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປະກາດ ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານອອກພັກການຮັບອູດໜຸນບຳນານ, ຍົກຍ້າຍສ້າງຕັ້ງ ແລະ ບົງຕົວແຕ່ງຕັ້ງຄະນະໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງຂຶ້ນໃນວັນທີ 22 ສິງຫາຜ່ານມາ ຢູ່ທີຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ຄໍາເຫັນ