ວັນເປີດສົກຮຽນໃໝ່ ສົກຮຽນ 2024-2025

ສານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນເປີດສົກຮຽນໃໝ່ ສົກຮຽນ 2024-2025

ສານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ເນື່ອງໃນໂອກາດວັນເປີດສົກຮຽນໃໝ່ ສົກຮຽນ 2024-2025
ສະບາຍດີ - ທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ - ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ !.

 

ມື້ນີ້, ແມ່ນວັນໜຶ່ງ ທີ່ມີຄວາມສໍາຄັນຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນຜູ້ທີ່ມີລູກຫຼານ ທີ່ກຳລັງຢູ່ໃນໄວສຶກສາຮໍ່າຮຽນ ຊຶ່ງຈະໄດ້ພ້ອມກັນກັບເຂົ້າມາຮຽນຄືນ ໃນສົກຮຽນ 2024-2025.

ເນື່ອງໃນໂອກາດວັນເປີດສົກຮຽນໃໝ່ ສົກຮຽນ 2024-2025 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີຮັກແພງ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທຸກຊັ້ນ ທຸກສາຍ ທຸກລະດັບ ທຸກຂົງເຂດ ແລະ ຂະແໜງການໃນຂອບເຂດທົ່ວປະເທດ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ

ຍາມໃດ ລັດຖະບານ ກໍໄດ້ຖືວຽກງານການສຶກສາ ເປັນວຽກທີ່ສຳຄັນ ຖືເອົາ “ການສຶກສາໄປກ່ອນກ້າວໜຶ່ງ”, ເອົາ “ຄົນເປັນເປົ້າໝາຍ, ເປັນໃຈກາງ” ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການສຶກສາ ແມ່ນເປັນພື້ນຖານ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ, ຮັກການອອກແຮງງານ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່.

ຂ້າພະເຈົ້າ ໄດ້ຕິດຕາມການຈັດຕັ້ງການຮຽນການສອນໃນສົກຮຽນຜ່ານມາ ເຫັນວ່າ ເຖິງຈະມີຄວາມຫຍຸ້ງຍາກຫຼາຍຢ່າງ ທີ່ເປັນຜົນກະທົບຕໍ່ການປະຕິບັດວຽກງານການສຶກສາ ແຕ່ລັດຖະບານ ກໍໄດ້ສຸມທຸກຄວາມພະຍາຍາມ ໂດຍສົມທົບແໜ້ນ ກຳລັງແຮງສັງລວມທົ່ວສັງຄົມ ເພື່ອໃຫ້ສາມາດຂັບເຄື່ອນແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ໄດ້ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ ເພື່ອເປັນບ່ອນອີງໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່; ໄດ້ພ້ອມກັນສຸມໃສ່ການແກ້ໄຂບັນຫາການຂາດແຄນຄູໂດຍການປະຕິບັດນະໂຍບາຍໃຫ້ແກ່ຄູອາສາສະໝັກໃນຂອບເຂດທົ່ວປະເທດ, ແກ້ໄຂບັນຫາການປະລະການຮຽນ ແລະ ການສົ່ງເສີມການເຂົ້າຮຽນວິຊາຊີບໄດ້ໂດຍພື້ນຖານ.

ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ ຈຶ່ງເຮັດໃຫ້ຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂເທື່ອລະກ້າວ ສະແດງອອກຄືຜົນການຮຽນ ຂອງນັກຮຽນນັກສຶກສາໃນທຸກຊັ້ນ-ທຸກສາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ມີລັກສະນະແຈກຢາຍໃນທົ່ວປະເທດ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ກໍໄດ້ສ້າງຜົນງານອັນໂດດເດັ່ນໃນການເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

ຕໍ່ຜົນສຳເລັດ ແລະ ຜົນງານ ທີ່ພວກເຮົາຍາດມາໄດ້ ໃນສົກຮຽນຜ່ານມາ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ທັງດ້ານວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງ ຕໍ່ວຽກງານການສຶກສາ. ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ ແລະ ມີສ່ວນຮ່ວມໃນ ການພັດທະນາການສຶກສາໃນສົກຮຽນຜ່ານມາ.

