ວັນທີ່ 10 ມີນານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງ ຂອງພັກ-ລັດ ປະທານຄະນະຮັບຜິດຊອບໂຄງການກໍ່ສ້າງຫໍທັມມະສະພາ ແຂວງຫຼວງພະບາງ ຝ່າຍຄາຣະວາດ ພ້ອມດ້ວຍຄະນະຮັບຜິດຊອບຝ່າຍພຣະສົງ ແລະພາກສ່ວນກ່ຽວຂ້ອງ ໄດ້ເຄື່ອນໄຫວກວດກາໜ້າວຽກ ໂຄງການກໍ່ສ້າງຫໍທັມມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ
ດ່ານສາກົນປາກຕາພານ ແຂວງສາລະວັນ ສະຫຼູບການເຄື່ອນໄຫວວຽກງານບໍລິຫານ-ຄຸ້ມຄອງ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026ຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມຂອງຕົນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ.
ໃນຕອນເຊົ້າວັນທີ 10 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໃຫ້ບໍລິການແລ່ນທົດລອງລົດເມດ່ວນ BRT ຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ຄຳສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ), ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ.
ໃນໂອກາດວັນແມ່ຍິງສາກົນ ວັນທີ່ 8 ມີນາ ຄົບຮອບ 116 ປີ, ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນ ຕິດພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ລາວ-ຈີນ (ວັນທີ 25 ເມສາ) ຄົບຮອບ 65 ປີ ຂຶ້ນໃນວັນທີ 6 ມີນາ ຜ່ານມານີ້, ມີທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍ ແຂກຖືກເຊີນຈາກ 6 ແຂວງເຂົ້າຮ່ວມ.
ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8/3/1910-8/3/2026) ຄົບຮອບ 116 ປີ ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມກະຊວງ ຮສສ ໂດຍການໃຫ້ກຽດປາຖະກະຖາຂອງສະຫາຍ ນາງ ແກ້ວ ຈັນທະວີໄຊ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຮສສ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີສະຫາຍ ນາງ ມອນທອງ ອິນທະວົງ ປະທານສະຫະພັນແມ່ຍິງກະຊວງ ຮສສ ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງການຍຸຕິທໍາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປິດຊຸດຝຶກອົບຮົມການໄກ້ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ລົງເລິກການໄກ່ເກ່ຍຂໍ້ຂັດແຍ່ງກ່ຽວກັບທີ່ດິນ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 3 ວັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂກສິດ ສິງສະຖິດ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີຫ້ອງການຍຸຕິທຳເມືອງ ແລະ ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງບ້ານຈອມແກ້ວ, ບ້ານປາກແຄມ, ບ້ານດອນເມນ, ບ້ານວັງປາ, ບ້ານຫ້ວຍອີ່ຮຸມ, ບ້ານນາຫີນ ແລະ ບ້ານໜອງ ເຂົ້າຮ່ວມ.
ກົມສ່ວຍສາອາກອນ ກະຊວງການເງິນ ຈັດພິທີປິດຊຸດຝຶກອົບຮົມການນໍາໃຊ້ລະບົບ TaxRIS ປະຈໍາປີ 2026 ຊຸດທີ 1 ໃນວັນທີ 6 ມີນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີບັນດາຫົວໜ້າພະແນກ, ຄະນະພະແນກ, ຄູຝຶກ ແລະ ສຳມະນາກອນເຂົ້າຮ່ວມ.
ກອງປະຊຸມສໍາມະນາວິທະຍາສາດ ຂັ້ນວິທະຍາຄານ ໄກສອນ ພົມວິຫານ (ວປກ) ພາຍໃຕ້ຫົວຂໍ້: "ພື້ນຖານວິທະຍາສາດ ຕິດພັນກັບການຮຽນ-ການສອນ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນເງື່ອນໄຂໃໝ່" ປະຈໍາປີ 2025 ຈັດຂຶ້ນໃນວັນທີ 5 ມີນາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວປກ. ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ທິດທາງປີ 2026 ຂຶ້ນໃນວັນທີ 6 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ພັທ ສັງທອງ ພັນວົງສາ ຫົວໜ້າກອງບັນຊາການ ປກສ ເມືອງ, ມີທ່ານ ນາງ ບົວວອນ ສຸກລາແສງ ປະທານຄະນະກຳມະການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ເມືອງ, ທ່ານ ພັອ ຫຼຽນຄຳ ອ່ອນດາວົງ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມທົບທວນຜົນການດໍາເນີນງານ ປະຈໍາປີ 2025 ແລະ ກໍານົດເປົ້າໝາຍການດໍາເນີນງານປີ 2026 ຂອງທະນາຄານພັດທະນາຊົນນະບົດ (ທພບ) ໄດ້ຈັດຂຶ້ນ ລະຫວ່າງວັນທີ 4-5 ມີນາຜ່ານມາ ທີ່ໂຮງແຮມແລນມາກ ພາຍໃຕ້ການເປັນປະທານຂອງທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການ ທພບ, ມີບັນດາຄະນະອໍານວຍການ, ຫົວໜ້າພະແນກ, ຫົວໜ້າສາຂາ ຂອງ ທພບ ເຂົ້າຮ່ວມ. ກອງປະຊຸມຕັ້ງນີ້, ເປັນກອງປະຊຸມຄັ້ງທໍາອິດພາຍຫຼັງການຫັນປ່ຽນຈາກທະນາຄານນະໂຍບາຍ ມາເປັນ ທພບ ໂດຍການຜັນຂະຫຍາຍມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍການຫັນປ່ຽນຈາກທະນາຄານສະເພາະກິດ ໄປເປັນທະນາຄານທຸລະກິດສະເພາະ ເພື່ອເປັນການຮັກສາທະນາຄານ ທີ່ເປັນສະຖາບັນການເງິນຂອງລັດທີ່ມີບົດບາດປະຕິບັດແນວທາງນະໂຍບາຍຂອງພັກ-ລັດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ ແລະ ມີຄວາມຍືນຍົງ.
ຄໍາເຫັນ