ສະເໜີປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ

ສະເໜີປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ

ສະເໜີປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ
ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນສະເໜີປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ)ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ19ມີນານີ້

 ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ໃນກອງປະຊຸມ, ທ່ານ ວິໄລວົງ ບຸດດາຄໍາ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວໃຫ້ຮູ້ວ່າ: ໄລຍະຜ່ານມາ,ພາຍຫຼັງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2015 ເປັນຕົ້ນມາ, ກົດໝາຍສະບັບດັ່ງກ່າວ ຖືເປັນບ່ອນອີງທາງດ້ານນິຕິກຳທີ່ສໍາຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ; ເນື້ອໃນກົດໝາຍສະບັບດັ່ງກ່າວ, ຍັງໄດ້ຖືກຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ. ຕະຫຼອດ 10 ປີ ຜ່ານມາ, ກົດໝາຍດັ່ງກ່າວ ແລະ ນິຕິກຳລຸ່ມກົດໝາຍ ຖືເປັນເຄື່ອງມືສຳຄັນ; ຜ່ານການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຊຶ່ງດ້ານຂໍ້ຫຍຸ້ງຍາກ ເຊັ່ນ: ບາງພາກສ່ວນຍັງມີຄວາມເຂົ້າໃຈຄາດເຄື່ອນຕໍ່ກັບຈຸດປະສົງ, ເນື້ອໃນ ແລະ ຂັ້ນຕອນວິທີການຈັດຕັ້ງປະຕິບັດເນື້ອໃນມາດຕາຕ່າງໆ ແລະ ນິຕິກຳລຸ່ມກົດໝາຍ ພາໃຫ້ການປະຕິບັດວຽກງານຍັງບໍ່ທັນເປັນເອກະພາບສູງ ແລະ ຖືກຕ້ອງຕາມຈຸດປະສົງຂອງນິຕິກຳ.

ພ້ອມນີ້, ທ່ານ ວິໄລວົງ ບຸດດາຄໍາ ຍັງໄດ້ໃຫ້ຮູ້ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນວ່າ:ອີງໃສ່ແນວທາງນະໂຍບາຍປ່ຽນແປງໃໝ່ທີ່ມີຫຼັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ, ການຜັນຂະຫຍາຍມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ, ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025,ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ນິຕິກຳອື່ນໆ, ແຜນພັດທະນາສະພາບເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃນໄລຍະ 10 ປີ ຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ,ທາບທາມຄໍາເຫັນຈາກບັນດາພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນ ໃນຂອບເຂດທົ່ວປະເທດ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍດັ່ງກ່າວ, ເພື່ອໃຫ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະແມ່ນຂອດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃນປັດຈຸບັນ ແລະ ຕໍ່ໜ້າ, ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະກອນໃໝ່, ອາຍຸກະສຽນຮັບອຸດໜູນບໍານານ,ຊື່ເອີ້ນຕໍາແໜ່ງບໍລິຫານ, ຂັ້ນຂອງຕຳແໜ່ງວິຊາການ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂັ້ນສູນກາງ - ຂັ້ນຕາແສງ ແລະ ອື່ນໆ.ສໍາລັບໂຄງປະກອບ ແລະ ບາງເນື້ອໃນສໍາຄັນຂອງຮ່າງກົດໝາຍສະບັບປັບປຸງຄະນະຮັບຜິດຊອບໄດ້ຄົ້ນຄວ້າປັບປຸງເນື້ອໃນຮ່າງກົດໝາຍດັ່ງກ່າວຈາກ 9 ພາກ 18 ໝວດ 99 ມາດຕາ ມາເປັນ 9 ພາກ 19 ໝວດ 101 ມາດຕາ; ໃນນັ້ນ, ມີມາດຕາປັບປຸງໃໝ່ ຈໍານວນ 44 ມາດຕາ ແລະ ສ້າງໃໝ່ 5 ມາດຕາ.

ຄາດຄະເນຜົນໄດ້ຮັບເມື່ອຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນນິຕິກຳທີ່ເປັນເຄື່ອງມືອັນສໍາຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການ ປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ຊຶ່ງຊ່ວຍໃຫ້ອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ທີ່ສອດຄ່ອງກັບແນວທາງປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ, ລະບຽບກົດໝາຍຂອງລັດ, ການພັດທະນາເສດຖະກິດ-ສັງຄົມ, ທ່າອ່ຽງຂອງຍຸກສະໄໝຂອງພາກພື້ນ ແລະ ສາກົນ;ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຈະໄດ້ຮັບການປັບປຸງເຂົ້າສູ່ລະບົບ, ມີຄວາມເປັນເອກະພາບຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ທີ່ກຳນົດໃນມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະບໍລິຫານສູນກາງພັກເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