ບັນດາທ່ານທີ່ຮັກແພງທັງຫຼາຍ

ໃນສົກຮຽນປີ 2024-2025 ນີ້ ບັນດາສິ່ງທ້າທາຍ ແລະ ອຸປະສັກຫຼາຍຢ່າງ ຍັງສືບຕໍ່ທົດສອບພວກເຮົາໃນການພັດທະນາການສຶກສາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນ-ການສອນ ດຳເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບຂັ້ນພື້ນຖານ, ພວກເຮົາຈະໄດ້ສືບຕໍ່ວຽກຈຸດສຸມຈຳນວນໜຶ່ງ ເປັນຕົ້ນ: ການເພີ່ມອັດຕາການເຂົ້າຮຽນໃນແຕ່ລະທ້ອງຖິ່ນ, ແກ້ໄຂການປະລະການຮຽນ, ການຂາດຄູສອນ, ການເຂົ້າຮຽນໃນສາຍອາຊີວະ ແລະ ການສຶກສາຊັ້ນສູງ.

ເພື່ອສ້າງພື້ນຖານການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຕໍ່ໜ້າໃຫ້ໝັ້ນຄົງ, ຕ້ອງໄດ້ມີການຂັບເຄື່ອນວຽກງານການສຶກສາ ຄວບຄູ່ກັບການພັດທະນາວິທະຍາສາດ-ນໍາໃຊ້ເຕັກໂນໂລຊີ ຮັບປະກັນໃຫ້ແກ່ການ “ສ້າງຄົນ” ຕ້ອງປະກອບດ້ວຍຫຼາຍພາກສ່ວນ (ໂຮງຮຽນ, ຄອບຄົວ, ຊຸມຊົນ, ສັງຄົມ); ຕ້ອງຖືເອົາ “ນັກຮຽນ-ນັກສຶກສາ ເປັນໃຈກາງໃນການພັດທະນາ, ຄູແມ່ນກໍາລັງແຮງຫຼັກໃນການຂັບເຄື່ອນ, ໂຮງຮຽນແມ່ນສະຖານທີ່ການຮຽນຮູ້ຂອງຊຸມຊົນ, ຄອບຄົວເປັນແມ່ແບບ ແລະ ສັງຄົມເປັນພື້ນຖານ”.

ເພື່ອເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ ດັ່ງນີ້:

1. ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ຊິດ ໃຫ້ໄດ້ເຄື່ອນໄຫວກິດຈະກຳເປັນປົກກະຕິ, ສ້າງຂະບວນການກິລາ-ກາຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ.

2. ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່, ປະຕິບັດຫຼັກສູດການຮຽນ-ການສອນ, ເອົາໃຈໃສ່ທັກສະຄວາມຮູ້ຂັ້ນພື້ນຖານ ເຊັ່ນ: ພາສາລາວ, ຄະນິດສາດ, ຄວາມຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນຕໍ່ວິຊາຊີບ ແລະ ພັດທະນາ ດ້ານວິຊາສະເພາະ ແລະ ຄວາມຮູ້ເຕັກໂນໂລຊີໃໝ່ ຂອງຕົນ ໃຫ້ທັນກັບການປ່ຽນແປງຂອງໂລກໃນແຕ່ລະໄລຍະ.

3. ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຢ່າງໜ້ອຍ ໃຫ້ຈົບການສຶກສາພາກບັງຄັບ ແລະ ສືບຕໍ່ຮຽນໃນລະດັບທີ່ສູງຂຶ້ນ.

4. ສຳລັບລູກຫຼານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ.

5. ໃຫ້ເປັນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕໍ່ການສຶກສາ, ສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູ-ອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

ອວຍພອນໃຫ້ສົກຮຽນ 2024-2025 ປະສົບຜົນສໍາເລັດຢ່າງຈົບງາມ !.

ຄໍາເຫັນ

ຂ່າວເດັ່ນ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ເພີ່ມເຕີມ